Top Ad

header ads

ທ່ານຮູ້ບໍ່ວ່າ ກົດໝາຍຂອງ ສປປ.ລາວ ຫ້າມຂາຍເຄື່ອງດື່ມມຶນເມົາກ່ອນເວລາ 16:00 ໂມງ


ໂດຍອີງຕາມກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຂອງ ສປປ.ລາວ ສະບັບເລກທີ 54/ສພຊ ລົງວັນທີ 19 ທັນວາ 2014 ເພື່ອຄຸ້ມຄອງ, ຕິດຕາມ,​ ກວດກາ ແລະ ຄວບຄຸມການຜະລິດ, ການນຳເຂົ້າ,​ ການຈຳໜ່າຍ, ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອສົ່ງເສີມສຸຂະພາບ,​ ກັນພະຍາດ, ປົກປ້ອງຊີວິດ ແລະ ຊັບສິນຂອງພົນລະເມືອງ, ແນ່ໃສ່ຫຼຸດຜ່ອນຜົນຮ້າຍທີ່ເກີດຂຶ້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຜົນຮ້າຍອື່ນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ພັດທະນາເສດຖະກິດສັງຄົມຂອງຊາດ.
ໃນມາດຕາ 30 ຂອງກົດໝາຍສະບັບດັ່ງກ່າວ ລະບຸວ່າ: ການຊື້-ຂາຍຍ່ອຍ ແມ່ນການຊື້-ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ຜູ້ບໍລິໂພກ ເພື່ອຊົມໃຊ້ເອງ ແຕ່ຫາກບໍ່ແມ່ນເພື່ອນຳໄປຂາຍຕໍ່. ເຄື່ອງດື່ມທີ່ມີທາດເຫຼົ້າ ອະນຸຍາດໃຫ້ຈຳໜ່າຍ, ຊື້-ຂາຍຍ່ອຍໄດ້ ສະເພາະແຕ່ເວລາ 16:00 ໂມງ ຫາ 23:00 ໂມງ ຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ໂດຍບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດ ທີ່ໄດ້ລະເມີດກົດໝາຍສະບັບດັ່ງກ່າວ ເປັນຕົ້ນການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ຖືກຕ້ອງ ຫຼື ການລະເມີດຂໍ້ຫ້າມ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.
Ad