Top Ad

header ads

ຍາດພີ່ນ້ອງຜູ້ສູນຫາຍສຶນາມິອິນໂດເນເຊຍຜິດຫວັງ ລັດຖະບານຈະຢຸດຕິການຄົ້ນຫາ


ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ່ 8 ຕຸລາ ວ່າ ພາຍຫຼັງສໍານັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ (ບີເອັນພີບີ) ປະກາດກຽມຢຸດພາລະກິດຄົ້ນຫາຜູ້ສູນຫາຍຈາກເຫດການທໍລະນີພິບັດເທິງເກາະສຸລາເວສີ “ຢ່າງເປັນທາງການ” ໃນວັນພະຫັດທີ່ 11 ຕຸລາ ນີ້ໂດຍໃຫ້ເຫດຜົນເລື່ອງຂໍ້ຈໍາກັດໃນການເຂົ້າເຖິງພື້ນທີ່ປະສົບໄພບາງແຫ່ງເຊິ່ງເປັນພື້ນທີ່ຊຸ່ມນໍ້າ ຫຼື ເປັນດິນໜຽວຕະກອນ ຈຶ່ງອ່ອນຕົວໄດ້ງ່າຍຈາກການເກີດແຜ່ນດິນໄຫວຮຸນແຮງ ເປັນປາກົດການ “ແຜ່ນດິນແຫຼວ” ( Soil Liquefaction ) ໃນການໃຊ້ອຸປະກອນຂະໜາດໃຫ່ຍຈຶ່ງເປັນເລື່ອງລໍາບາກ ແລະ ສ່ຽງຕໍ່ສະຫວັດດີພາບຂອງທີມປະຕິບັດງານເອງອີກດ້ວຍ
ບັນດາຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ສູນຫາຍຕ່າງລວມຕົວກັນສະແດງຄວາມເສຍໃຈ ແລະ ບໍ່ພໍໃຈຂອງເຈົ້າໜ້າທີ່ ໂດຍສ່ວນໃຫຍ່ຢືນຢັນວ່າຕ້ອງການຮັບສົບກັບໄປປະກອບພິທີຕາມປະເພນີ ແລະ ຕາມຫຼັກສາສາໜາ ພ້ອມທັງວິຈານລັດຖະບານວ່າ “ຖອດໃຈ” ໃນການຊ່ວຍເຫຼືອປະຊາຊົນ ແລະ ກ່າວດ້ວຍວ່າໜ່ວຍງານກູ້ໄພຍັງບໍ່ເຄີຍເຂົ້າໄປສໍາຫຼວດພື້ນທີ່ບາງແຫ່ງດ້ວຍຊໍ້າ
ທັງນີ້ລາຍງານຂອງບີເອັນພີບີລະບຸຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງ 7.5 ຣິກເຕີ ທີ່ຕາມດ້ວຍສຶນາມິຫຼາຍຮອບ ຊັດເຂົ້າສູ່ຊາຍຝັ່ງຂອງເກາະສຸລາເວສີ ເມື່ອວັນທີ່ 28 ກັນຍາ ທີ່ຜ່ານມາ ໄວ້ທີ່ “ປະມານ 2,000 ຄົນ” ແຕ່ຍັງສູນຫາຍອີກປະມານ “5,000 ຄົນ” ຂະນະທີ່ຄວາມຊ່ວຍເຫຼືອຈາກນານາປະເທດເຂົ້າສູ່ພື້ນທີ່ປະສົບໄພຢ່າງຕໍ່ເນື່ອງ ແຕ່ພາບລວມຍັງຄົງລ່າຊ້າດ້ວຍບັນຫາເສັ້ນທາງຄົມມະນາຄົມພາກພື້ນດິນ ທີ່ຖະໜົນຫຼວງຫຼາຍສາຍໄດ້ຮັບຄວາເສຍຫາຍຢ່າງໜັກຈາກໄພພິບັດທາງທໍາມະຊາດ


Ad