Top Ad

header ads

ແຈ້ງ! ປິດເສັ້ນທາງເຂດແຄມຂອງ ເພື່ອຄວາມປອດໄພຂອງຜູ້ສັນຈອນ


ແຈ້ງການມາໃໝ່ ເພື່ອງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2018 ອີກແລ້ວ ວ່າດ້ວຍການປິດເສັ້ນທາງແຄມຂອງ ເພື່ອເປັນການຫຼຸດຜ່ອນບັນຫາການສັນຈອນ-ແອອັດ ໃນໄລຍະງານບຸນ ພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ຈິ່ງແຈ້ງປິດເສັ້ນທາງການສັນຈອນບາງບ່ອນເປັນການຊົ່ວຄາວ ທັງນີ້, ເພື່ອຄວາມສະດວກໃນການໄປ-ມາ.

ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 15248/ຍທຂ.ນວ ລົງວັນທີ 17 ຕຸລາ 2018 ເຖິງບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານ, ຕໍາຫຼວດ ຕະຮອດພໍ່ແມ່ປປປະຊາຊົນບັນດາເຜົ່າ ຜູ້ທີ່ນຳໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ເລື່ອງ : ການປິດເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018

ເຊິ່ງໃນແຈ້ງການລະບຸວ່າ: ນັບແຕ່ວັນທີ 22-27 ຕຸລາ 2018 ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງນີ້:
  • ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປ່າສັກ ຫາ ອານຸສາວະລີເຈົ້າອານຸວົງ
  • ຖະໜົນ ເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ຫາ ຫໍພະແກ້ວ,
ພ້ອມນັ້ນ, ກໍໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງ.


ຂໍຂອບໃຈທີ່ມາ laoedaily.com.la
Ad