Top Ad

header ads

ຮ່ວມກັນຄ້າຂາຍຢາເສບຕິດ ສານຕັດສິນປະຫານຊີວິດ 1 ຄົນ






ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເປີດປະຊຸມສານໃນອາທິດທີ່ຜ່ານມາ ເພື່ອໄຕ່ສວນສຳນວນຄະດີອາຍາ ໃນສະຖານຄ້າຂາຍຢາເສບຕິດ, ມີອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການລ່ວງລະເມີດຊາຍແດນ, ເຊິ່ງແຕະຕ້ອງເຖິງຄວາມບໍ່ສະຫງົບຂອງຊາດ ແລະ ການລະເມີດລະບຽບການກ່ຽວກັບລະບອບພາສີຂອງລັດ ໂດຍມີຈຳເລີຍ 5 ຄົນ ແລະ ສານໄດ້ຕັດສິນປະຫານຊີວິດຈຳເລີຍທີ່ມີຄວາມຜິດຮ້າຍແຮງ 1 ຄົນ ແລະ ຈຳຄຸກຕະຫຼອດຊີວິດ 1 ຄົນ ພ້ອມປັບໃໝ 800.000.000 ກີບ.

 

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສຳນວນຄະດີອາຍາຂັ້ນຕົ້ນ ໃນວັນທີ 31 ຕຸລາຜ່ານມານີ້ ເລກທີ 48/ອຍກ.ນວ, ລົງວັນທີ 30 ພຶດສະພາ 2018 ວ່າ: ຈຳ ເລີຍ 1 ຊື່ທ້າວ ຄຳສິງ ອາຍຸ 46, ພັກເຊົາຢູ່ບ້ານຊຽງດາ ຖືກຫາວ່າ: ຄ້າຂາຍຢາເສບຕິດ, ມີອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການລ່ວງລະເມີດຊາຍແດນ, ເຊິ່ງແຕະຕ້ອງເຖິງຄວາມບໍ່ສະຫງົບຂອງຊາດ ແລະ ການລະເມີດລະບຽບການກ່ຽວກັບລະບອບພາສີຂອງລັດ ທີ່ຖືກກຳນົດໄວ້ໃນກົດໝາຍອາຍາ ມາດຕາ 59, 76, 152 ແລະ ກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ມາດຕາ 2, ຈຳເລີຍ 2 ທ້າວ ເກບົວທອງ ອາຍຸ 46 ປີ ຢູ່ບ້ານດົງຄຳຊ້າງ ຖືກຫາວ່າ: ຄ້າຂາຍຢາເສບຕິດ ແລະ ການລະເມີດລະບຽບການກ່ຽວກັບລະບອບພາສີຂອງລັດ ຕາມກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ມາດຕາ 2 ແລະ ກົດໝາຍອາຍາ ມາດຕາ 152, ສ່ວນຈຳເລີຍ 3,4,5,6 ຊື່ທ້າວ ສະແຫວງ ອາຍຸ 42 ປີ, ທ້າວ ກໍ່າ ອາຍຸ 46 ທັງສອງຄົນຢູ່ບ້ານນາຄວາຍ, ທ້າວ ແຫຼມ ອາຍຸ 32 ປີ ຢູ່ບ້ານນາຄວາຍໃຕ້ ແລະ ທ້າວ ໂບ້ ອາຍຸ 18 ປີ ຢູ່ບ້ານຊຽງດາ ທັງໝົດນີ້ຂຶ້ນກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຖືກຫາວ່າຄ້າຂາຍຢາເສບຕິດ ປະເພດຢາບ້າ ຕາມກົດໝາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ມາດຕາ 2.

 


>ເຮືອຫາງຍາວ ແລ້ວມາລັກລອບຊື້-ຂາຍຢາບ້າ ໂດຍຊື້ນຳພັກພວກ ຄັ້ງລະ 1-10 ມັດ ມັດລະ 2.000 ເມັດ, ແລ້ວນຳໄປຂາຍໃຫ້ທ້າວ ກິ່ງ (ຄົນໄທ) ເງິນທີ່ໄດ້ຈາກຊື້-ຂາຍຢາບ້າ ແມ່ນໄດ້ ນຳໄປຊື້ດິນ 1 ຕອນ ເນື້ອທີ່ 1 ເຮັກຕາ ລາຄາ 350.000 ບາດ, ຊື້ລົດຈັກຊຸບເປີໂຟ ສີດຳ 1 ຄັນ ລາຄາ 40.000 ບາດ (ລົດບໍ່ມີເອກະສານ ແລະ ບໍ່ໄດ້ແຈ້ງເສຍພາສີ) ຊື້ລົດເກັງ ຍີ່ຫໍ້ເບັ້ນ ສີດຳ ໝາຍເລກທະບຽນ ກນ 4817 ຊື້ນຳທ້າວ ຕົ້ນ ມູນຄ່າ 350.000 ບາດ, ປີ 2009 ໄດ້ຊື້ຢາບ້ານຳພັກພວກ ຄັ້ງລະ 1-9 ມັດ, ຊື້ນຳທ້າວ ເກບົວທອງ (ຈຳເລີຍ 2 ) ຄັ້ງລະ 5-10 ມັດ ແລ້ວນຳໄປຂາຍໃຫ້ທ້າວ ກິ່ງ ຕາມເຄີຍ ແລະ ເຮັດມາແລ້ວຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້, ມາວັນທີ 1 ພືດສະພາ 2015 ເຈົ້າໜ້າທີ່ໜ່ວຍງານປາບປາມຢາເສບຕິດ ໄດ້ເຂົ້າຈັບຕົວ. ໃນຂະນະນັ້ນ, ຈຳ ເລີຍ ໄດ້ຈົກເອົາປືນສັ້ນ 9 ມມ ເລັງໃສ່ເຈົ້າໜ້າທີ່ ແຕ່ເຈົ້າໜ້າທີ່ໄດ້ຍິງສວນກັບເຂົ້າ

ຂາເບື້ອງຊ້າຍ ເມື່ອກັກຕົວແລ້ວ ກໍໄດ້ເຂົ້າກວດຄົ້ນບ່ອນເຮັດວຽກ ພົບຢາບ້າທີ່ຝັງດິນໄວ້ຈຳນວນ 23 ມັດ ເທົ່າກັບ 46.000 ເມັດ, ເຂົ້າກວດຄົ້ນເຮືອນທີ່ຈຳເລີຍອາໄສຢູ່ ພົບຢາບ້າອີກ 6 ມັດ ກັບ 5 ຖົງນ້ອຍ, ລູກປືນສັ້ນ 16 ລູກ ລູກປືນແວ່ງ 8 ລູກ, ເງິນບາດ 10.260 ບາດ, ເງິນກີບ 1.815.000 ກີບ.

 

ຈຳເລີຍ 2 ສາລະພາບວ່າ ຢາບ້າທີ່ນຳມາຂາຍແມ່ນໄດ້ຊື້ນຳເຖົ້າແກ່ຢູ່ແຂວງບໍ່ແກ້ວ ຄັ້ງລະຫຼາຍ 10 ມັດ, ແລ້ວນຳມາແບ່ງຂາຍໃຫ້ກັບທ້າວ ຄຳສິງ, ທ້າວ ສະແຫວງ, ທ້າວ ກໍ່າ, ທ້າວ ໂບ້ ແລະ ທ້າວ ແຫຼມ, ແຕ່ຂາຍໃຫ້ທ້າວ ຄຳສິງ ຫຼາຍກວ່າຄົນອື່ນ ຮອງລົງມາແມ່ນຂາຍໃຫ້ທ້າວ ກໍ່າ ຄັ້ງລະ 1-3 ມັດ, ເງິນທີ່ໄດ້ຈາກການຂາຍຢາບ້າ ແມ່ນໄດ້ໃຊ້ຈ່າຍສ່ວນຕົວ. ນອກນີ້, ຍັງ ໄດ້ຊື້ລົດສະເກມ ທີ່ມີຄວາມແຮງເກີນ 250 CCຊື້ລົດຈັກເວບ 125, ທັງສອງຄັນນີ້ແມ່ນບໍ່ໄດ້ ເສຍພາສີນຳເຂົ້າ, ມາວັນທີ 14 ພຶດສະພາ 2015 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ແລະ ກວດຄົ້ນ ຫ້ອງນອນ ພົບຢາບ້າ 15 ມັດ 3 ຖົງ ແລະ 11 ເມັດ. ສ່ວນຈຳເລີຍ 3,4,5,6 ກໍຮັບສາລະພາບວ່າ ໄດ້ພົວພັນຊື້-ຂາຍຢາບ້າກັບທ້າວ ເກບົວທອງ ແລ້ວນຳໄປຂາຍໃຫ້ກຳມະກອນ ແລະ ພວກໄວລຸ້ນມົ້ວສຸມຢາຢູ່ຕາມຮ້ານເກມ ແລະ ຮ້ານສະນຸກເກີ້.

ຜ່ານການຄົ້ນຄວ້າສຳນວນຄະດີ, ຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບເຂົ້າໃນສຳນວນຄະດີຢ່າງລະອຽດຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ການກະທຳຂອງພວກ ຈຳເລີຍ ໄດ້ສ້າງຄວາມບໍ່ສະຫງົບໃຫ້ກັບສັງຄົມ ແລະ ປະເທດຊາດ. ສະນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງລົງໂທດຕັດສິນປະຫານຊີວິດທ້າວ ຄຳສິງ ພ້ອມຮິບຊັບທີ່ພົວພັນ ຫຼື ໄດ້ມາຈາກການຄ້າຂາຍຢາເສບຕິດ, ຕັດສິນຕະຫຼອດຊີວິດ ທ້າວ ເກບົວທອງ ແລະ ປັບໃໝ 800.000.000 ກີບ, ລົງໂທດທ້າວ ກໍ່າ 9 ປີ 6 ເດືອນ ປັບໃໝ 95.000.000 ກີບ ແລະ ຕັດສິນທ້າວ ສະແຫວງ, ທ້າວ ໂບ້ ແລະ ທ້າວ ແຫຼມ ຜູ້ລະ 5 ປີ ປັບໃໝ ຜູ້ລະ 10.000.000 ກີບ

 

ຂອບໃຈທີ່ມາ: www.lsecuritynews.com

Ad