Top Ad

header ads

ນາທີລະທຶກ! ນັກບິນ 2 ສາຍການບິນ ແຈ້ງເຫັນ UFO ແສງເຈີດຈ້ານອກຝັ່ງໄອຣແລນ (ຄລິບ)






ສໍານັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ພະຈິກ 2018 ວ່າ ສໍານັກງານການບິນຂອງໄອຣແລນ (IAA) ກໍາລັງສືບສວນລາຍງານເຫດການຕື່ນເຕັ້ນ ນັກບິນປະຈໍາເຮືອບິນໂດຍສານເຖິງ 2 ລໍາ ຄື ສາຍການບິນບຣິຕິຊ ແອຣເວ ແລະ ເວີຈິນ ແອຣໄລສ ໄດ້ພົບວັດຖຸມີແສງເຈີດຈ້າ ແລະ ບໍ່ສາມາດລະບຸເອກະລັກໄດ້ (UFO) ເຄື່ອນທີ່ດ້ວຍຄວາມໄວສູງຫຼາຍ ບໍລິເວນຊາຍຝັ່ງຕາເວັນຕົກສຽງໃຕ້ຂອງໄອຣແລນ ເມື່ອວັນທີ່ 9 ພະຈິກທີ່ຜ່ານມາ


ເວັບໄຊ airlive ແລະ ບີບີຊີ ລາຍງານວ່າ ນັກບິນຂອງສາຍການບິນບຣິຕິຊ ແອຣເວ ຖ້ຽວບິນ BA94 ຈາກເມືອງມອນທຣີອັລ ປະເທດແຄນາດາ ທີ່ກຳລັງເດີນທາງມາຍັງສະໜາມບິນຮີດໂທຣໃນນະຄອນລອນດອນ ໄດ້ແຈ້ງຕິດຕໍ່ມາຍັງຫໍຄວບຄຸມການບິນ ຂອງສະໜາມບິນແຊນນອນ ໃນໄອແລນວ່າ ໄດ້ເຫັນວັດຖຸປະຫລາດແສງເຈີດຈ້າ ແລະ ເຄື່ອນທີ່ໄວຫຼາຍ ຂະນະທີ່ເຮືອບິນໂດຍສານກໍາລັງບິນເໜືອຊາຍຝັ່ງທະເລທາງຕາເວັນຕົກສຽງໃຕ້ຂອງໄອຣແລນ ເມື່ອເວລາປະມານ 6:47 ໂມງ ຂອງວັນທີ່ 9 ພະຈິກ 2018 ຕາມເວລາທ້ອງຖິ່ນ

 


ບີບີຊີ ເຜີຍວ່າ ນັກບິນຍິງຂອງສາຍການບິນບຣິຕິຊ ແອຣເວ ໄດ້ສອບຖາມເຈົ້າໜ້າທີ່ຫໍຄວບຄຸມການບິນແຊນນອນໃນໄອແລນວ່າ ມີການຊ້ອມຮົບໃນບໍລິເວນຊາຍຝັ່ງຕາເວັນຕົກສຽງໃຕ້ຂອງໄອແລນຫຼືບໍ່ ເພາະເຫັນວັດຖຸຫຍັງບາງຢ່າງທີ່ມີແສງເຈີດຈ້າ ເຄື່ອນທີ່ໄວຫຼາຍ ບໍລິເວນທາງຊ້າຍຂອງເຮືອບິນ ໂດຍເຈົ້າໜ້າທີ່ຫໍຄວບຄຸມການບິນແຊນນອນໄດ້ຕອບກັບໄປວ່າ ບໍ່ມີການຊ້ອມຮົບບໍລິເວນດັ່ງກ່າວແຕ່ຢ່າງໃດ ນັກບິນຍິງກ່າວອີກວ່າ ພວກຕົນກໍາລັງສົງໄສວ່າມັນເປັນຫຍັງ ? ແຕ່ເບິ່ງຄືວັດຖຸດັ່ງກ່າວບໍ່ໄດ້ບິນໃນເສັ້ນທາງທີ່ຈະເຮັດໃຫ້ເກີດການຕໍາກັບເຮືອບິນໄດ້


ສ່ວນນັກບິນອີກຄົນຂອງເຮືອບິນໂດຍສານເວີຣຈິນ ແອໄລ ຖ້ຽວບິນ VS76 ຈາກເມືອງ ອໍແລນໂດ ລັດຟໍລິດາ ສະຫະລັດ ມາຍັງເມືອງແມນເຊສເຕີຣ ໃນອັງກິດ ໄດ້ແຈ້ງມາຍັງຫໍຄວບຄຸມການບິນແຊນນອນເຊັ່ນກັນວ່າ ເຫັນຫຍັງບາງຢ່າງ ຄ້າຍກັບ “ດາວຕົກ” ຫຼື ຫຍັງບາງຢ່າງທີ່ໂຄຈອນເຂົ້າມາໃນຊັ້ນບັນຍາກາດໂລກ ອີກຊ້ຳຍັງມີວັດຖຸຫຼາຍລໍາເຄື່ອນຕົວຕາມມາໃນເສັ້ນທາງດຽວກັນ ເຊິ່ງວັດຖຸເຫຼົ່ານີ້ມີແສງສະຫວ່າງຫຼາຍ ໂດຍນັກບິນຊາຍຂອງເວີຣຈິນ ແອຣໄລ ກ່າວວ່າ ເຫັນແສງສະຫວ່າງຈ້າ 2 ດວງທາງຝັ່ງຂວາຂອງເຮືອບິນ ແລະ ໄດ້ບິນໄຕ່ລະດັບສູງຂື້ນດ້ວຍຄວາມໄວ

ຫຼັງຈາກໄດ້ຮັບລາຍງານເລື່ອງນີ້ ເຮັດໃຫ້ສໍານັກງານການບິນໄອຣແລນ (IAA) ອອກຖະແຫຼງການ ຈະດໍາເນີນການສືບສວນລາຍງານດັ່ງກ່າວ ຂະນະທີ່ໂຄສົກຍິງປະຈໍາສະໜາມບິນແຊນນອນ ກ່າວວ່າ ຄົງບໍ່ສົມຄວນທີ່ທາງອາກາດຊະຍານຈະສະແດງຄວາມເຫັນໃດໆ ໃນກໍລະນີນີ້ ຂະນະທີ່ (IAA) ກໍາລັງດໍາເນີນການສືບສວນຢູ່.





Ad