Top Ad

header ads

ກຳລັງເປັນກະແສ “ຂ້ອຍຫາກໍຮຽນຈົບຊິໃຫ້ເອົາປະສົບການມາແຕ່ໃສ”






ຈາກຜູ້ໃຊ້ເຟສບຸກຊື່ Chandeng Red Hunter ໄດ້ໂພສບົດຄວາມໃນເຟສບຸກສ່ວນຕົວວ່າ : ການຊອກວຽກເຮັດຊູ່ມື້ນີ້ມັນບໍ່ແມ່ນເລື່ອງງ່າຍໆ ໂດຍສະເພາະແມ່ນນັກສຶກສາຈົບໃໝ່ ຫຼາຍຄົນບໍ່ຮູ້ເລີຍວ່າຕົນເອງຊິເຮັດວຽກຫຍັງ ແລະ ເຮັດຢູ່ໃສ?. ບັນດິດໃໝ່ຫຼາຍຄົນຊອກສະໝັກວຽກຫຼາຍບ່ອນແຕ່ກໍຕ້ອງກັບມາເຮືອນດ້ວຍຄວາມຮູ້ສຶກທໍ້ແທ້ສິ້ນຫວັງເພາະສ່ວນຫຼາຍວຽກທີ່ປະກາດຮັບສະນັ້ນຕ້ອງການ “ຄົນທີ່ມີປະສົບການ”. ຈາກເງື່ອນໄຂຂໍ້ນີ້, ມັນເຮັດໃຫ້ບັນດິດໃໝ່ຫຼາຍຄົນຮູ້ສຶກວ່າຕົນເອງຖືກປິດກັ້ນໂອກາດໃນການສະໝັກວຽກ ແລະ ເກີດຄໍາຖາມຂຶ້ນມາວ່າ “ຖ້າບໍ່ໃຫ້ໂອກາດຂ້ອຍເຮັດວຽກກ່ອນ ແລ້ວຂ້ອຍຊິເອົາປະສົບການມາແຕ່ໃສ?”.

ຕໍ່ກັບຄໍາຖາມນີ້, ສ່ວນຕົວຂ້ອຍຄິດວ່າມັນຖືກຕ້ອງແລ້ວທີ່ບັນດາບໍລິສັດ ຫຼື ຜູ້ປະກາດຮັບສະໝັກງານ ຖາມຫາປະສົບການເຮັດວຽກທັງໆທີ່ເຮົາເປັນນັກສຶກສາທີ່ຫາກໍຈົບມາໃໝ່ ເພາະເຂົາຕ້ອງການຢາກຮູ້ວ່າເຮົາເຄີຍເຮັດຫຍັງ ແລະ ມີຜົນງານຫຍັງແດ່. ບາງຄັ້ງ, ການທີ່ເຮົາໄດ້ຄະແນນເກຼດ A ຫຼື ໄດ້ໃບປະກາດແດງກໍບໍ່ໝາຍຄວາມວ່າເຮົາຈະໄດ້ວຽກທີ່ດີສະເໝີໄປ. ແມ່ນຢູ່ວ່າຄະແນນເປັນຕົວຊີ້ວັດວ່າເຮົາຮຽນໄດ້ດີສໍ່າໃດ ແຕ່ຄິດອີກແງ່ໜຶ່ງຄະແນນມັນກໍເປັນພຽງຕົວເລກ ແລະ ໃບປະກາດກໍເປັນພຽງໃບເຈ້ຍ ແລ້ວເຮົາຈະໝັ້ນໃຈໄດ້ແນວໃດວ່າຕົວເລກ ແລະ ໃບເຈ້ຍທີ່ເຮົາໃຊ້ເວລາ 4 ປີເພື່ອຄວ້າມັນມານັ້ນ ຈະສາມາດໃຊ້ວຽກມັນໄດ້ຫຼາຍສໍ່າໃດ. ແຕ່… ເວົ້າແນວນີ້ກໍບໍ່ໝາຍຄວາມວ່າ ນັກສຶກສາທີ່ຈົບໃໝ່ຈະບໍ່ສາມາດຄວ້າໂອກາດການໄດ້ວຽກເຫຼົ່ານັ້ນໄດ້ ທຸກຄົນມີໂອກາດໄດ້ ພຽງແຕ່ໂອກາດຫຼາຍໜ້ອຍຕ່າງກັນຂຶ້ນກັບຫຼາຍໆປັດໄຈເຊັ່ນ ສາຍຮຽນ, ຄະແນນ, ພອນສະແຫວງ, ປະສົບການ ຕະຫຼອດຮອດອັນບໍ່ຢາກເວົ້າ ແລະ ບຼາໆ…

#ປະສົບການເອົາມາແຕ່ໃສລະ?
ຂ້ອຍເຊື່ອວ່າທຸກຄົນມີປະສົບການໝົດທຸກຄົນຫັ້ນແຫຼະ ພຽງແຕ່ວ່າຊິເປັນປະສົບການທີ່ເປັນຕາ*ຫຼືບໍ່ກໍເທົ່ານັ້ນ. ປະສົບການທີ່ຈະຊ່ວຍໃຫ້ເຮົາໄດ້ວຽກເຮັດບໍ່ຈໍາເປັນຈະຕ້ອງແມ່ນການເຮັດວຽກເຕັມເວລາ ຫຼື ເຮັດຢູ່ຫ້ອງລ້າຫ້ອງການສະເໝີໄປດອກ ແຕ່ມັນລວມເຖິງສິ່ງເລັກໜ້ອຍທີ່ເຮົາໄດ້ເຮັດໄປໃນໄລຍະທີ່ເຮົາຮຽນເຊັ່ນວ່າ ການເຂົ້າຮ່ວມກິດຈະກໍາໃນຮົ້ວມະຫາວິທະຍາໄລ, ກິດຈະກໍາຂອງສັງຄົມ, ການໄປທຶນແລກປ່ຽນ, ການເຮັດວຽກເສີມ, ການຂາຍເຄື່ອງອອນລາຍ, ການເຮັດວຽກຊ່ວຍອົງກອນຕ່າງໆ ຕະຫຼອດຮອດການຮັບວຽກແບບອິດສະຫຼະເຊັ່ນ ການແປພາສາ, ການເປັນ MC, ຖ່າຍຮູບ, ຕັດຕໍ່ວິດີໂອ, ອອກແບບສິ່ງພິມ, ແກ້ໄຂບັນຫາຊອບແວ… ກໍລ້ວນແຕ່ເປັນປະສົບການທີ່ບົ່ງບອກເຖິງຄວາມສາມາດເຮົາທັງນັ້ນ.

#ປະສົບການຕ້ອງມີໃບຢັ້ງຢືນບໍ່?
ໃນຄວາມຄິດສ່ວນຕົວແລ້ວ, ໃບຢັ້ງຢືນກໍມີຄວາມສໍາຄັນ ເພາະມັນເປັນຕົວຊີ້ບອກວ່າສິ່ງທີ່ເຮົາເວົ້າມາແມ່ນຄວາມຈິງແທ້ ບໍ່ແມ່ນເວົ້າໃຫ້ເອົາຊື່ໆ. ກົງກັນຂ້າມ, ຖ້າວຽກທີ່ເຮົາເຮັດມັນບໍ່ມີໃບຢັ້ງຢືນ ເຮົາຄວນຈະຂຽນລົງໃນຊີຫວະປະຫວັດບໍ່? ອັນນີ້ຂ້ອຍຂໍແນະນໍາວ່າ ໃຫ້ເລືອກເບິ່ງວ່າປະສົບການນັ້ນມັນມີສ່ວນກ່ຽວຂ້ອງກັບວຽກທີ່ສະໝັກຫຼືບໍ່ ຖ້າກ່ຽວກໍຂຽນໃສ່ໄດ້ ແຕ່ຕ້ອງໝັ້ນໃຈວ່າເຮົາຈະຕອບຄໍາຖາມກ່ຽວກັບສິ່ງນັ້ນໄດ້ໃນກໍລະນີເຂົາສໍາພາດ.

#ຮຽນແນວໃດຈົບມາຈຶ່ງຊິໄດ້ວຽກ?
ເຖິງວ່າການຮຽນເກັ່ງ ໄດ້ຄະແນນສູງໆເປັນສິ່ງທີ່ດີ ແຕ່ຂ້ອຍບໍ່ຂໍແນະນໍາໃຫ້ນັກສຶກສາຕ້ອງປັກໃຈຢູ່ກັບເລື່ອງຄະແນນແຕ່ຢ່າງດຽວ ແຕ່ຕ້ອງກະຕືລືລົ້ນຊອກສະແຫວງຫາປະສົບການແດ່ ໂດຍການເຂົ້າຮ່ວມກິດຈະກໍາ, ການເຮັດວຽກຊ່ວຍສັງຄົມ ແລະ ລ່າທຶນແລກປ່ຽນ (ຖ້າໄດ້ພາສາປາກິດ) ເພາະວ່າບາງຄັ້ງນັກຮຽນໃບປະກາດແດງກໍວ່າງງານ ໃນຂະນະທີ່ນັກຮຽນເກຼດ C ຫຼັງຫ້ອງຫາວຽກດີໆໄດ້ກ່ອນ (ໄດ້ຍ້ອນຄວາມສາມາດ ແລະ ບາງຄັ້ງກໍຍ້ອນອັນບໍ່ຢາກເວົ້າ). ການຮຽນໃນລະດັບມະຫາວິທະຍາໄລ ບໍ່ແມ່ນການປ້ອນຂໍ້ມູນເຂົ້າຫົວພຽງຢ່າງດຽວ ແຕ່ເປັນການເຝິກໃຫ້ເຮົາກ້າວເປັນຜູ້ໃຫຍ່, ໃຫ້ປັບຕົວກັບສັງຄົມ, ໃຫ້ມີແນວຄິດກວ້າງໄກ ແລະ ຮູ້ຈັກເອົາຕົວລອດ ເພື່ອກຽມພ້ອມກ້າວໄປໃຊ້ຊີວິດຈິງໃນສະພາບແວດລ້ອມໃໝ່ທີ່ຂຶ້ນຊື່ວ່າ “ພະນັກງານ”. ສະນັ້ນ, ວິທີການຮຽນທີ່ຈະເຮັດໃຫ້ເຮົາໄດ້ວຽກກໍຄື ຕ້ອງຮຽນເກັ່ງ (ເທົ່າທີ່ຈະເກັ່ງໄດ້), ເປັນເດັກກິດຈະກໍາ (ບາງເທື່ອມີຄົນສະເໜີວຽກໃຫ້ຕອນໄປຮ່ວມກິດຈະກໍານີ້ລະ), ເປັນນັກລ່າທຶນ (ອັງກິດປູໆປາໆກໍຈັດໂລດແລ້ວແນວຄິດເຈົ້າຈະປ່ຽນໄປ) ແລະ ສຸດທ້າຍແມ່ນເຫັນໜ້າທຸກງານ (ອັນນີ້ຈັກຊິອະທິບາຍແນວໃດ)

Ad