Top Ad

header ads

9 ປະໂຫຍດຂອງມັນເພົາ ທີ່ຄົນຮັກສຸຂະພາບບໍ່ຄວນພາດ


ປະໂຫຍດຂອງມັນເພົາ ທີ່ຄົນຮັກສຸຂະພາບບໍ່ຄວນພາດ
1. ມັນເພົາມີຄຸນຄ່າອາຫານສູງ ນຳມາກິນເປັນໝາກໄມ້ສົດ ຫຼື ນຳມາເຮັດເປັນອາຫານເຊັ່ນ ເຮັດໄສ້ສາລາເປົາ ນອກຈາກນີ້ຍັງເໝາະກັບຜູ້ທີ່ເປັນໂລກເບົາຫວານ ຫຼື ຜູ້ທີ່ກຳລັງຄວບຄຸມນ້ຳໜັກ ເນື່ອງຈາກມັນເພາະມີນ້ຳຕານທີ່ຮ່າງກາຍສາມາດເຜົາຜານໄດ້
2. ຊ່ວຍບຳລຸງຫົວໃຈ ມັນເພົາມີກົດໂຟລິກສູງ ຊ່ວຍໃຫ້ລະບົບໄຫຼວຽນຂອງເລືອດດີຂື້ນ ຊ່ວຍບຳລຸງຫົວໃຈ ຊ່ວຍປ້ອງກັນໂລກຫຼອດເລືອດຫົວໃຈຕີບ ແລະ ຊ່ວຍໃຫ້ກ້າມເນື້ອຫົວໃຈແຂງແຮງ
3. ມັນເພົາມີໄຍອາຫານສູງ ຊ່ວຍເຮັດໃຫ້ລະບົບຂັບຖ່າຍດີຂື້ນ ບັນເທົາອາການຖອກທ້ອງ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່
4. ມັນເພົາອຸດົມໄປດ້ວຍນ້ຳຕານອິນນູລິນ ເປັນນ້ຳຕານທີ່ຮ່າງກາຍສາມາດເຜົາຜານໄດ້ ຈຶ່ງເໝາະສຳລັບຜູ້ປ່ວຍໂລກເບົາຫວານ ແລະ ຜູ້ທີ່ກຳລັງຄວບຄຸມນ້ຳໜັກ
5. ຊ່ວຍຫຼຸດໄຂ້ ແກ້ອາການຮ້ອນໃນ ກະຫາຍນ້ຳ ດັບພິດຮ້ອນໄດ້ດີ
6. ມີວິຕາມິນຊີ ຊ່ວຍປ້ອງກັນໂລກເລືອດອອກມາຕາມເຟັນແຂ້ວ ຊ່ວຍປ້ອງກັນຫວັດ ບຳລຸງຜິວໃຫ້ຜິວສົດໃສ ແລະ ມີສານອານຸມູນອິດສະຫຼະສູງ
7. ຊ່ວຍບັນເທົາອາການເຈັບຫົວ ແລະ ຫຼຸດຄວາມດັນໂລຫິດ
8. ແກ່ນມັນເພົາມີສັບພະຄຸນທາງຢາ ນຳມາບົດຫຼື ປົ່ນ ແລ້ວມາທາທີ່ຜິວໜັງຊ່ວຍຫຼຸດໂລກຜິວໜັງບາງຊະນິດໄດ້ ລວມທັງຊ່ວຍຫຼຸດອາການລະຄາຍເຄືອງ ພົດຜື່ນຄັນ ບາດແຜ ຫຼື ບາດທີ່ພຸພອງຕາມຜິວໜັງໄດ້
9. ແກ່ນມັນເພົາເປັນຢາລະບາຍ ແລະ ໃຊ້ຂັບຖ່າຍແມ່ທ້ອງໄດ້ ແຕ່ຕ້ອງລະວັງເພາະຫາກກິນຫຼາຍອາດສົ່ງຜົນອັນຕະລາຍຕໍ່ຮ່າງກາຍໄດ້
Ad