Top Ad

header ads

ບຸນທາດຫຼວງ ປີນີ້, ຄຶກຄັກ ແລະ ແຕກຕ່າງຈາກປີຜ່ານໆມາ






ໃກ້ເຂົ້ານັບມື້ແລ້ວ! ສໍາລັບງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງຖືໄດ້ວ່າເປັນງານບຸນປະເພນີທີ່ສໍາຄັນ ແລະ ຍິ່ງໃຫຍ່ ທັງເປັນສູນກາງເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າຈາກທຸກສາລະທິດມາສ້າງບຸນກຸສົນຮ່ວມກັນ. ເຊິ່ງງານບຸນພະທາດຫຼວງນີ້ຈະໄດ້ຈັດຂຶ້ນ ໃນທຸກໆປີຂອງມື້ເພັງ ຂຶ້ນ 15 ຄໍ່າເດືອນ 12 ລາວ ໂດຍຈະມີການຈັດງານສະເຫຼີມສະຫຼອງປະມານ 7-10 ມື້. ສຳລັບປີນີ້ ແມ່ນກົງກັບວັນ ພະຫັດ ວັນທີ 22 ພະຈິກ 2018.


ເຊິ່ງໃນແຕ່ລະປີຜ່ານມາ ກໍຈະມີການຈັດງານວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆຈາກພາກລັດ, ບໍລິສັດ, ຫ້າງຮ້ານ ແລະ ອົງການຈັດຕັ້ງສາກົນຕ່າງໆປະຈໍາລາວເປັນຈຳນວນຫຼວງຫຼາຍ. ນອກນັ້ນ, ກໍຈະມີການຄົບງັນຕາມພິທີທາງສາສະໜາ ໂດຍສະເພາະແມ່ນການແຫ່ຜາສາດເຜິ້ງຈາກວັດສີເມືອງ ຫາພະທາດຫຼວງດ້ວຍບັນຍາກາດຄຶກຄື້ນ ແລະ ມ່ວນຊື່ນ. ນອກນັ້ນ, ກໍຈະມີກິດຈະກໍາຕີຄີທີ່ເດີ່ນພະທາດຫຼວງຕາມທີ່ເຄີຍປະຕິບັດກັນມາ ແລະ ມີພິທີໃສ່ບາດຢາດນໍ້າທີ່ເດີ່ນພະທາດຫຼວງ ເພື່ອອຸທິດສ່ວນບຸນສ່ວນກຸສົນ ແລະ ຮ່ວມຖວາຍປັດໄຈໄຊຍະທານຕ່າງໆ ເຂົ້າໃນການບູລະນະສ້າງສາພະທາດຫຼວງວຽງຈັນ ແລະ ວັດວາອາຮາມປູສະນິຍະສະຖານຕ່າງໆ.


ສຳລັບໃນປີ 2018 ນີ້ ງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ຈະພິເສດ ແລະ ແຕກຕ່າງຈາກປີຜ່ານໆມາ ເນື່ອງຈາກວ່າກິດຈະກຳໃນປີນີ້ ຈະມີຖະໜົນໂຄມໄຟ, ຖະໜົນປອດລົດ, ງານສິລະປະ ແລະ ງານສີມື, ຍ່າງຊົມ ພ້ອມຖ່າຍຮູບກັບໂຄມໄຟ, ອາຫານລາວເດີມ ແລະ ການນຸ່ງຖືແບບປະເພນີລາວ ເຊິ່ງຈະເລີ່ມນັບແຕ່ວັນທີ 16-22 ພະຈິກ 2018 ນີ້.



ຂໍຂອບໃຈທີ່ມາ: laoedaily.com.la

Ad