Top Ad

header ads

ພົບ 1 ໃນ2 ກ່ອງດຳ ຂອງຍົນໄລອ້ອນແອຣ ທີ່ຕົກໃນທະເລຊວາ






ທາງການອິນໂດເນເຊຍສາມາດເກັບກູ້ກ່ອງດຳ 1ຈາກ2ກ່ອງ ຂອງຍົນໄລອ້ອນແອຣ ທີ່ປະສົບເຫດຕົກໃນທະເລຊວາ ເມື່ອວັນຈັນທີ່ຜ່ານມາໄດ້ແລ້ວ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຈາກາຕາ ປະເທດອິນໂດເນເຊຍເມື່ອວັນທີ 1ພະຈິກ ກ່ຽວກັບຄວາມຄືບຫນ້າຂອງປະຕິບັດການຄົ້ນຫາເບາະແສຖ້ຽວບິນເຈທີ 610 ຂອງສາຍການບິນໄລອ້ອນ ແອຣ ເຊິ່ງມີຜູ້ໂດຍສານ 181ຄົນ ແລະ ລູກເຮືອ 8ຄົນ ໃຊ້ຍົນລຸ້ນໃຫມ່ຂອງໂບອິ້ງຄື 737 ແມັກ8 ປະສົບເຫດຍຕົກໃນທະເລນອກຊາຍຝັ່ງທາງເຫນືອຂອງເກາະຊວາ ລະຫວ່າງເດີນທາງຈາກກຸງຈາກາຕາສູ່ຫມູ່ເກາະເບີລີຕຸງ ທາງຕາເວັນອອກສຽງໃຕ້ຂອງເກາະສຸມາດຕາເມື່ອວັນຈັນທີ່ຜ່ານມານັ້ນ


ຄະນະກຳມາການຄວາມປອດໄພດ້ານກົດຫມາຍຄົມມະນາຄົມແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ ທີມນັກດຳນໍ້າສາມາດເກັບກູ້ກ່ອງບັນທຶກຂໍ້ມູນການບິນໄດ້ແລ້ວກ່ອງນື່ງ ຈາກທັງຫມົດສອງກ່ອງ ທັງນີ້ນອກເຫນືອຈາກການຄົ້ນພົບກ່ອງດຳທຳອິດທີ່ຂໍ້ມູນພາຍໃນນັ້ນຈະເປັນກະແຈສຳຄັນລູກທຳອິດ ເພື່ອໄຂປິດສະຫນາການຕົກຂອງຍົນລຳນີ້ ທີ່ເປັນລຸ້ນໃຫມ່ ແລະ ເຂົ້າປະຈຳການໃນຝູງບິນຂອງໄລອ້ອນແອຣ ເມື່ອເດືອນສິງຫາທີ່ຜ່ານມາ ນອກຈາກນີ້ການຄົ້ນກ່ອງດຳຍັງຈະເປັນການຕີກອບພື້ນທີ່ຄົ້ນຫາໃຫ້ແຄບຂຶ້ນນຳ ໂດຍບໍລິເວນທີ່ມີການຄົ້ນພົບກ່ອງດຳທຳອິດນັ້ນຈົມຢູ່ທີ່ລະດັບຄວາມເລິກປະມານ 30ແມັດ ແລະ ຢູ່ຫ່າງຈາກຈຸດທີ່ຍົນສົ່ງສັນຍານຕິດຕໍ່ຄັ້ງສຸດທ້າຍປະມານ 500ແມັດ


ແນວໃດກໍ່ຕາມຫນ່ວຍງານທຸກແຫ່ງທີ່ກ່ຽວຂ້ອງເຊື່ອວ່າພາລະກິດຄົ້ນຫາເບາະແສຂອງຖ້ຽວບິນເຈທີ610 ມາຖືກທາງແລ້ວ ເນື່ອງຈາກບໍລິເວນທີ່ທຳການຄົ້ນຫາຕັ້ງແຕ່ຕົ້ນອາທິດນັ້ນຍັງຄົງມີສຳພາລະຂອງຜູ້ໂດຍສານ, ສິ້ນສ່ວນຈາກຕົວຍົນ ແລະ ຄາບນໍ້າມັນລອຍຂື້ນສູ່ຜິວຫນ້ານໍ້າຍ່າງຕໍ່ເນື່ອງ ຂະນະທີ່ສະມາຊິກໃນຄອບຄົວຂອງຜູ້ສູນຫາຍທັງຫມົດ 189ຄົນ ທະຍອຍເຂົ້າພົບເຈົ້າຫນ້າທີ່ເພື່ອມອບຕົວຍ່າງດີເອັນເອໄວ້ໃຊ້ສຳລັບການພິສູດເອກະລັກບຸກຄົນ


ດ້ານໄລອ້ອນແອຣ ອອກຖະແຫລງການເລື່ອງການພັກງານ ທ່ານມູຮຳຫມັດ ອາຊີບ ຜູ້ອຳນວຍການຝ່າຍເທັກນິກດ້ວຍສາເຫດທີ່ກ່ຽວຂ້ອງກັບອຸບັດເຫດທາງອາກາດຄັ້ງນີ້ ໂດຍຄວາມເຄື່ອນໄຫວດັ່ງກ່າວເປັນໄປຕາມຄຳສັ່ງຂອງກະຊວງຄົມມະນາຄົມ ແຕ່ຍັງບໍ່ເປັນທີ່ຊັດເຈນວ່າການພັກງານທ່ານອາຊີບໃນຄັ້ງນີ້ຈະມີຜົນພຽງຊົ່ວຄາວຫລືຖາວອນ ຂະນະດຽວກັນກະຊວງຄົມມະນາຄົມຂອງອິນໂດເນເຊຍຍັງສັ່ງກວດສອບຍົຮໂບອິ້ງ 737ແມັກ8 ທຸກລຳທີ່ມີຢູ່ໃນປະເທດນຳ ເຊິ່ງມາລິນໂດ ແອຣ ໃນເຄືອຂອງໄລອ້ອນແອຣ ເປັນສາຍການບິນທຳອິດຂອງໂລກທີ່ນຳເຂົ້າຍົນລຸ້ນນີ້ໃຊ້ງານເຊີງພານິດ ເມື່ອປີທີ່ຜ່ານມາ

Ad