Top Ad

header ads

ຄົນງານກໍ່ສ້າງ ຂຸດພົບຫຼຽນບູຮານສະໄໝລາດຊະວົງຊົ່ງໜັກ 450 ກິໂລກຼາມ






ສຳນັກຂ່າວຊິນຫົວລາຍງານໃນວັນທີ 13 ພະຈິກ 2018 ວ່າ ຄົນງານຈີນຂຸດພົບຫຼຽນບູຮານຈໍານວນຫຼາຍໃນບໍລິເວນເຂດກໍ່ສ້າງຂອງບ້ານໄປ໋ສຸ່ຍ ເມືອງເວີ່ຍໜານ ມົນທົນສ່ານຊີ ທາງຕາເວັນຕົກສຽງເໜືອຂອງຈີນ ເມື່ອວັນທີ່ 9 ພະຈິກ ທີ່ຜ່ານມາ ໂດຍນັກບູຮານຄະດີກ່າວວ່າຫຼຽນສ່ວນໃຫຍ່ເປັນຫຼຽນໃນສະໄໝລາດຊະວົງຊົ່ງ (ຄ.ສ 960-1279)


 

ທ່ານ ຈ້າວ ຈາງເຝີງ ຜູ້ອໍານວຍການສໍານັກງານບູຮານວັດຖຸຂອງບ້ານໄປ໋ສຸ່ຍກ່າວວ່າ ຕໍາຫຼວດໄດ້ຮັບລາຍງານການຄົ້ນພົບນີ້ເມື່ອເວລາປະມານ 11 ໂມງເຊົ້າ ຂອງວັນທີ່ 9 ພະຈິກ ແລະ ໄດ້ຮີບມາຍັງຈຸດທີ່ພົບແລະເຮັດການປິດລ້ອມທັນທີ

ຫຼັງຈາກນັກບູຮານຄະດີເດີນທາງມາເຖິງ ແລະ ລວບລວມຫຼຽນໄດ້ປະມານ 100,000 ຫຼຽນ ມີນໍ້າໜັກລວມ 460 ກິໂລກຼາມ ມີບາງຫຼຽນທີ່ຜະລິດໃນສະໄໝລາດຊະວົງຖັງ (618-907) ແຕ່ສ່ວນໃຫຍ່ເປັນຫຼຽນຂອງລາດຊະວົງຊົ່ງ

 


ທ່ານ ຈ້າວ ກ່າວວ່າໃນສະໄໝນັ້ນ ໜ້າຈະມີພຽງບໍ່ເທົ່າຄົນທີ່ສາມາດຄອບຄອງເງິນຈໍານວນຫຼາຍຂະໜາດນີ້ໄດ້ ໂດຍຈາກການວິເຄາະໃນຂັ້ນຕົ້ນ ນັກບູຮານຄະດີຄາດວ່າຫຼຽນເຫຼົ່ານີ້ເປັນຂອງທະນາຄານໃນໄໝບູຮານຂອງຈີນ ທີ່ນໍາມາຝັງໄວ້ໃນຊ່ວງສົງຄາມ.

 

Ad