Top Ad

header ads

ຫວນຄືນຊີວິດ ແລະ ການເຄື່ອນໄຫວ ຂອງລຸງ ໝູຮັກ ພູມສະຫວັນ


ລຸງໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ສັງຄົມລາວກ່າວເຖິງຫຼາຍທີ່ສຸດຄົນໜຶ່ງ, ທ່ານໄດ້ອຸທິດຕົນເພື່ອພາລະກິດຂອງຊາດ ແລະ ສ້າງຜົນງານ, ທິດສະດີທີ່ສາມາດນຳມາໃຊ້ໄດ້ໃນທຸກຍຸກສະໄໝ ຫຼ້າສຸດໄດ້ຂ່າວວ່າລັດຖະບານຈະເປີດອະນຸສອນສະຖານຂອງລຸງໜູຮັກໄວໆນີ້ ເພື່ອນຳເອົາປະຫວັດ, ຜົນງານການເຄື່ອນໄຫວຂອງລຸງອອກສູ່ສາຍຕາມະຫາຊົນໄດ້ຮຽນຮູ້ສືບຕໍ່ໄປ.
ເຊິ່ງວັນທີ 10 ຕຸລາ 2018 ຜ່ານມາ ທີ່ພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບພິພິທະພັນ ໄດ້ຈັດສໍາມະນາວິທະຍາສາດ ຄັ້ງທີ I ກ່ຽວກັບຊີວິດ ແລະ ປະຫວັດການເຄື່ອນໄຫວຂອງ ທ່ານ ໜູຮັກ ພູມສະຫວັນ ໄລຍະແຕ່ປີ 1914-1975 ຂຶ້ນເພື່ອເກັບກໍາຮີບໂຮມ ແລະ ຮຽບຮຽງເອົາການເຄື່ອນໄຫວທີ່ຕິດພັນກັບເຫດການປະຫວັດສາດ ແລະບົດຂຽນຄວາມຊົງຈໍາຈາກຜູ້ທີ່ໄດ້ຢູ່ໃກ້ສິດກັບລຸງ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການຈັດຕັ້ງວາງສະແດງຮູບພາບ ວັດຖຸພັນ ແລະ ກຽມເປີດອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ຢ່າງເປັນທາງການໃນຕົ້ນປີ 2019 ທີ່ຈະມາເຖິງນີ້.


ເຊິ່ງໃນກອງປະຊຸມໄດ້ໃຫ້ຮູ້ວ່າ: ລຸງ ໜູຮັກ ພູມສະຫວັນ ເປັນນັກປະຕິວັດທີ່ເຮັດເພື່ອຊາດຢ່າງສຸດກົດສຸດປາຍ ແລະ ຍຶດໝັ້ນໃນອຸດົມການຈົນວາລະສຸດທ້າຍ, ລຸງຖືກຈັດເຂົ້າເປັນຜູ້ນຳປະຕິວັດຜູ້ທີສອງ ຮອງຈາກ ທ່ານ ໄກສອນ ພົມວິຫານ ແລະ ເປັນປະທານປະເທດ ຄົນທີ 3 ຂອງ ສປປ ລາວ, ລຸງ ເກີດເມື່ອວັນທີ 9 ເມສາ 1910 ທີ່ບ້ານພະລຸກາມຸກດາຫານ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາລຸງສະຫາຍໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944.


ຊີວິດ ແລະ ການເຄື່ອນໄຫວແຕ່ລະໄລຍະມີດັ່ງນີ້:
  • ປີ 1945 ສະຫາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງ ຂະບວນການປະຕິວັດຂອງປະເທດເຮົາ.
  • ປີ 1949 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ ປະຈຳພາກຕາເວັນອອກ ທັງຮັບ ຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ.
  • ປີ 1950 ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການ ກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ.
  • ປີ 1954 ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາ ຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ.
  • ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ I ເຊິ່ງເປັນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນລາວ (ໃນປັດຈຸບັນແມ່ນ ພັກປະຊາຊົນປະຕິວັດລາວ) ສະຫາຍໄດ້ຖືກເລືອກຕັ້ງເປັນກໍາມະການສູນກາງພັກ.


  • ປີ 1958 ເປັນສະມາຊິກສະພາຜູ້ແທນລາຊະດອນ ໃນສະໄໝລວມລາວ ຄັ້ງທີ I ທັງເປັນເລຂາພັກ ພາກ ສ່ວນສູນກາງຢູ່ວຽງຈັນ.
  • ປີ 1959 ສະຫາຍຖືກລັດຖະບານລາຊະອານາຈັກຈັບກຸມຄຸມຂັງ ພ້ອມດ້ວຍສະເດັດເຈົ້າສຸພານຸວົງ ແລະ ຜູ້ ນຳຈຳນວນໜຶ່ງຂອງແນວລາວຮັກຊາດ.
  • ປີ 1960-1962 ເປັນກໍາມະການໃນຄະນະເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2 ທັງເປັນເລຂາ ພັກ ພາກສ່ວນສູນກາງ ຢູ່ຄັງໄຂ (ແຂວງຊຽງຂວາງ) ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມ ໃນລັດຖະບານປະສົມ.
  • ປີ 1966 ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະວຽກງານເສດ ຖະກິດການເງິນ.
  • ເດືອນ 2 ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.
  • ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເລືອກຕັ້ງສະຫາຍເປັນຮອງນາ ຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ.
  • ເດືອນ 4 ປີ 1982 ແລະ ເດືອນ 11 ປີ 1986 ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຜູ້ທີ 1 ທັງເປັນຜູ້ປະຈຳການສະພາລັດຖະມົນຕີ ຊີ້ນຳກຸ່ມເສດຖະກິດ.


  • ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກຕັ້ງເປັນປະທານ ສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ.
  • ວັນທີ 25/11/1992 ສະຫາຍໄດ້ຮັບການເລືອກຕັ້ງ ໂດຍກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນ ສູງສຸດ ຊຸດທີ 2 ໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998. ລຸງ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I ຄັ້ງທີ II ຄັ້ງທີ III ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955 ປີ 1972 ປີ 1982 ປີ 1986 ແລະ ປີ 1991 ສະຫາຍໄດ້ຮັບ ການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ຄັ້ງທີ 5. ລຸງໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001 ແລະ ໄດ້ມໍລະນະກຳ ໃນທ້າຍປີ 2008.


ຂໍຂອບໃຈທີ່ມາ: laoedaily.com.la
Ad