Top Ad

header ads

ໄວຮຸ່ນອິນໂດເນເຊຍກຳລັງນິຍົມຕັ້ງວົງ “ດື່ມນໍ້າຕົ້ມຜ້າອານາໄມ” ແທນແອລກໍຮໍ ແລະ ຢາເສບຕິດ




ເມື່ອວັນທີ 12 ພະຈິກ 2018 ສື່ອິນໂດເນເຊຍລາຍງານວ່າ ຕຳຫຼວດອິນໂດເນເຊຍໄດ້ເຂົ້າຈັບກຸມໄວຮຸ່ນຈຳນວນຫຼາຍ ໃນຫຼາຍເມືອງ ຮວມທັງເມືອງຈາກາຕາ ເມືອງຫຼວງຂອງປະເທດ ທີ່ກຳລັງຕົ້ມນໍ້າຜ້າອະນາໄມ ແລະ ດື່ມກິນເພື່ອໃຫ້ຕົວເອງມີອາການມຶນເມົາເມີ່ລອຍ.

ຕາມການລາຍງານລະບຸວ່າ ກຸ່ມໄວຮຸ່ນທີ່ມີເງິນບໍ່ຫຼາຍພໍຈະຊື້ເຄື່ອງດື່ມແອລກໍຮໍ ຫຼື ຢາເສບຕິດ ກຳລັງຫັນມາດື່ມນໍ້າຕົ້ມຜ້າອະນາໄມກັນຫຼາຍຂຶ້ນ ເຊິ່ງພຶດຕິກຳແປກໃໝ່ນີ້ ເລີ່ມມີຕັ້ງແຕ່ປີ 2017 ຈາກເມື່ອກ່ອນມີພຽງບໍ່ພໍເທົ່າໃດຄົນ ແຕ່ປັດຈຸບັນມີຈຳນວນເພີ່ມສູງຂຶ້ນ, ສ່ວນຫຼາຍຈະເປັນໄວຮຸ່ນຢູ່ໃນຊ່ວງອາຍຸປະມານ 13-16 ປີ ອາໄສຢູ່ໃນຊຸມຊົນຍາກຈົນ ແລະ ແຖວຊານເມືອງ ໃນຕອນທຳອິດພວກເຂົາຈະຊອກເກັບເອົາຜ້າອະນາໄມທີ່ຜ່ານການໃຊ້ແລ້ວທີ່ຖືກຖິ້ມຢູ່ນຳຂີ້ເຫຍື້ອມາຕົ້ມດື່ມ ແຕ່ດຽວນີ້ພວກເຂົາປ່ຽນມາໃຊ້ຜ້າອະນາໄມທີ່ຍັງບໍ່ທັນໄດ້ໃຊ້ມາຕົ້ມດື່ມແທນ.

ນັກວິໄຈດ້ານເຄມີຂອງສະຖາບັນເຕັກໂນໂລຢີບັນດຸງ ອອກມາເຕືອນວ່າ ຜ້າອະນາໄມ ຫຼື ຜ້າອ້ອມ ເປັນຜະລິດຕະພັນທີ່ໃຊ້ໃນການຊຶມຊັບ ຈະມີສານໂພລິເມີດູດຊັບຂອງເຫຼວ ເມື່ອສານນີ້ເຂົ້າສູ່ຮ່າງກາຍຈະເຮັດໃຫ້ມີອາການມຶນເມົາຮູ້ສຶກເມີ່ລອຍ ແຕ່ກໍ່ເປັນສານກໍ່ຄວາມລະຄາຍເຄືອງໄດ້ຢ່າງຮຸນແຮງ ທັງຍັງເຮັດໃຫ້ເກີດອາການຕາແຫ້ງ ເຊິ່ງເລື່ອງນີ້ ຖືເປັນເລື່ອງທີ່ໜ້າກັງວົນຫຼາຍ ເພາະສານໂພລິເມີຢູ່ໃນຜ້າອະນາໄມບໍ່ໄດ້ຢູ່ໃນບັນຊີສານເສບຕິດ ທາງເຈົ້າໜ້າທີ່ຈື່ງບໍ່ສາມາດດຳເນີນຄະດີກັບຜູ້ທີ່ເສບນໍ້າຕົ້ມຜ້າອະນາໄມໄດ້.

 

ທີ່ມາ: ລາວໂພສ
ແຫຼ່ງຂໍ້ມູນ: sanook.com

Ad