Top Ad

header ads

ໄຊຍະບູລີ ຝຶກຊ້ອມຈໍາລອງເຫດການໄພພິບັດ ແລະ ເຫດການສຸກເສີນ






ເມືອງ ແລະ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກຊ້ອມຈໍາລອງເຫດການໄພພິບັດ ແລະ ເຫດການສຸກເສີນໃຫ້ແກ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຂຶ້ນໃນວັນທີ 3 ພະຈິກ 2018 ທີ່ເດີ່ນສະໜາມຫຼວງ ໂດຍການເປັນປະທານຂອງ ທ່ານ ນາງ ແພງຈັນ ແກ້ວມະນີວົງ ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງໄຊຍະບູລີ, ມີ ທ່ານ ບຸນຄົງ ພົງສະຫວັນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກ ພ້ອມດ້ວຍຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ຂັ້ນເມືອງ 11 ເມືອງ ແລະ ຂັ້ນບ້ານ ເຂົ້າຮ່ວມ.


ທ່ານ ນາງ ແພງຈັນ ແກ້ວມະນີວົງ ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງ ກ່າວວ່າ: ປີນີ້ທົ່ວປະເທດລາວເຮົາໄດ້ຮັບຜົນກະທົບ ຈາກໄພພິບັດຢ່າງໜັກໜ່ວງ ແລະ ສົ່ງຜົນກະທົບຕໍ່ ເສດຖະກິດ – ສັງຄົມ, ຊີວິດ, ພື້ນຖານໂຄງລ່າງເສຍຫາຍ ຢ່າງມະຫາສານເປັນຕົ້ນແມ່ນ: ໄພນໍ້າຖ້ວມ, ດິນເຊາະເຈື່ອນ, ໄພແຫ້ງແລ້ງ, ລົມພາຍຸ, ໄຟໄໝ້, ສັດຕູພືດທໍາລາຍ ແລະ ອື່ນໆ ເຊິ່ງບັນຫາໄພພິບັດດັ່ງກ່າວໄດ້ເປັນໄພຂົ່ມຂູ່ ແລະ ຜົນກະທົບຢ່າງໜັກໜ່ວງ ແລະ ໃຫຍ່ຫຼວງຕໍ່ພໍ່ແມ່ປະຊາຊົນ ບັນດາເຜົ່າ, ຜູ້ທຸກຍາກ, ແມ່ຍິງ ແລະ ເດັກນ້ອຍ ເຊິ່ງໃນອະນາຄົດມີທ່າອ່ຽງທີ່ເພີ່ມທະວີ ຄວາມຮຸນແຮງ ແລະ ມີທ່າອ່ຽງທີ່ຈະເກີດຂຶ້ນສູງ.


ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຈໍາລອງສາທິດກ່ຽວກັບເຫດການໄພພິບັດ ແລະ ເຫດການສຸກເສີນ ເຊັ່ນ: ຫ້ອງການແຮງງານ ແລະ ສະຫວັດດີການ – ສັງຄົມເມືອງ ໂທລະສັບຫາປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ກ່ຽວກັບການແຈ້ງເຕືອນໄພ ລົມພາຍຸໝູນເຂດຮ້ອນມີຣິແນ ຫົວທີ 3 ປະຈໍາປີ 2018 ຮັບຊາບເພື່ອກຽມພ້ອມຮັບມື ແລະ ຕອບໂຕ້, ສູນບັນຊາການແຈ້ງຕໍ່ຫົວໜ້າແຕ່ລະໜ່ວຍງານໃນການກຽມພ້ອມ ປະຕິບັດໜ້າທີ່ຄວາມຮັບຜິດຊອບໜ່ວຍງານ ແຈ້ງເຕືອນໄພລ່ວງໜ້າໃຫ້ແກ່ປະຊາຊົນພາຍໃນເພື່ອຮັບຊາບ ແລະ ກຽມພ້ອມຮັບມື ໂດຍນໍາໃຊ້ລະບົບໂທລະໂຄ່ງຂອງບ້ານທີ່ມີ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ໂທລະສັບຫາປະທານຄະນະກໍາມະການຂັ້ນບ້ານ ເພື່ອສອບຖາມຄວາມຄືບໜ້າໃນການແຈ້ງເຕືອນໄພລ່ວງໜ້າ, ຈໍາລອງສາທິດກ່ຽວກັບການຈັດສັນສະຖານທີ່ພັກເຊົາ ໃນບໍລິເວນສະຖານທີ່ຫຼົບໄພຊົ່ວຄາວທີ່ກໍານົດໄວ້, ຈໍາລອງສາທິດມອດໄຟຈາກການໃຊ້ຄົນ ແລະ ລົດດັບເພີງ, ຈໍາລອງສາທິດການອົບພະຍົບປະຊາຊົນ, ສັດລ້ຽງພາຍໃນບ້ານໄປຍັງສະຖານທີ່ປອດໄພທີ່ກໍານົດໄວ້.




ເຊິ່ງມີປະຊາຊົນປະມານ 90 ຄົນ ຈາກເຮືອນເຂົາເຈົ້າມາຍັງສະຖານທີ່ຫຼົບໄພຊົ່ວຄາວ. ໃນນີ້, ຜູ້ເຖົ້າ 30 ຄົນ, ແມ່ຍິງ 20 ຄົນ, ເດັກນ້ອຍ 30 ຄົນ, ຄົນພິການ 10 ຄົນ; ຈໍາລອງສາທິດການຄົ້ນຫາ ແລະ ກູ້ໄພສໍາລັບປະຊາຊົນທີ່ຖືກບາດເຈັບ ຈາກເຫດການໄຟໄໝ້ໝົດສະຕິ 1 ຄົນ, ແຂນຫັກ 3 ຄົນ, ຂາຫັກ 2 ຄົນ, ຫົວແຕກ 6 ຄົນ, ແມ່ມານໃກ້ເກີດລູກ 1 ຄົນ, ສົ່ງໃຫ້ໜ່ວຍງານແພດສຸກເສີນ ແລະ ສຸຂະພາບໃນການປະຖົມພະຍາບານຂັ້ນຕົ້ນ ແລະ ປິ່ນປົວ; ຈໍາລອງສາທິດການປະຖົມພະຍາບານຂັ້ນຕົ້ນຈາກໜ່ວຍງານແພດສຸກເສີນ ແລະ ສຸຂະພາບ ໃນກໍລະນີມີປະຊາຊົນບາດເຈັບ ແລະ ນໍາສົ່ງແມ່ມານໃກ້ເກີດລູກໄປໂຮງໝໍ, ຈໍາລອງເຫດການລົງເກັບກໍາຂໍ້ມູນຄວາມເສຍຫາຍຈາກປະຊາຊົນພາຍໃນບ້ານ, ແບ່ງ ຄວາມຮັບຜິດຊອບໃຫ້ທີມງານລົງເກັບກໍາຂໍ້ມູນຜົນເສຍຫາຍຈາກໄຟໄໝ້ ແລະ ສັງລວມຂໍ້ມູນເປັນບ້ານ, ຂຽນບົດລາຍງານໃຫ້ສູນບັນຊາການປະກອບເຂົ້າໃນບົດລາຍງານຜົນກະທົບ ແລະ ແຜນການຂໍຄວາມຊ່ວຍເຫຼືອຈາກຂັ້ນເມືອງ ແລະ ຈໍາລອງເຫດການແຈກຢາຍນໍ້າດື່ມ, ນໍ້າໃຊ້ ແລະ ອາຫານແຫ້ງໃຫ້ແກ່ປະຊາຊົນທີ່ມາເຂົ້າຮ່ວມກິດຈະກໍາຝຶກຊ້ອມຈໍາລອງ ເຫດການໄພພິບັດ ແລະ ເຫດການສຸກເສີນ. ພ້ອມດຽວກັນນີ້, ຄະນະປະທານ – ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານກໍ່ໄດ້ປະກອບຄໍາຄິດເຫັນ ໂດຍໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີປັບປຸງແກ້ໄຂໃນຕໍ່ໜ້າ.



ຂໍຂອບໃຈ

laoedaily.com.la

Ad