Top Ad

header ads

ການເສີມຕໍ່ເທີບ-ເງີບຕາມແຄມທາງ ຍັງພົບເຫັນເພີ່ມຂຶ້ນ






ການປຸກສ້າງອາຄານບ້ານເຮືອນຂອງພໍ່ແມ່ປະຊາຊົນ ຫຼື ຮ້ານຄ້າຂອງຊາວຄ້າຂາຍ, ບັນດາຫົວໜ່ວຍທຸລະກິດຢູ່ຕາມແຄມທາງຕ່າງໆ ທົ່ວປະເທດ ເວົ້າລວມເວົ້າສະເພາະໃນນະຄອນຫຼວງວຽງຈັນ ເກືອບທຸກເສັ້ນທາງ ທີ່ມີການປຸກສ້າງບ້ານເຮືອນ, ຮ້ານຂາຍເຄື່ອງ ຈະເຫັນມີການເສີມຕໍ່ເທີບເງີບອອກມາກວມເອົາເສັ້ນທາງ ເຊີ່ງຖືວ່າຜິດ. ອີງຕາມກົດໝາຍໜວດທີ 2, ມາດຕາທີ 25 ວ່າດ້ວຍການປຸກສ້າງທີ່ລວງລ້ຳຂອບເຂດການສັນຈອນ, ສະບັບເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007.


ຈາກບັນຫາດັ່ງກ່າວ, ວັນທີ 1 ຕຸລາ 2018 ຜ່ານມາໄດ້ມີຂ່າວອອກມາວ່າ: “ເມືອງໄຊເສດຖາ ນະຄອນຫຼວງ ເລັ່ງມ້າງເທີບ-ເງີບຕາມເສັ້ນທາງໄລະຍທີ2 ຈຳນວນ 1,361 ຈຸດ ໃຫ້ສຳເລັດໃນເດືອນພະຈິກ 2018 ໃນນັ້ນມີປ້າຍ, ເທີບ-ເງີບ, ກຳແພງ ແລະ ອື່ນໆ ແຕ່ກ່ອນຈະເຮັດໄດ້ນັ້ນ ມີການແຈ້ງບອກລ່ວງໜ້າໃຫ້ຫຍັບຍ້າຍຈາກຂອບທາງເຂົ້າໄປ 6,​5 ແມັດ ແລະ ກຳນົດເວລາໃຫ້ 15 ວັນໃຫ້ເຮັດເອງ ແຕ່ເວລາຜ່ານໄປປະຊາຊົນບໍ່ປະຕິບັດຕາມ. ດັ່ງນັ້ນ, ຄະນະກຳມະການຈາກຫຼາຍພາກສ່ວນ ຈຶ່ງໄດ້ລົງນຳພາປະຊາຊົນຈັດຕັ້ງປະຕິດປັດທັບມ້າງເອງ”.


ພາຍຫຼັງສຳເລັດການມ້າງ ສັງເກດເຫັນວ່າຂອບເຂດດັ່ງກ່າວສະຫວາດສະເຫວີຍ, ລົດບໍ່ແອອັດ, ປະຊາຊົນສາມາດຢ່າງໄປມາເທິງຟຸດບາດໄດ້ສະດວກ ແລະ ອີກຢ່າງຍັງເຮັດໃຫ້ເຈົ້າຂອງສະຖານທີ່ມີເດີ່ນບ້ານກວ້າງຮອງຮັບພາຫະນະຂອງລູກຄ້າ ຫຼື ແຂກທີ່ມາຢ້ຽມຢາມ ພ້ອມທັງເປັນການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເນື່ອງຈາກປະຊາຊົນໄດ້ເຫັນເຖິງຄວາມສຳຄັນ ແລະ ເພີ່ມຄວາມເອົາໃຈໃສ່ປະຕິບັດກົດໝາຍທີ່ລັດວາງອອກ.


ເຖິງຢ່າງໃດກໍຕາມ, ບັນຫາການມ້າງເທີບຕາມສາຍທາງຕ່າງໆ ໃນນະຄອນຫຼວງວຽງຈັນ ຍັງບໍ່ສາມາດແກ້ໄຂໄດ້ໝົດ. ບັນດາເຈົ້າຂອງສະຖານທີ່ປຸກສ້າງຂຶ້ນໃໝ່ ຫຼື ເກົ່າຍັງສືບຕໍ່ສ້າງເທີບອອກຕິດກັບເສັ້ນທາງ ເຮັດໃຫ້ເກີດບັນຫາລົດຕິດແອອັດ ເນື່ອງຈາກມີລູກຄ້າຂອງສະຖານທີ່ດັ່ງກ່າວໃຊ້ຖະໜົນເປັນບ່ອນຈອດລົດ ຍິ່ງໄປກວ່ານັ້ນ, ຍັງມີເຫດການເກີດອຸບັດຕິເຫດລົດຕຳກຳແພງ, ຕຳຮ້ານ-ເຮືອນຕ່າງໆ ສິ່ງເຫຼົ່ານີ້ມັກປາກົດເຫັນຕາມຂ່າວທີ່ເຜີຍແຜ່ອອກມາ ເນື່ອງຈາກ, ເຈົ້າຂອງສະຖານທີ່ບາງສ່ວນຍັງຂາດຄວາມເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງກົດໝາຍ.


ຕໍ່ກັບບຸກຄົນ ຫຼື ພາກສ່ວນທີ່ເສີມເທີບ-ເງີບ ຫຼື ຂະຫpາຍພື້ນທີ່ອອກມາແຄມທາງຕ້ອງໄດ້ຖືກປັບໃໝ. ອີງຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການປັບໃໝ ແລະ ມາດຕາການຕ່າງໆ ຕໍ່ຜູ້ລະເມີດກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງ ແລະ ການປົກປັກຮັກສາທາງຫຼວງ ສະບັບເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ໜວດທີ 2 ວ່າດ້ວຍອັດຕາປັບໃໝສຳລັບການລະເມີດລະບຽບການຂັບຂີ່ ແລະ ການສັນຈອນ, ມາດຕາທີ 25 ວ່າດ້ວຍການປຸກສ້າງທີ່ລ່ວງລ້ຳຂອບເຂດການສັນຈອນວ່າ: “ຖ້າບຸກຄົນໃດຫາກໄດ້ປຸກສ້າງອາຄານຕໍ່ເທີບ, ປຸກຕູບ ຫຼື ປຸກສ້າງສິ່ງອື່ນໆໃນທາງຄົນຍ່າງ ເຊິ່ງກວມເອົາຂອບເຂດທາງຄົນຍ່າງ ຫຼື ເສັ້ນທາງການສັນຈອນແບບຖາວອນ ຫຼື ຊົ່ວຄາວ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຈະຖືກປັບໃໝ 300.000 ກີບ ພ້ອມທັງໃຫ້ຍົກຍ້າຍອອກພາຍໃນ 24 ຊົ່ວໂມງ ຖ້າກາຍກຳນົດດັ່ງກ່າວ ເຈົ້າໜ້າທີ່ຈະປັບໃໝເພີ່ມຊົ່ວໂມງລະ 10.000 ກີບ”.


 

ຂໍຂອບໃຈທີ່ມາ: laopost.com

Ad