Top Ad

header ads

ຂໍສະແດງຄວາມຍິນດີກັບ ບ່າບີ້ ພູນປະເສີດ ຄວ້າມົງກຸດ ມິສອິນເຕີເນຊັນແນສ


ຫຼັງຈາກທີ່ຮ່ວມລຸ້ນກັນວ່າໃຜຈະໄດ້ເປັນ ນາງສາວທີ່ຈະໄດ້ຄອບຄອງມົງກຸດອັນຊົງກຽດຈາກເວທີການປະກວດ ມິສອິນເຕີເນຊັນແນສ ລາວ 2018 (Miss International Laos 2018) ຈາກ 20 ນາງສາວ ໃນມື້ວານນີ້ 14 ຕຸລາ ກໍເປັນມື້ຕັດສິນ ເຊິ່ງຜູ້ທີ່ໄດ້ຄອງມົງກຸດນີ້ຄື ຜູ້ເຂົ້າປະກວດໝາຍເລກ3 ບ່າບີ້ ປີຍະມາດ ພູນປະເສີດ.





ສ່ວນຮອງອັນດັບ1 ແມ່ນນາງສາວ ຢາດຟ້າ ພົມມະວົງໄຊ.
ແລະ ຮອງອັນດັບ2 ນາງສາວ ຄຸນນະສິນ ພິມພາ.
ຂໍສະແດງຄວາມຍິນດີກັບ ສາວ ບ່າບີ້ເດີ້ ທີ່ໄດ້ຄອບຄອງມົງກົດອັນມີກຽດສະຫງ່ານີ້ ແລະ ຈະໄດ້ເປັນຕົວແທນສາວລາວ ຈາກ ສປປລາວ ເຂົ້າປະກວດ Miss International 2018 ທີ່ປະເທດ ຍີ່ປຸ່ນ ຝາກຕິດຕາມ ແລະ ເປັນກໍາລັງໃຈໃຫ້ ບ່າບີ້ແນ່ເດີ້.
ບ່າບີ້ ປັດຈຸບັນອາຍຸ 24ປີ ນໍ້າໜັກ48ກິໂລ ສູງ170ຊັງຕີແມັດ, ສັດສ່ວນ 32-25-36. ເຊິ່ງເພິ່ນ ເລີ່ມເຂົ້າສູ່ວົງການໂດຍການຮ້ອງເພງ ຕັ້ງແຕ່ປີ 2010 ໂດຍການຊັກຊວນຈາກ Bee 54U ແລະ ເຮັດໃຫ້ບີ້ໄດ້ມີໂອກາດເຂົ້າຢູ່ໃນສັງກັດຂອງຄ້າຍເພງ FanFam Entertainment ບໍ່ວ່າຈະເປັນເພງ ຄາໃຈ, ຢາກກັບໄປເປັນຄືເກົ່າ … ແລະ ຫລ້າສຸດແມ່ນແມ່ນສະແດງຮູບເງົາເລື່ອງ ຄິດເຖິງທຸກປີ ເຊິ່ງເປັນເລື່ອງລາວຄວາມຮັກຂອງບ່າວສາວແຕ່ລະປະເທດ ທີ່ເກີດຂຶ້ນໃນຊ່ວງບຸນປີໃຫມ່ ເຊິ່ງຈະມີ ປະເທດ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ນອກຈາກນັ້ນເພິ່ນກໍມີງານຖ່າຍແບບ ເດີນແບບ ສະແດງເອັມວີເພງ ອອກງານໃນວົງການບັນເທີງຕ່າງໆຫຼາຍໆງານນໍາອີກ ຖືວ່າມີຜົນງານ ແລະ ປະສົບການແໜ້ນກັນອີ່ຫຼີ່.
ບ່າບີ້ບອກວ່າການປະກວດແມ່ນຄວາມຝັນມາຕັ້ງແຕ່ດົນແລ້ວ ຫຼັງຈາກທີ່ໄດ້ຮັບລາງວັນຮອງອັບດັບ 1 ນາງສາວລາວໃນປີ 2013 ກໍບໍ່ໄດ້ເຂົ້າປະກວດເວທີອື່ນຕໍ່ ຍ້ອນຄວາມບໍ່ພ້ອມຫຼາຍໆຢ່າງ ໃນເວທີ Miss International Laos ມີສອິນເຕີເນຊັນແນສ ລາວນີ້ ແມ່ນເພື່ອລອງຕາມຄວາມຝັນເທື່ອສຸດທ້າຍກ່ອນອາຍຸ 25ປີເຕັມ ແລະ ເປັນຄວາມມັກສ່ວນໂຕນຳ ຄັ້ງຫນຶ່ງໃນຊີວິດຢາກຢືນຢູ່ຈຸດນັ້ນເຖິງວ່າຈະໄດ້ຫຼືບໍ່ໄດ້ ຢ່າງໜ້ອຍເຮົາກໍໄດ້ລົງມືເຮັດ ບໍ່ຢາກເສຍດາຍເວລາ ແລະ ໂອກາດທີ່ມີຢູ່ ມາປີນີ້ຮູ້ສຶກຖ້າຫາກເຢີ້ນເວລາອອກໄປອີກ ອາຍຸເຮົາມັນກະບໍ່ຖ້າແລ້ວ ເວທີນີ້ເປັນເວທີລະດັບສາກົນ ທີ່ເປັນເວທີສຸດທ້າຍທີ່ຈະຈັດຂຶ້ນພາຍໃນປີນີ້ ບ່າບີ້ເລີຍຕັດສິນໃຈລົງເຂົ້າປະກວດ ແລະ ມີຄວາມດີໃຈ ພູມໃຈທີ່ໄດ້ຮັບລາງວັນ ມິສອິນເຕີເນຊັນແນສ ລາວ 2018 (Miss International Laos 2018) ເພື່ອຈະເປັນຕາງໜ້າສາວລາວໄປແຂ່ງຂັນທີ່ປະເທດຢີ່ປຸ່ນ ແລະ ຈະເຮັດມັນໃຫ້ດີທີ່ສຸດ.
ແນວໃດກໍຕາມ ຝາກແຟນໆຕິດຕາມຜົນງານຂອງບາບີ້ໄດ້ທີ່ b’bie piyamarth ແລະ Barbie Piyamarth.


ຮູບພາບ:Miss International Laos ມີສອິນເຕີເນຊັນແນສ ລາວ, Barbie Piyamarth ແລະ laoedaily.com.la
Ad