Top Ad

header ads

ມາແລ້ວ! ຜູ້ປະກາດຂ່າວ AI ສັນຊາດຈີນຄົນທຳອິດຂອງໂລກ












ບັນຫາ​ຜູ້ບ​ະ​ກາດ​ຂ່າວ​ບໍ່​ເປັນ​ກາງ​ ໃຊ້ຄວາມ​ຄິດ​ເຫັນ​ ໃຊ້ອາລົມ​ຫຼາຍ​ເກີນໄປ​ ເປັນ​ບັນຫາ​ທີ່​ຢູ່​ຄູ່​ກັບ​ວົງ​ການ​ສື່່​ມາ​ຢ່າງ​ຍາວ​ນານ​ ແຕ່ເລື່ອງດ​ຣາ​ມາ​ເຫຼົ່າ​ນັ້ນ​ຈະ​ໝົດ​ໄປ​ດ້ວຍ​ ‘ ຜູ້ປະ​ກາດ​ຂ່າວ​ AI ‘ ທີ່​ມີ​ຮູບ​ລັກ​ສະນະເປັນ​ ‘ມະນຸດ​’ ຄົນທໍາອິດຂອງ​ໂລກ​ ຈາກ​ສຳ​ນັກ​ຂ່າວ​ China Xinhua News

ພາຍ​ໃນ​ງານ​ຖະແຫຼ່ງຂ່າວ​ໃນ​ງານ​ປະ​ຊຸມ​ອິນ​ເທີ​ຣ໌​ເນັດ​ໂລກ​ (World Internet Conference) ເທື່ອ​ທີ 5 ທີ່​ເມືອງ​ອູ​ເຈີ້ນ​ ມົນ​ຖົນ​ເຈີ້​ຈຽງ​ ປະເທດ​ຈີນ​
ສຳ​ນັກ​ຂ່າວ​ຊິນຫົວໄດ້​ປ່ອຍ​ຄລິບ​ແນະ​ນຳ​ໂຕຂອງ​ຜູ້ປະ​ກາດ​ຂ່າວ​ AI ຊຶ່ງ​ມີ​ຕົ້ນ​ແບບ​ມາ​ຈາກ​ສຽງ ​ແລະ ​ຮູບ​ລັກ​ສະນະມາ​ຈາກ​ ທ້າວ ​ຈາງ​ຈ້າວ​ ຜູ້ປະ​ກາດ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ຊິນ​ຫົວ​ຊຶ່ງ​ມີ​ໂຕ​ຕົນ​ຢູ່​ແທ້​ ບອກ​ເລີຍ​ວ່າ​ຖ້າເບິ່ງຈົບແລ້ວ​ຕ້ອງ​ຮ້ອງ​ວ້າວ​ເລີຍທີ່ດຽວ ເພາະ​ເປັນ​ AI ທີ່​ເບິ່ງ​ເປັນ​ທຳມະຊາດ​ ແລະ ​ສາມາດ​ອ່ານ​ຂ່າວ​ໄດ້​ຢ່າງ​ຖືກ​ຕ້ອງ​ແມ່ນຢ້ຳ ແລະ​ ຫຼຸດ​ການ​ໃສ່​ສີ​ໜ້າ​ ຫຼື ​ສະແດງ​ອາລົມ​ທີ່​ບໍ່​ເໝາະ​ຂະນະ​ອອກ​ອາ​ກາດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​


 

ທາງ​ສຳ​ນັກ​ຂ່າວ​ເຜີ່ຍ​ວ່າ​ຂໍ້​ດີ​ຂອງ​ທ່ານ​ຄົນ​ນີ້​ຄື​ສາ​ມາດ​ເຮັດວຽກ​ໄດ້​ຕະຫຼອດ​ 24 ຊ.​ມ.​ ມີ​ຂ່າວ​ດ່ວນ​ເມື່ອ​ໃດ​ເຈົ້າ​ຈະ​ໄດ້​ພົບເຫັນ​ລາວ​ກ່ອນ​ໃຜ​ ໂດຍ​ມີ​ແຜ່ນຈະ​ເປີດ​ໂຕຢ່າງ​ເປັນ​ທາງ​ການ​ໃນ​ປີ​ 2020 ງານ​ນີ້​ຖື​ເປັນ​ການ​ສະ​ເທືອນ​ວົງ​ການ​ຜູ້ປະ​ກາດ​ຂ່າວ​ຫຼາຍ​ເລີຍ​

 

Ad