Top Ad

header ads

ອີກຄັ້ງມາເບິ່ງຄລິບ ເປ້ຍ ນັກຍົກນໍ້ານັກພິການລາວ ໂຊອຶດຍົກຂຶ້ນສະບາຍຄວ້າຫຼຽນຄໍາ ເອຊຽນພາຣາເກມ


ທ້າວ ເປ້ຍ ເຫຼົາພັກດີ ນັກກິລາຍົກນໍ້າໜັກຄົນພິການລາວ ລົງແຂ່ງຂັນມື້ທໍາອິດໃນວັນທີ 7 ຕຸລາ 2018 ສາມາດຄວ້າຫລຽນຄຳ ເອຊຽນ ພາຣາເກມ 2018 ໃນງານມະຫະກຳກິລາເອເຊຍພາຣາເກມ 2018 ຄັ້ງທີ XII ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເປັນເຈົ້າພາບລະຫວ່າງວັນທີ 6-13 ຕຸລາ 2018 ໃຫ້ກັບ ສປປ ລາວ ໃນກິລາຍົກນ້ຳຫນັກລຸ້ນ 49 ກິໂລກຣາມ.
ສໍາລັບ ເປ້ຍ ສາມາດຍົກໄດ້ເຖີງ 133 ກິໂລກຣາມ ເອົາຊະນະ ອັນດັບ 2 ນັກກິລາຈາກອີນເດຍ ທີ່ຍົກໄດ້ 128 (ຕາມຮູບ) ສາມາດສ້າງຜົນງານໃຫ້ກັບປະເທດລາວຢ່າງຍິ່ງໃຫຍ່. ດັ່ງນັ້ນ, ແອັດມິນນົກ ຈິ່ງນໍາເອົາຄລິບຄວາມໂດດເດັ່ນຂອງ ເປ້ຍ ມາໃຫ້ເບິ່ງນໍາກັນອີກຄັ້ງ (ດ້ານລຸ້ມ).
ສໍາລັບ ທ້າວເປ້ຍ ຍົກລະຫວ່າງນາທີໆ 50 ແລະ 70 ກ່ອນຄວ້າອັນດັບ 1 ໄປຄອງ
ຮູບຈາກ: ຈໍາປາກິລາລາວ ແລະ ເວັບໄຊທ໌ທາງການຂອງ ເອເຊຍ ພາຣາເກມ 2018 ແລະ laosupdateັ
Ad