Top Ad

header ads

ສະຫລົດ!! ລົດເມ 2 ຄັນຕຳປະສານງານໃນຊິມບັບເວ ເສຍຊີວິດ 50 ຄົນ






ສຳນັກຂ່າວເອພີລາຍງານຈາກນະຄອນຮາຣາເຣປະເທດຊິມບັບເວເມື່ອວັນທີ່ 9 ພະຈິກ 2018 ວ່າ ທ່ານພອລ ເອັນຢາທີ ໂຄສົກຕຳຫຼວດຊິມບັບເວຖະແຫຼງວ່າ ເກີດອຸບັດຕິເຫດລົດເມໄລຍະທາງໄກ 2 ຄັນຕຳປະສານງານເພາະແລ່ນສວນທາງກັນ ເທີງຫົນທາງສາຍຫນື່ງໃກ້ກັບເມືອງຣູຊາເປ 170 ກິໂລ ທາງຕາເວັນອອກຂອງນະຄອນຮາຣາເຣເມື່ອຄ່ຳວັນພຸດທີ່ 7 ພະຈິກທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 50 ສົບ ແລະບາດເຈັບອີກ 80 ຄົນແຕ່ໂຕເລກຜູ້ເສຍຊີວິດອາດປັບສູງຂື້ນກວ່ານີ້ເພາະຜູ້ໄດ້ຮັບບາດເຈັບຫລາຍຄົນມີການອາການສາຫັດ


ທ່ານນາງເອລເລນ ກວາຣັດຊິມບາ ເຈົ້າຫນ້າທີ່ລະດັບສູງຂອງແຂວງມານິຄາແລນ ເປີດເຜີຍວ່າ ລົດເມຄັນຫນື່ງພະຍາຍາມທີ່ຈະຂັບແຊງລົດພ່ວງ 2 ຄັນ ເທີງເສັ້ນທາງຂະຫຍາຍ ຊື່ງມີກົດຫ້າມແຊງ ແຕ່ບໍ່ພົ້ນຈື່ງຕຳເຂົ້າກັບລົດເມອີກຄັນຫນື່ງ ທັງທີ່ຄົນຂັບພະຍາຍາມທີ່ຈະຫັກລ້ຽວເຕັມກຳລັງເພື່ອລ່ຽງການຕຳປະສານງານແຕ່ກໍ່ຕຳບໍລິເວນດ້ານຂ້າງ


ຫນັງສືພິມເຮີຣັລຂອງລັດລາຍງານວ່າ ຈຳນວນຜູ້ເສຍຊີວິດຫຼາຍຈົນລົ້ນຫ້ອງເກັບສົບໃນເມືອງນ້ອຍໆຢ່າງຣູຊາເປຊື່ງເກັບສົບໄດ້ຫລາຍທີ່ສຸດ 16 ສົບເທົ່ານັ້ນ


Ad