Top Ad

header ads

ການຄ້າປະເວນີ ຍັງແພ່ລະບາດຫຼາຍ ເຈົ້າໜ້າທີ່ຄວນສະກັດກັ້ນ ແລະ ປາບປາມ


ປັດຈຸບັນ, ບັນຫາຄ້າປະເວນີບໍລິການທາງເພດ ຕາມສະຖານທີ່ກິນດື່ມຕ່າງໆ ທີ່ສັງຄົມຢາກໃຫ້ພວກສ່ວນທີ່ກ່ຽວຂ້ອງລົງກວດກາແກ້ໄຂຢ່າງຈິງຈັງ ແລະ ຕໍ່ເນື່ອງ; ໂດຍສະເພາະບັນດາຮ້ານນ້ອຍ-ໃຫຍ່ທີ່ເປີດໃຫ້ບໍລິການຂາຍສິ່ງມືນເມົາຢູ່ຕາມສາຍທາງຕ່າງໆ ໃນນະຄອນຫຼວງວຽງຈັນ ເພື່ອອັດຊ່ອງວ່າງບໍ່ໃຫ້ມີການລັກລອບຄ້າ-ຂາຍປະເວນີບໍລິການທາງເພດ.
ບັນຫາການຄ້າ-ຂາຍປະເວນີບໍລິການທາງເພດຢູ່ສັງຄົມປັດຈຸບັນ ໂດຍສະເພາະຢູ່ ນວ ມີການຄ້າຂາຍແບບເປີດແປນ ແລະ ປິດລັບ ຢູ່ຕາມຮ້ານແສງສີນ້ອຍ-ໃຫຍ່ຢູ່ຕາມສາຍທາງ ເມືອງເຂົ້າໄປໃຊ້ບໍລິການຢູ່ພາຍໃນຮ້ານ ລູກຄ້າ ແລະ ໂສເພນີ ກໍຈະຕົກລົງລາຄາການຊື້ບໍລິການທາງເພດ ໂດຍເຮັດແບບເປີດແປນ, ສະເພາະການຄ້າແບບປິດລັບ ແມ່ນຈະມັກເຫັນຢູ່ຕາມໂຮງແຮມ, ເຮືອນພັກ, ສະຖານທີ່ບັນເທີງ ແລະ ຮ້ານອາບອົບນວດເປັນຕົ້ນ ເພາະການຄ້າປະເວນີບໍລິການທາງເພດສ່ວນໃຫຍ່ຈະເຮັດຮ່ວມກັນເປັນເຄືອຂ່າຍ, ເປັນກຸ່ມແກ້ງ ໂດຍມີຜູ້ຕິດຕໍ່ລູກຄ້າມາໃຫ້ສາວບໍລິການ ໂດຍເຮັດແບບປິດລັບໜ້ອຍໜຶ່ງ; ເຊິ່ງບັນຫາດັ່ງກ່າວນີ້, ຫຼາຍຄົນກໍໃຫ້ທັດສະນະໄປໃນທິດທາງດຽວກັນວ່າ: ບັນດາຮ້ານກິນດື່ມແສງສີນ້ອຍ-ໃຫຍ່ທີ່ເປີດຢູ່ຕາມສາຍທາງ ແລ້ວຂາຍບໍລິການທາງເພດໃຫ້ກັບຜູ້ທີ່ຕ້ອງການນັ້ນ ຮ້ານດັ່ງກ່າວອາດຈະມີຜູ້ໃຫຍ່ໜູນຫຼັງ ຫຼື ອາດຈະຊື້ຈ້າງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍເປັນໄດ້, ຖ້າວ່າບໍ່ມີການຊື້ຈ້າງເຈົ້າໜ້າທີ່ຕ້ອງກວດກາພົບເຫັນຢ່າງແນ່ນອນ. 
ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕໍ່ກັບບັນຫາດັ່ງກ່າວນີ້, ຄະນະຫ້ອງຕໍາຫຼວດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປະຕິບັດໜ້າທີ່ຢ່າງເຂັ້ມງວດ ໂດຍລົງຕິດຕາມກວດກາຈຸດຫຼໍ່ແຫຼມ ສະຖານທີ່ມີຄວາມສ່ຽງ, ບັນດາຫ້າງຮ້ານອາຫານ, ກິນດື່ມ, ກວດກາຕາມບັນດາຫ້າງຮ້ານເປົ້າໝາຍຄ້າມມະນຸດ ແລະ ຄ້າໂສເພນີ ລົງເອົາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຕາມຮ້ານກິນດື່ມໄດ້ 883 ຮ້ານ, ກວດກາໂຮງແຮມ 242 ແຫ່ງ, ເຮືອນພັກ 251 ຫຼັງ, ຮ້ານອົບນວດໄດ້ 187 ຮ້ານ, ຮ້ານຄາລະໂອເກະ 109 ຮ້ານ, ຮ້ານເສີມສວຍ 827 ຮ້ານ, ມີພື້ນທີ່ສັບສົນທັງໝົດ 48 ຈຸດ, ລົງແກ້ໄຂຮ້ານກິນດື່ມທີ່ມີການຄ້າໂສເພນີ 56 ຮ້ານ; ໃນນັ້ນ, ເປັນຮ້ານຄົນຕ່າງປະເທດ 10 ຮ້ານ ກັກຕົວສາວບໍລິການໄດ້ທັງໝົດ 128 ຄົນ; ໃນນັ້ນ, ເປັນຄົນຕ່າງປະເທດທັງໝົດ 35 ຄົນ.
ສາວບໍລິການເປີດເຜີຍວ່າ: ກ່ອນທີ່ຈະມາເປັນສາວບໍລິການຢູ່ຕາມຮ້ານ ກໍຍ້ອນມີໝູ່ຄູ່ຊັກຊວນມາເຮັດວຽກຢູ່ນະຄອນຫຼວງ ເພາະຕົນເອງເປັນຄົນຕ່າງແຂວງ ຄອບຄົວກໍທຸກຍາກ. ພໍມາຮອດສະຖານທີ່ເຮັດວຽກທໍາອິດກໍຈະເສີບເຫຼົ້າ-ເບຍ ແລະ ອາຫານໃຫ້ແຂກ ແຕ່ບໍ່ໄດ້ເງິນເດືອນ ໄດ້ພຽງແຕ່ເປີເຊັນໃນການຂາຍເຫຼົ້າ-ເບຍເທົ່າ ແລະ ຕົນເອງກໍບໍ່ຄິດທີ່ຈະຂາຍບໍລິການທາງເພດ ຈົນມີໝູ່ ແລະ ເຈົ້າຂອງຮ້ານຊວນໃຫ້ຕົນເອງຂາຍບໍລິການທາງເພດ ເພາະເປັນທາງດຽວທີ່ຈະໄດ້ເງິນດີກວ່າ. ຕໍ່ຈາກນັ້ນມາ, ຕົນເອງກໍເລີ່ມຂາຍບໍລິການທາງເພດ ຈົນເຮັດໃຫ້ຕົນເອງມີເງິນເກັບ ແລະ ຝາກເມືອໃຫ້ພໍ່-ແມ່ຢູ່ທາງບ້ານ; ສາວບໍລິການຜູ້ໜຶ່ງກ່າວຕື່ມອີກວ່າ:ການທີ່ຕົນເອງຂາຍບໍລິການທາງເພດໃນຄັ້ງທໍາອິດແມ່ນຖືກຕົວະຍວະ ໃຫ້ໄປນອນນໍາແຂກ ເພື່ອແລກກັບໂທລະສັບ ແລະ ເງິນພຽງເລັກໜ້ອຍ, ເມື່ອບໍ່ມີອັນຈະເສຍແລ້ວຕົນເອງຈຶ່ງຕັດສິນໃຈຂາຍບໍລິການທາງເພດ ເພື່ອແລກກັບເງິນ.
ເຖິງແມ່ນວ່າໄລຍະຜ່ານມາ, ເຈົ້າໜ້າທີ່ຈະເອົາໃຈໃສ່ແກ້ໄຂຫຼາຍປານໄດກໍຕາມ ແຕ່ບັນດາຮ້ານແສງສີນ້ອຍ-ໃຫຍ່ ຢູ່ຕາມສາຍທາງໃນນະຄອນຫຼວງວຽງຈັນ ກໍຍັງເປີດໃຫ້ບໍລິການລູກຄ້າທຸກໆວັນ ແລະ ມີທ່າອ່ຽງເພີ່ມຂຶ້ນຫຼາຍ. ນອກນັ້ນ, ຍັງມີການຄ້າປະເວນີ /ແບບເປີດແປນ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ; ເຊິ່ງບັນຫາດັ່ງກ່າວນີ້, ບໍ່ແມ່ນເລື່ອງສ່ວນຕົວຂອງບຸກຄົນໃດໜຶ່ງ ແຕ່ເປັນບັນຫາລວມຂອງຊາດ ແລະ ເປັນພາບພົດບໍ່ດີຂອງປະເທດ; ສະນັ້ນ, ພົນລະເມືອງໝົດທຸກຄົນຕ້ອງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນບັນຫາດັ່ງກ່າວ ຄວນແຈ້ງຕໍ່ເຈົ້າໜ້າທີ່ໃກ້ຄຽງ ເພື່ອຈະໄດ້ມີການກວດກາແລະ ແກ້ໄຂ ເພື່ອໃຫ້ສັງຄົມມີຄວາມສະຫງົບ.
Ad