Top Ad

header ads

ລະທຶກ ປີກເຮືອບິນ Lion air ຕໍາເສົາໄຟ ທີ່ສະໜາມບິນເບງກູລູ








ສໍານັກຂ່າວຕ່າງປະເທດລາຍງານໃນ ວັນທີ່ 7 ພະຈິກ 2018 ວ່າ ເກີດອຸບັດຕິເຫດໃນສະໜາມບິນບັນດາຣາ ຟັດມາວາຕີ ເມືອງເບງກູລູ ປະເທດອິນໂດເນເຊຍ ເມື່ອເຮືອບິນໂບອິ້ງ 737-900ER ຂອງສາຍການບິນLion air ປາຍປີກໄປຕໍາກັບເສົາໄຟສ່ອງສະຫວ່າງເທິງທາງຂັບພາຍໃນສະໜາມບິນ ສົ່ງຜົນໃຫ້ປາຍປີກດ້ານຊາຍມີຮອຍຈີກຂາດ ໂດຍເຮືອບິນລໍາດັ່ງກ່າວເປັນຖ້ຽວບິນທີ່ JT 633 ຈາກເມືອງເບງກູລູ ໄປຍັງນະຄອນຈາກາຣຕາ ສົ່ງຜົນໃຫ້ຖ້ຽວບິນດັ່ງກ່າວ ແລະ ຖ້ຽວບິນອື່ນໆຕ້ອງລ່າຊ້າອອກໄປຫຼາຍຊົ່ວໂມງ

 



ດ້ານຜູ້ໃຊ້ງານເຟສບຸກ Irsan Hidayat ທີ່ເປັນຜູ້ໂດຍສານເທິງເຮືອບິນລໍາດັ່ງກ່າວ ໄດ້ໂພສພາບເຮືອບິນ ແລະ ສະພາບປີກທີ່ເຫັນຮອຍຄວາມເສຍຫາຍເປັນຮອຍຈີກບໍລິເວນໂຄນວິງທິປປາຍປີກ ຂະນະຜູ້ໂດຍສານຕ້ອງຫອບຫິ້ວສໍາພາລະລົງມາຈາກເຮືອບິນ


ດ້ານສໍານັກຂ່າວຊີເອັນເອັນ ລາຍງານວ່າ ຖ້ຽວບິນ JT 633 ມີຜູ້ໂດຍສານເທິງເຮືອບິນທັງໝົດ 143 ຄົນ ແລະ ຈຸບິນອີກ 7 ຄົນ ແລະ ທາງໄລອ້ອນແອໄດ້ສົ່ງເຮືອບິນອີກລໍາມາຮັບຜູ້ໄດຍສານທີ່ຕົກຄ້າງເພື່ອເດີນທາງໄປຍັງນະຄອນຈາກາຣຕາຮຽບຮ້ອຍແລ້ວ.

Ad