Top Ad

header ads

ລັດຖະບານຈະຢຸດຕິການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊໃນອີກບໍ່ດົນນີ້


ກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງທີ 6 ຄົ້ນຄ້ວາປຶກສາຫາລື ກ່ຽວກັບຮ່າງບົດຖະແຫຼງຂ່າວການປະກາດ ການຢຸດຕິຄົ້ນຫາຜູ້ສູນຫາຍຈາກສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື.
ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານໃນວັນທີ 4 ຕຸລາ 2018ວ່າ ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງທີ 6 ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມບັນດາແຂກພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການສະຫລຸບຕີລາຄາຄືນສະພາບການແກ້ໄຂໄພພິບັດທີ່ເກີດຂຶ້ນທົ່ວປະເທດໃນໄລຍະຜ່ານມາ, ໂດຍຜ່ານການລາຍງານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຄວາມຄືບໜ້າໃນການກໍ່ສ້າງສູນພັກຊົ່ວຄາວຢູ່ຈຸດຕ່າງໆ ແລະ ການແຈກຢາຍສະບຽງອາຫານໃຫ້ປະຊາຊົນຜູ້ປະສົບໄພ, ຮວມເຖິງ ການຄົ້ນຄ້ວາກ່ຽວກັບການປະກອບຄະນະສະເພາະກິດໄປປະຈຳຢູ່ແຂວງ ອັດຕະປື ເພື່ອຊຸກຍູ້, ຕິດຕາມ ແລະ ຊ່ວຍເຫລືອການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອຊ່ວຍເຫລືອປະຊາຊົນຜູ້ປະສົບອຸທົກກະໄພທີ່ເມືອງ ສະໜາມໄຊ ຈົນກ່ວາ ແຂວງອັດຕະປື ຈະສາມາດມີຄວາມເຂັ້ມແຂງດ້ວຍຕົນເອງໄດ້.

ບັນດາຜູ້ເຂົ້າຮ່ວມທີ່ຕາງໜ້າມາຈາກທຸກຂະແໜງການທີ່ກ່ຽວຂ້ອງ ໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື ກ່ຽວກັບຮ່າງບົດຖະແຫຼງຂ່າວການປະກາດ, ການຢຸດຕິຊອກຫາຜູ້ສູນຫາຍຈາກສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ເພື່ອໃຫ້ມີຄວາມສົມບູນທີ່ສຸດ ເຊິ່ງຈະໄດ້ມີການຖະແຫຼງການຕໍ່ສື່ມວນຊົນໃນໄວໆນີ້.
ອີງຕາມຂໍ້ມູນໃນຮ່າງບົດຖະແຫລງຂ່າວດັ່ງກ່າວ ໃຫ້ຮູ້ວ່າ ຂໍ້ມູນການສູນຫາຍຂອງປະຊາຊົນຜູ້ປະສົບໄພຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື, ໃນເບື້ອງຕົ້ນແມ່ນ 131 ຄົນ ແຕ່ຜ່ານການເຕົ້າໂຮມບ້ານ ແລະ ເກັບກຳສະຖິຕິຄືນໃໝ່ຂອງຄະນະກຳມະການກ່ຽວຂ້ອງ ເຫັນວ່າມີປະຊາຊົນ 66 ຄົນ ທີ່ໄປອາໃສຢູ່ບ່ອນອື່ນໃນໄລຍະເກີດເຫດ ແລະ ໄດ້ກັບຄືນມາແລ້ວ ຈິ່ງເຮັດໃຫ້ຕົວເລກຜູ້ສູນຫາຍຢ່າງເປັນທາງການແມ່ນ 65 ຄົນ, ໃນນີ້ ຄົ້ນພົບສົບຜູ່ເສຍຊີວິດແລ້ວ 34 ສົບ, ຈິ່ງເຮັດໃຫ້ຈຳນວນຜູ້ສູນຫາຍຕົວຈິງໃນປັດຈຸບັນ ຍັງເຫລືອ 31 ຄົນ. ນອກຈາກນີ້, ຍັງມີຜູ້ອົບພະຍົບຖືກບາດເຈັບໜັກຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ແລະ ມີຜູ້ເສຍຊີວິດຢູ່ໂຮງໝໍ ອີກ 6 ຄົນ. ດ້ວຍເຫດນີ້, ເມື່ອເອົາຕົວເລກຜູ້ເສຍຊີວິດຢູ່ໂຮງໝໍ 6 ຄົນ ມາລວມກັບ ຕົວເລກຜູ້ສູນຫາຍທີ່ເສຍຊີວິດ ແລະ ເກັບກູ້ສົບໄດ້ 34 ສົບ ຈິ່ງເຮັດໃຫ້ຈຳນວນຜູ້ເສຍຊີວິດ ລວມທັງໝົດ ແມ່ນ 40 ສົບ, ຍິງ 19 ສົບ.

ແຫຼ່ງຂ່າວ ແລະ ຮູບປະກອບ: ບຸນຕຽງ ຈັນທະວົງ (Lao National Radio)  ແລະ Laopost.com
Ad