Top Ad

header ads

RIP ເຈົ້າຂອງສະໂມສອນ ເລັສເຕີ ຊິຕີ້ ເສຍຊີວິດຈາກຍົນເຮລີຄັອບເຕີສ່ວນຕົວຕົກບໍລິເວນລານຈອດລົດຂອງສະໂມສອນ!






ສະໂມສອນ ເລັສເຕີ ຊິຕີ້ ທິມແຊ້ມພຣີເມ໋ຍລີກ ລະດູການ 2015-16 ໄດ້ຖະແຫລງກ່ຽວກັບການເສຍຊີວິດເຈົ້າຂອງສະໂມສອນ ທ່ານ ວິໄຊ ສີວັດທະນະປະພາ ນັກທຸລະກິດຊາວໄທ ຈາກເຫດຍົນເຮລີຄັອບເຕີສ່ວນຕົວຕົກບໍລິເວນລານຈອດລົດຂອງສະໂມສອນ ໃນຄືນວັນເສົາທີ 27 ຕຸລາ ຜ່ານມາ ຫລັງເກມພຣີເມ໋ຍລີກ ນັດເລສເຕີ ຊິຕີ້ ເປິດບ້ານສະເໝີກັບ ເວັສແຮມ ຢູໄນເຕັດ 1-1.



'' ໃນນາມບໍລິສັດ ຄິງພາວເວີ, ສະໂມສອນ ເລັສເຕີ ຊິຕີ້ ແລະ ສະໂມສອນ ໂອເອັຈ ລູເວັນ (OH Leuven) ສຸດເສຍໃຈ ແລະ ອາໄລຢ່າງສຸດຊຶ້ງ ຕໍ່ກັບການສູນເສຍ ທ່ານ ວິໄຊ ສີວັດທະນະປະພາ ເຈົ້າຂອງສະໂມສອນເລັສເຕີ ຊິຕີ້ ພ້ອມດ້ວຍທິມງານອີກ 4 ທ່ານ ທີ່ປະສົບເຄາະຮ້າຍເສຍຊີວິດຈາກເຫດການຍົນເຮລີຄັອບເຕີສ່ວນຕົວຕົກບໍລິເວນລານຈອດລົດຂອງສະໂມສອນ ໃນຄືນວັນເສົາທີ 27 ຕຸລາຜ່ານມາ ''


'' ຂໍສົ່ງກຳລັງໃຈໃຫ້ຄອບຄົວຜູ້ເສຍຊີວິດ ຈາກເຫດການດັ່ງກ່າວ'' ທ່ານ ວິໄຊ ສີວັດທະນະປະພາ ເປັນບຸກຄົນທີ່ມີຈິດໃຈດີງາມ, ເອື້ອເຟື້ອເພື່ອແຜ່ ເປັນບຸກຄົນທີ່ອຸທິດກຳລັງແຮງ ແລະ ກຳລັງຊັບ ຊ່ວຍເຫລືອສັງຄົມ, ສະໂມສອນ ແລະ ຄອບຄົວ'' ພວກເຮົາຈະຮັກສາຄວາມປາຖະໜາ, ວິໄສທັດທີ່ກວ້າງໄກຂອງ ທ່ານ ວິໄຊ ເພື່ອເປັນມໍລະດົກສືບທອດໃນອານາຄົດ'' ສຳລັບ ເຮລີຄັອບເຕີ ລຳດັ່ງກ່າວ ບັນທຸກຜູ້ໂດຍສານລວມ 5 ທ່ານ ລວມທັງ ທ່ານ ວິໄຊ ຜູ້ເຫັນເຫດການກ່າວວ່າ: ລະຫວ່າງບິນສຳຫລວດມຸມສູງບໍລິເວນອ້ອມຮອບສະໜາມ ຄິງພາວເວີ ໃນເມືອງເລັສເຕີ ເກີດເຫດການລັກສະນະເຕັກນິກຂອງຍົນຂັດຂ້ອງ ຈົນເກີດອຸບັດຕິເຫດຂຶ້ນ, ປະຈຸບັນເຈົ້າໜ້າທີ່ກຳລັງສືບສວນເຫດການດັ່ງກ່າວ.


ໃນວັນທີ 30 ຕຸລານີ້ ເປັນຕົ້ນໄປ ຈະເປີດໃຫ້ລົງສະໜາມສະແດງຄວາມໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ວິໄຊ ສີວັດທະນະປະພາ ເລີ່ມແຕ່ເວລາ 8:00 ເປັນຕົ້ນໄປ ແລະ ສະໜາມ King Power at Den Dreef ໃນເມືອງລູເວັນ ປະເທດແບນຊິກ (ເບວຢ້ຽມ) ສະໜາມຂອງທິມ ໂອເອັຈ ລູເວັນ (OH Leuven) ທິມໃນລີກ 2 ຂອງແບນຊິກ ທີ່ເປັນຂອງ ທ່ານ ວິໄຊ ສີວັດທະນະປະພາ.





 

Cr: ຂ່າວກີລາ Lao National TV

Photo: Leicester City Football Club

Ad