Top Ad

header ads

ຜົວໄວ 18 ປີງອນໃຫ້ເມຍ ຈື່ງແຂວນຄໍຕາຍ ເພາະເມຍໄວ 44 ປີ ດ່າວ່າຕິດເກມ






ຈາກກໍລະນີ ທ້າວ ລັດທະພູມ ເສັງຫະພັນ ອາຍຸ 18 ປີ ບ້ານເກົ່າຢູ່ບ້ານເລກທີ່ 48 ຫມູ່ 18 ຕ.ອ່າງທອງ ອ.ເມືອງ ຈ.ກຳແພງເພັດ ປະເທດໄທ ໄດ້ໃຊ້ເຊືອກແຂວນຄໍຕາຍຫລັງບ້ານ ແລະໄດ້ມີຄົນຊ່ວຍເຫລືອອອກມາແລ້ວ ຈື່ງໄດ້ປະຖົມພະຍາບານປໍ້າຫົວໃຈ ປະມານ 20 ນາທີ ອາການບໍ່ດີຂື້ນ

 


ຈື່ງໄດ້ນຳສົ່ງໂຮງຫມໍໃກ້ທີ່ເກິດເຫດ ເພື່ອຊ່ວຍເຫລືອຕໍ່ໄປ ຈາກການສືບສວນຂອງເຈົ້າຫນ້າທີ່ຕຳຫລວດຄາດວ່າ ສາເຫດມາຈາກນ້ອຍໃຈເມຍໄວ 44 ປີ ບໍ່ໃຫ້ຫລີນເກມ ແລະ ດ່າວ່າໃຫ້ເລີກຫລີນເກມພ້ອມຫາງານເຮັດ ເຫດເກິດເວລາ 22.00 ໂມງ ວັນທີ່ 12.11.2018

 


ຄວາມຄືບຫນ້າລ່າສຸດເມື່ອວັນທີ່ 13.11.2018 ນັກຂ່າວໄດ້ຮັບການຢືນຢັນຈາກພີ່ນ້ອງຂອງທ້າວ ລັດທະພູມ ເສັງຫະພັນ ອາຍຸ 18 ປີ ແລ້ວວ່າ ໄດ້ເສີຍຊີວິດລົງແລ້ວ ເນື່ອງຈາກອາການສາຫັດ ໂດຍນາງຈຳປີ ຊາຍຊຽວ ອາຍຸ 44 ປີ ພັນລະຍາຜູ້ເສີຍຊີວິດ ເປິດເຜີຍວ່າກ່ອນເກິດເຫດ ຕົນໄດ້ໄປຕາມຜູ້ຕາຍທີ່ຮ້ານເກມໃຫ້ກັບບ້ານ ແລະດ່າໃຫ້ເລິກຫລີນເກມ ພ້ອມຫາວຽກເຮັດໄດ້ແລ້ວ ເຊີ່ງເຮັດໃຫ້ຜົວບໍ່ພໍໃຈ ຍ່າງໄປບໍລິເວນຫລັງບ້ານ ຈົນໃຊ້ເຊືອກແຂວນຄໍດັງກ່າວ

 


ທັງນີ້ທັງນັ້ນ ຫລັງຈາກສືບສວນນາງຈຳປີແລ້ວ ຄາດວ່າຜູ້ຕາຍມີຄວາມຄຽດຢູ່ແລ້ວ ແລະມາຖືກພັນລະຍາດ່າເລື່ອງຕິດເກມອີກ ເລີຍປະຊົດດ້ວຍການແຂວນຄໍຕາຍ ຢ່າງໃດກໍຕາມ ເຈົ້າຫນ້າທີ່ຕຳຫລວດໄດ້ເຮັດການສືບສວນຢ່າງລະອຽດອີກຄັ້ງເພື່ອຫາສາເຫດທີ່ແທ້ຈີງຕໍ່ໄປ



Ad