Top Ad

header ads

ລັດຖະບານ ຊື້ເຮືອນພັກຊົ່ວຄາວ ທີ່ບໍລິສັດ ເຈົ້າຂອງເຂື່ອນແຕກ ສ້າງ ເພື່ອໃຫ້ປະຊາຊົນຜູ້ຮັບຜົນກະທົບຢູ່.


ບໍລິສັດ SK ທີ່ເປັນເຈົ້າຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ແຕກ ຮ່ວມກັບ ພາກລັດ ເລັ່ງສ້າງທີ່ພັກອາໄສ ຊົ່ວຄາວ ກໍ່ຄື ເຮືອນພັກຊົ່ວຄາວ ໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ໂດຍສະເພາະແມ່ນຈຸດທີ 3 ບ້ານຕະມໍຢອດ ໂດຍແມ່ນ ປະຊາຊົນບ້ານຫີນລາດ ທີ່ບໍລິສັດສ້າງ 500 ຫຼັງ ລັດຖະບານ ຈະເປັນຜູ້ຊື້ ໃຫ້ປະຊາຊົນຢູ່ ຈຳນວນ 450 ຫຼັງ ບໍລິສັດ ເຈົ້າຂອງເຂື່ອນປະກອບສ່ວນ 50 ຫຼັງ. 

ຮອງເຈົ້າເມືອງລາຍງານໃຫ້ຮູ້ວ່າ: ເຮືອນພັກຊົ່ວຄາວແມ່ນ ສ້າງຂຶ້ນຢູ່ 5 ຈຸນເຊັ່ນ: 
ຈຸດທີ 1: ແມ່ນຢູ່ໂຮງຮຽນປະຖົມບ້ານຫາດຍາວ ລວມມີ 140 ຫ້ອງ ແລະ ໄດ້ຈັດສັນປະຊາຊົນໄປຢູ່ມີ 138 ຄອບຄົວ.

ຈຸດທີ 2: ແມ່ນຢູ່ຈຸດດົງບາກ ລວມມີ 45 ຫຼັງ (ໄດ້ຈັດໃຫ້ບ້ານໃໝ່, ບ້ານທ່າຫີນໃຕ້).

ຈຸດທີ 3: ແມ່ນຈຸດພັກຊົ່ວຄາວຢູ່ບ້ານຕໍມໍຢອດ ໂດຍແມ່ນປະຊາຊົນບ້ານຫີນລາດ ຈຳນວນ 172 ຫຼັງຄາ, ມີ 701 ຄົນ ລວມມີຈຳນວນ 500 ຫຼັງ ໃນນີ້ ລັດຖະບານຈັດຊື້ 450 ຫຼັງ ແລະ ບໍລິສັດປະກອບສ່ວນຊ່ວຍ 50 ຫຼັງ.

ຈຸດທີ 4: ແມ່ນຢູ່ດອນບົກ ໂດຍແມ່ນບ້ານທ່າແສງຈັນ ມີ 125 ຄອບຄົວ, ພົນລະເມືອງ 523 ຄົນ; ຈຸດທີ 5 ແມ່ນຢູ່ຈຸດປິນດົງ ມີຈຳນວນ 89 ຄອບຄົວ, ພົນລະເມືອງ 330 ຄົນ, ໃນການຈັດສັນພໍ່ແມ່ປະຊາຊົນໄປຢູ່ເຮືອນພັກຊົ່ວຄາວນີ້ຄາດວ່າບໍ່ໃຫ້ກາຍເດືອນພະຈິກ 2018 ປີນີ້.

Ad