Top Ad

header ads

ຂໍຄວາມຊ່ວຍເຫລືອຈາກສັງຄົມແດ່, ຕ້ອງການຄົນທີ່ຈະມາແປພາສາຫວຽດນາມ, ພາຫລານສາວທີ່ປະສົບອຸບັດຕິເຫດ ໄປຮັກສາໂຕທີ່ປະເທດຫວຽດນາມ, ແຕ່ວ່າສື່ສານພາສາຫວຽດນາມບໍ່ເປັນ, ຊ່ວຍພວກເຮົາແນ່






ຈາກຜູ້ໃຊ້ເຟສບຸກຄົນຫນື່ງໄດ້ເວົ້າວ່າ: ຄົນລາວ ທີ່ຢູ່ປະເທດ ຫວຽດນາມ ຢ່າຖີ່ມກັນເດີ, ຊ່ວຍແຊແດ່ເດີ ຂໍຄວາມຊ່ວຍເຫຼືອແດ່ ທ່ານໃດທີ່ມີ ພີ່ນ້ອງ, ມີລູກ, ມີຫຼານ ທີ່ຮຽນຢູ່ປະເທດ ຫວຽດນາມ ແຂວງເຫວ້, ທີ່ໄດ້ພາສາຫວຽດນາມ ທາງເຮົາແມ່ນຢາກຂໍຄວາມຊ່ວຍເຫຼືອແປພາສາຫວຽດນາມ ຊ່ວຍພວກເຮົາແນ່ 

ພວກເຮົາຢູ່ທີ່ ໂຮງໝໍແຂວງເຫວ້, ເພາະວ່າອ້າຍ ແລະ ເອື້ອຍ ຂອງຂ່າພະເຈົ້າ ໄດ້ພາຫຼານສາວທີ່ຖຶກລົດຕຳ, ເຊິ່ງໄດ້ຜ່າຕັດສະໝອງມາແລ້ວ ຢູ່ປະເທດໄທ ເປັນໄລຍະເວລາ 5ເດືອນ, ແຕ່ວ່າອາການ ແມ່ນຍັງບໍ່ດີຂື້ນ ເລີຍພາກັນຕັດສິນໃຈ ພາຫລານສາວທີ່ປະສົບອຸບັດຕິເຫດ ໄປຮັກສາທີ່ປະເທດຫວຽດນາມ,

 

ໃນມື້ນີ້ ວັນທີ 12/11/2018, ຄົນທີ່ສາມາດ ມາແປພາສາຫວຽດນາມ ໃຫ້ພວກເຮົາ ທາງພວກເຮົາຈະມີສິນນໍ້າໃຈໃຫ້ເປັນການຕອບແທນ, ຊ່ວຍແຊໃຫ້ແດ່ເດີ້ທຸກໆຄົນ,


Ad