Top Ad

header ads

ເປີດການສັນຈອນຊົ່ວຄາວຂົວນໍ້າເຊືອງ ບ້ານວຽງສະຫວັນນະຄອນຫຼວງພະບາງ


ຂ່ານສານຫລວງພະບາງລາຍງານໃຫ້ຮູ້ວ່າ: ຂົວນໍ້າເຊືອງ ເປັນຂົວໜຶ່ວງທີ່ເຊື່ອມຕໍ່ຂ້າມນໍ້າເຊືອງເສັ້ນທາງເລກທີ່ 13 ເໜືອ ເຂດບ້ານວຽງສະຫັວນ, ນະຄອນ ຫຼວງພະບາງ,ເປັນ ເສັ້ນທາງຜ່ານໄປ ສູ່ບັນດາແຂວງພາກເໜືອ. ໃນເບີ້ອງຕົ້ນ ຂົວດັ່ງກ່າວ ແມ່ນສ້າງຂື້ນເພື່ອຮັບໃຊ້ການສັນຈອນສຳລັບລົດເບົາ,ໂດຍໂຄງສ້າງຂອງຂົວ ເປັນໂຄງສ້າງສຳລັບຂົວເບເລ ຫຼື ຂົວເຫຼັກ ແຕ່ໄດ້ຮັບການປັບປຸງຄືນໃຫມ່ ເມື່ອເສັ້ນທາງເລກທີ 13 ເໜືອ ໄດ້ຮັບການຍົກລະດັບຂື້ນ ໂດຍໄດ້ກວມເອົາຂົວແຫ່ງນີ້ ເຊັ່ນກັນ, ເຊິ່ງເປັນຂົວເບຕົງ ແຕ່ໂຄງສ້າງສ່ວນໃຫຍ່ ຍັງເປັນໂຄງສ້າງພື້ນຖານ ຂອງຂົວເບເລ. ມາຮອດປະຈຸບັນ, ຂົວນໍ້າເຊືອງ ແມ່ນມີອາຍຸປະມານ 30 ປີ ແລ້ວ.

ໃນກາງເດືອນສີງຫາ 2018 ເຊິ່ງເປັນລະດູຝົນໄດ້ມີຝົນຕົກໜັກຕິດຕໍ່ກັນຈົນຮອດຕົ້ນເດືອນກັນຍາ, ເຮັດໃຫ້ເຂດສົ້ນຂົວນໍ້າເຊືອງມີຮອຍແຕກ ແລະ ນໍ້າຝົນໄດ້ກັດເຊາະດີນເຂດສົ້ນຂົວ ຈົນຍຸບລົງ ປະມານ 1 ແມັດ,ຈົນເຮັດໃຫ້ຖານການສັນຈອນອຽງຊັນບໍ່ສາມາດສັນຈອນໄປມາໄດ້ ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກ. ຕໍ່ກັບເຫດການຄັ້ງນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປິດການສັນຈອນຜ່ານຂົວນໍ້າເຊືອງ ແລະ ໃຫ້ການສັນຈອນໂດຍໃຊ້ເຮືອບັກ ເພື່ອຂົນສົ່ງລົດຂ້າມນໍ້າ. ຈາກນັ້ນອົງການປົກຄອງແຂວງ ກໍ່ໄດ້ສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງສຳຫຼວດ ແລະ ໄດ້ມອບໃຫ້ບໍລິສັດ ລັດວິສະຫະກິດ ກໍ່ສ້າງຄົມມະນາຄົມຂອງສູນກາງ ເລີ່ມດໍາເນີນການສ້ອມແປງຄືນ ແຕ່ວັນທີ່ 15 ກັນຍາ ເປັນຕົ້ນມາ.

ມາໃນວັນທີ່ 5 ຕຸລາ 2018 ນີ້ ທ່ານ ສຸກຂັງ ບຸນຍະວົງ ຮອງອໍານວຍການລັດວິສາຫະກິດ ກໍ່ສ້າງຄົມມະນາຄົມສູນກາງ ທັງເປັນຫົວໜ້າທິມງານ ຟື້ນຟູຂົວນໍ້າເຊືອງ ໄດ້ໃຫ້ຮູ້ວ່າ: ຜ່ານການປະຕິບັດ ສ້ອມແປງມາໄດ້ຫຼາຍມື້ ທັງຕອນຄືນ ແລະ ຕອນເວັນ ເພື່ອໃຫ້ໄດ້ເປີດການສັນຈອນໃຫ້ລົດຜ່ານ,ແກ້ໄຂການແອອັດຂອງລົດທີ່ຈອດຢູ່ທັງສອງເບື້ອງຂອງສົ້ນຂົວ ໃຫ້ປະຊາຊົນຜູ້ທີ່ໃຊ້ລົດໃຊ້ຖະໜົນ ໄດ້ມີຄວາມສະດວກ ແລະ ເຮັດກິດຈະກໍາຂອງຕົນເອງໄດ້ຢ່າງເປັນປົກກະຕິ,ເຊິ່ງປະຈໍາບັນແມ່ນສໍາເລັດ ເກືອບ 100%ແລ້ວ ແລະ ເປີດໃຫ້ບໍລິການໃນຕອນແລງເວລາ 17.00 ໂມງ ຂອງວັນທີ່ 5 ກັນຍາ 2018 .ເຊິ່ງກິດຈະກໍາດັ່ງກ່າວໄດ້ລົງເສົາເຂັມ ເພື່ອຕັ້ງຖານຮັບນໍ້າໜັກ ຍົກດັນສົ້ນຂົວຂື້ນ ແລ້ວທັບເສົາທີ່ຍຸບລົງ ກ່ອນເທເສົາໃໝ່.ຈາກນັ້ນກໍ່ລົງເສົາເຂັມເຫຼັກໃໝ່ ແລະ ຈອດເສົາເຂັມໂອບອ້ອມໂຕສົ້ນຂົວ ແລ້ວເຊື່ອມຕໍ່ເຫຼັກຈ່ອງເພື່ອຍຶດເຫຼັກເສົາເຂັມທີ່ອ້ອມນັ້ນ ຈາກນັ້ນກໍ່ເອົາຫີນແຂງເທລົງແລ້ວເອົາລົດໂລຢຽບ ແລະ ເອົາດິນຖົມໃຫ້ພຽງແລ້ວເອົາລົດໂລມາຢຽບໃຫ້ແໜ້ນ ແລະ ກໍ່ເປີດໃຫ້ການສັນຈອນ. ສໍາລັບແຜນການຕໍ່ໜ້າທາງທິມງານວິຊາການຮັບຜິດຊອບຂົວນໍ້າເຊືອງແມ່ນຈະໄດ້ກໍ່ສ້າງຂົວແຫ່ງໃໝ່,ເຊິ່ງເປັນຂົວເບເລ ພາຍຫຼັງຂົວເບເລ ສໍາເລັດ ແມ່ນເປີດໃຫ້ການສັນຈອນທີ່ຂົວເບເລ ແລະ ປິດຂົວໂຕເກົ່າ ເພື່ອທັບມ້າງໂຕສົ້ນຂົວ ສ້ອມແປງໃຫ້ໄດ້ມາດຕະຖານ,ໂດຍຈະເຈາະຖານເພື່ອລົງເສົາເຂັມໃໝ່ ແລ້ວເທເສົາສົ້ນຂົວໂຕໃໝ່ ພ້ອມທັງຖານການສັນຈອນ ທີ່ໄດ້ມາດຕະຖານກວ່າ,ທັງຮັບປະກັນການເຈາະເຈື່ອນ ແລະ ໃຊ້ງານໄດ້ຢ່າງເປັນປົກກະຕິ,ຈາກນັ້ນກໍ່ຈະເປີດໃຫ້ການສັນຈອນຢ່າງເປັນປົກກະຕິ.

ສໍາລັບບັນຍາກາດຂອງປະຊາຊົນທີ່ສັນຈອນຜ່ານຢູ່ບໍລິເວນສອງສົ້ນຂົວ ຕາມຂໍ້ມູນຂອງເຈົ້າໜ້າທີ່-ທີ່ກ່ຽວຂ້ອງຮັບຜິຊອບຈັດສັນລົດບໍລິເວນສົ້ນຂົວນໍ້າເຊືອງໃຫ້ຮູ້ວ່າ: ມີລົດຈັກ ແລະ ລົດໃຫຍ່ທັງໝົດ ເກືອບ 5 ພັນຄັນ,ທີ່ຈອດຢູ່ທັງສອງເບື້ອງຂອງສົ້ນຂົວ,ເຊິ່ງໃນເວລາເປີດແມ່ນເປີດໃຫ້ທາງເບື້ອງສົ້ນຂົວທີ່ສັນຈອນມາຈາກເທດສະບານແຂວງກ່ອນ,ຈາກນັ້ນກໍ່ເປີດໃຫ້ການສັນຈອນທາງເບື້ອງເໜືອ ໂດຍພັດປ່ຽນກັນເຂົ້າຂົວເທື່ອລະເບື້ອງ ເພື່ອບໍໃຫ້ເກີດມີການສະເທືອນຫຼາຍ ເຊິ່ງອາດສົ່ງຜົນກະທົບໃຫ້ຖານຮັບຊົ່ວຄາວນັ້ນເຈື່ອນໄດ້.ການສ້ອມແປງ ແລະ ເປີດນໍ້າໃຊ້ຊົ່ວຄາວຂົວຂ້າມນໍ້າເຊືອງຄັ້ງນີ້ ທ່ານ ຫົວໜ້າກົມຂົນສົ່ງທາງບົກ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ,ມີຄະນະຮັບຜິດຊອບຂັ້ນແຂວງ,ເມືອງ ແລະ ພະນັກງານວິຊາ ກໍ່ຍັງໄດ້ຕິດຕາມຢ່າງໃກ້ສິດຈົນຮອດເວລາເປີດໃຫ້ລົດແລ່ນຜ່ານ.

ຂ່າວ: ເພັດສາຄອນ ສິມມະວົງ
Ad