Top Ad

header ads

ຕີສະໜິດເພື່ອລວງເອົາຊັບ ຕົວະຍົວະຜູ້ຍີງໃຫ້ເຊື່ອໃຈແລ້ວລັກລົດຈັກໄປຂາຍ






ພຶດຕິກໍາ ຂອງທ້າວ ສີສະຫວາດ ຫຼື ໄມ ອາຍຸ 24 ປີ, ບ້ານໂພນ ເມືອງຜາໄຊ ແຂວງຊຽງຂວາງ ໃນການລວງເອົາຊັບ (ລົດຈັກ) ຂອງຄົນອື່ນ ດ້ວຍວິທີຕີສະໜິດກັບເຈົ້າຂອງຊັບໃຫ້ວ້ວາງໃຈເອົາລົດຈັກໃຫ້ຢືມ ແລ້ວນໍາລົດດັ່ງກ່າວໄປຂາຍ, ເຊິ່ງປະກົດການທີ່ເກີດຂຶ້ນນີ້ ຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ແກ້ໄຂໄດ້ໃນທ້າຍເດືອນຜ່ານມາ ໃນຂໍ້ຫາສໍ້ໂກງຊັບນລະເມືອງ.


ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການສອບສວນຜູ້ຖືກຫາ ແມ່ນເສບຢາບ້າມາຕັ້ງແຕ່ຕົ້ນປີ 2018, ເສບຄັ້ງລະ 2 ເມັດ, ສ່ວນຢາບ້າທີ່ນໍາມາເສບແຕ່ລະຄັ້ງໄປເອົານໍາໝູ່ທີ່ຮູ້ຈັກກັນ. ພາຍຫຼັງຕິດຢາເສບຕິດຫຼາຍ ເລີຍບໍ່ມີເງິນຊື້ຢາມາເສບ ຈຶ່ງໄດ້ເຄື່ອນໄຫວລັກຊັບ ແລະ ສໍ້ໂກງຊັບພົນລະເມືອງ ດ້ວຍຮູບການຕີສະໜິດຮັກແພງກັບເຈົ້າຂອງລົດ ເພື່ອເຮັດໃຫ້ເຈົ້າຂອງລົດໄວ້ວາງໃຈເອົາລົດໃຫ້ຢືມ.


ຈາກນັ້ນ, ກໍເອົາລົດຈັກຫຼົບໜີໄປຂາຍ 2 ລ້ານ ຫາ 3 ລ້ານກວ່າກີບ ແລະ ນໍາເອົາເງິນທີ່ໄດ້ມາຊື້ຢາມາເສບ, ຈ່າຍຫຼິ້ນກິນຟຸມເຟືອຍ, ການກະທໍາຂອງຜູ້ຖືກຫາໄດ້ລົງມື 4 ຄັ້ງ ຢູ່ຂອບເຂດແຂວງວຽງຈັນ ໄດ້ລົດ 4 ຄັນ ຄຼິກໄອ 1 ຄັນ, ເວບ 100 1 ຄັນ ແລະ ຊູໂມເອັກ 2 ຄັນ ທັງໝົດ ລ້ວນແລ້ວແຕ່ເປັນລົດຊື້ໃໝ່ ບໍ່ທັນມີ ປ້າຍທະບຽນ.


ຄັ້ງຫຼ້າສຸດ, ໃນວັນທີ 5 ຕຸລາ 2018 ເວລາປະມານ 20:00 ໂມງ ຜູ້ກ່ຽວໄດ້ຕີສະໜິດ ແລະ ຂໍຢືມລົດຊູໂມເອັກ ຂອງນາງ ກຸ້ງ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ໂດຍອ້າງວ່າຈະໄປຫາໝູ່. ຈາກນັ້ນ, ກໍນໍາລົດຄັນດັ່ງກ່າວໄປຂາຍໃຫ້ທ້າວ ຄອນສະຫວັນ ບ້ານນາເລົ່າ ເມືອງໂພນໂຮງ ໃນລາຄາ 14.000 ບາດ. ຕົກມາຮອດວັນທີ 29 ຕຸລາ 2018, ຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກັກຕົວ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ນໍາເກັບກູ້ລົດຈັກ ຈໍານວນ 2 ຄັນ ແລະ ມອບຄືນໃຫ້ເຈົ້າຂອງເດີມ ໃນວັນທີ 7 ພະຈິກ 2018 ທີ່ຜ່ານມາ.


ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ຍັງດໍາເນີນການສອບສວນຂະຫຍາຍຜົນ ແລະ ຕິດຕາມຂອງກາງຄະດີກໍຄືລົດຈັກ ຈໍານວນ 1 ຄັນ ທີ່ຍັງບໍ່ທັນເກັບກູ້ຄືນໄດ້. ນອກນີ້, ຍັງໄດ້ດໍາເນີນຄະດີຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍວາງອອກ.

ທີ່ມາ ໜັງສືພິມຄວາມສະຫງົບ LSecurity News

 

Ad