Top Ad

header ads

ເຈົ້າໜ້າທີ່ລາວ ຢຶດເງິນ ທີ່ກຽມນໍາອອກນອກປະເທດ ມູນຄ່າ 1,5 ຕື້ກີບ ທີ່ດ່ານມິດຕະພາບ ລາວ-ໄທ 1






ໃນວັນທີ 31 ຕຸລາ 2018 ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ນະຄອນຫລວງວຽງຈັນ-ໜອງຄາຍ ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ, ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ.


ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 ໂມງ ໄດ້ພົບເຫັນລົດເປົ້າໝາຍ, ຈຶ່ງຂໍອະນຸຍາດກວດກາລະອຽດ ພົບເຫັນເງິນໂດລາສະຫະລັດຈໍານວນ 170.000 ໂດລາ, ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດຳໃນລົດກະບະໝາຍເລກທະບຽນ ຂກ 6633 ກໍາແພງນະຄອນ, ກຽມນຳເງິນຕາອອກນອກປະເທດຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ,ຊຶ່ງປັດຈຸບັນ ເງິນຈໍານວນດັ່ງກ່າວ ແລະ ພາຫະນະເຈົ້າໜ້າທີ່ພາສີໄດ້ຢຶດໄວ້ເປັນຂອງກາງ ເພື່ອດຳເນີນການຕາມລະບຽບພາສີ ແລະ ລະບຽບການຕ່າງໆ, ສ່ວນຜູ້ຕ້ອງຫາຈຳນວນ 3 ຄົນ (ຊາຍ 1, ຍິງ 2) ໄດ້ມອບໃຫ້ເຈົ້າໜ້າທີ່ ຕມ ປະຈຳດ່າ ສືບສວນ-ສອບສວນຕາມວິຊາສະເພາະ ແລະ ດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍຂັ້ນຕໍ່ໄປ

 


ຂອບໃຈຂໍ້ມູນ: ວຽງຈັນໃຫ່ມ

Ad