Top Ad

header ads

ບຸນຊ້າງ ປີ 2019 ເທດສະການທີ່ມີຫຼາກຫຼາຍກິດຈະກຳໜ້າທ່ຽວຊົມ



ເລີ່ມເຂົ້າສູ່ເດືອນກຸມພາແລ້ວ. ດັ່ງນັ້ນ, ໃນມື້ນີ້ຜູ້ຂຽນຈະພາບັນດານັກທ່ອງທ່ຽວໄປຮັບຮູ້ກ່ຽວກັບບຸນຊ້າງ ເຊິ່ງເປັນບຸນປະເພນີ, ຮີດ ຄອງ ແລະ ເປັນມິ່ງຂວັນຄູ່ບ້ານຄູ່ເມືອງຂອງຊາວເມືອງໄຊຍະບູລີ ທີ່ສືບສານກັນມາແຕ່ບູຮານ ເຊິ່ງໄດ້ສະແດງເຖິງວິຖີການດຳລົງ ຊີວິດ ຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ດົນນານ ໃນມື້ນີ້ຜູ້ຂຽນຈະພາທ່ານຜູ້ອ່ານໄປຮັບຮູ້ ກ່ຽວກັບບຸນຊ້າງໃນປີ 2019 ກໍຄືການກຽມເນື້ອກຽມຕົວໃນການເດີນທາງໄປທ່ຽວຊົມບຸນຊ້າງໃນປີນີ້.

ແຂວງໄຊຍະບູລີ ເປັນແຂວງທີ່ຕັ້ງຢູ່ຝັ່ງຂວາແມ່ນ້ຳຂອງ. ສະນັ້ນ, ການເດີນທາງໄປທ່ຽວບຸນຊ້າງ ນັກທ່ອງທ່ຽວສາມາດເດີນທາງ ໄປດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ, ການອອກເດີນທາງແຕ່ນະຄອນຫຼວງວຽງຈັນ ຫາ ໄຊຍະບູລີ ມີໄລຍະທາງປະມານ 350 ກິໂລແມັດ ເຊິ່ງອອກໄປທາງບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ໄປຕາມເສັ້ນທາງ 11 A ໄປຫາເມືອງສັງທອງ ນະຄອນຫຼວງວຽງຈັນ – ເມືອງໝື່ນ – ເມືອງຊະນະຄາມ ຂ້າມຂົວນ້ຳຂອງຊະນະຄາມ ແຂວງວຽງຈັນ – ປາກລາຍ ແລ້ວໄປສູ່ເມືອງໄຊຍະບູລີ ຕະຫຼອດເສັ້ນ ທາງແຕ່ນະຄອນຫຼວງວຽງຈັນ ໄປຫາເມືອງປາກລາຍ ເສັ້ນທາງສ່ວນຫຼາຍແມ່ນລຽບຕາມແມ່ນ້ຳຂອງຂຶ້ນໄປ ເຊິ່ງມີທິວທັດທຳມະ ຊາດສວຍງາມ ເປັນຕົ້ນບັນດາເກາະດອນຕ່າງໆທີ່ຢັງຢາຍກະແຈກກະຈາຍຕາມສາຍນ້ຳຂອງ ນັກທ່ອງທ່ຽວສາມາດແວ່ພັກຕາມ ຈຸດຕ່າງໆຖ່າຍຮູບ ຫຼື ພັກຜ່ອນຢ່ອນອາລົມຕາມຄວາມຕ້ອງການ.

ການເດີນທາງໄປສູ່ແຂວງໄຊຍະບູລີ ນັກທ່ອງທ່ຽວຈະໄດ້ສຳຜັດ ແລະ ຜ່ານເສັ້ນທາງດ້ວຍຫຼາຍຮູບແບບແຕກຕ່າງກັນ ເນື່ອງຈາກ ມີບາງຈຸດຍັງບໍ່ທັນປູຢາງ, ບາງຈຸດເສັ້ນທາງແຄບ ການເດີນທາງອາດຊັກຊ້າໜ້ອຍໜຶ່ງ ແລະ ມີຄວາມລະມັດລະວັງ ແຕ່ກໍເປັນອີກ ຄວາມຮູ້ສຶກໜຶ່ງທີ່ເພີດເພີນໄປກັບການເດີນທາງດ້ວຍຫຼາຍສີສັນ ເປັນຕົ້ນແມ່ນໄລຍະທາງແຕ່ບ້ານວັງ ເມືອງໝື່ນ ໄປຫາເມືອງ ຊະນະຄາມ ຍັງເປັນທາງດິນແດງ.

ເມື່ອໄປເຖິງເມືອງປາກລາຍ ນັກທ່ອງທ່ຽວສາມາດແວ່ພັກຜ່ອນກິນເຂົ້າສວາຍເພື່ອຕື່ມພະລັງ ແລ້ວຈຶ່ງເດີນທາງຕໍ່ ຫຼື ຫາກມີ ເວລາກໍສາມາດພັກຄ້າງແຮມ 1 – 2 ຄືນກໍໄດ້.

ເມືອງປາກລາຍ ເປັນອີກໜຶ່ງຈຸດແວ່ພັກທີ່ໜ້າສົນໃຈ ເພາະມີສະຖານທີ່ທ່ອງທ່ຽວຕ່າງໆ ຄື: ຫໍໄຊ, ການລ່ອງເຮືອທ່ຽວແມ່ນ້ຳຂອງ, ຖ້ຳ ແລະ ນ້ຳຕົກຕາດ, ເຮືອນເກົ່າຝຣັ່ງ ແລະ ອື່ນໆທີ່ປະທັບໃຈນັກທ່ອງທ່ຽວ ສ່ວນທີ່ພັກແຮມນັ້ນ ສະເພາະໃນເທສະບານເມືອງ ປາກລາຍ ມີໂຮງແຮມ ແລະ ເຮືອນພັກ ຈຳນວນ 18 ແຫ່ງ ລາຄາເລີ່ມຕົ້ນ 60 ພັນກີບຕໍ່ຄືນ.

ສຳລັບບຸນຊ້າງໃນປີ 2019 ນີ້ແມ່ນຈະເນັ້ນໃສ່ບັນດາກິດຈະກຳທີ່ຕິດພັນກັບຊ້າງ ເຊິ່ງມີການສະແດງຊ້າງຄຳຮູ້, ວັດທະນະທຳຂອງ ປະຊາຊົນ 8 ຊົນເຜົ່າ, ມີພິທີຕັກບາດອຸທິດບຸນກຸສົນໃຫ້ຊ້າງ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າຜະລິດຕະພັນຂອງແຕ່ລະ ເມືອງ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນ. ພ້ອມກັນນັ້ນ, ຍັງມີການສະແດງສິລະປະ ວັນນະຄະດີຕ່າງໆ. ນອກນັ້ນ, ຍັງມີກິດຈະກຳທ່ອງທ່ຽວແຫຼ່ງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດຕ່າງໆທີ່ໃກ້ຄຽງໃນ ຕົວເມືອງໄຊຍະບູລີ ເປັນຕົ້ນແມ່ນທ່ຽວອ່າງນ້ຳຕຽນ, ທ່ຽວຫ້ວຍນ້ຳໃສອາຍຸວັດທະນະ, ທ່ຽວນ້ຳຕົກຕາດເຈົ້າ ແລະ ອື່ນໆ.

ອ່າງນ້ຳຕຽນ ຕັ້ງຢູ່ບ້ານໂນນສະຫວັນ ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດໃຕ້ ປະມານ 6 ກິໂລແມັດ ສາມາດເດີນທາງ ດ້ວຍລົດໄປຫາອ່າງນ້ຳຕຽນ ໃຊ້ເວລາປະມານ 15 ນາທີ ເປັນອ່າງເກັບນໍ້າ ເພື່ອສະໜອງແກ່ການຜະລິດກະສິກຳ, ຢູ່ບໍລິເວນ ອ່າງນ້ຳຕຽນຍັງມີຮອຍພະບາດ ແລະ ທິວທັດທຳມະຊາດທີ່ງົດງາມເໝາະແກ່ການພັກຜ່ອນຢ່ອນໃຈ. ນອກນັ້ນ, ຍັງມີສະຖານທີ່ ບໍລິການທ່ອງທ່ຽວຕ່າງໆ ເປັນຕົ້ນແມ່ນຮ້ານອາຫານ, ເຮືອບໍລິການນຳທ່ຽວ, ຢູ່ບໍລິເວນດັ່ງກ່າວຍັງມີສູນອະນຸຮັກຊ້າງ ສຳລັບ ນັກທ່ອງທ່ຽວທີ່ສົນໃຈໃນການຂີ່ຊ້າງ ຫຼື ສຶກສາຂໍ້ມູນກ່ຽວກັບຊ້າງອີກດ້ວຍ.

ສະຖານທີ່ທ່ອງທ່ຽວຫ້ວຍນ້ຳໃສອາຍຸວັດທະນະ ຕັ້ງຢູ່ບ້ານຫ້ວຍແກ້ງ ເຊິ່ງຫ່າງຈາກເທສະບານເມືອງໄຊຍະບູລີ ໄປທາງທິດຕາເວັນ ອອກສ່ຽງໃຕ້ ປະມານ 19 ກິໂລແມັດ, ທ່ານສາມາດໄປໄດ້ໂດຍທາງລົດ ຫຼື ລ່ອງເຮືອ ສະຖານທີ່ນີ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ມີຄວາມສວຍງາມ, ອາກາດເຢັນສົດຊື່ນ ເໝາະແກ່ການພັກຜ່ອນຢ່ອນອາລົມ ແລະ ກິນເຂົ້າປ່າ ເມື່ອຕາເວັນໃກ້ຫຼັບຂອບຟ້າ ທີ່ນີ້ຊ່າງເປັນພາບທີ່ສວຍງາມປະທັບໃຈນັກທ່ອງທ່ຽວທີ່ສຸດ. ນອກນັ້ນ, ຍັງສາມາດຮຽນຮູ້ກ່ຽວກັບສັບພະຄຸນຂອງຢາພື້ນເມືອງ ຫຼາຍຊະນິດຢູ່ພາຍໃນສວນອະນຸຮັກ, ຕົ້ນໄມ້ເປັນຢາ, ມີບໍລິການຜ່ອນຄາຍຄວາມອິດເມື່ອຍດ້ວຍການຮົມຢາພື້ນເມືອງ, ນວດ ແຜນບູຮານ, ອາບນໍ້າໃສ ແລະ ກິດຈະກຳອື່ນໆ, ຫາກສົນໃຈມີຄວາມຕ້ອງການຢາພື້ນເມືອງ ທາງສູນບໍລິການກໍສາມາດ ສະໜອງໃຫ້ໄດ້.

ນ້ຳຕົກຕາດເຈົ້າ ຕັ້ງຢູ່ບ້ານທ່າເດື່ອ ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດເໜືອປະມານ 30 ກິໂລແມັດ ເປັນສະຖານທີ່ ທ່ອງທ່ຽວທີ່ປະຊາຊົນຊາວເມືອງໄຊຍະບູລີ ກໍຄືແຂກຕ່າງດ້າວທ້າວຕ່າງແດນນິຍົມໄປທ່ຽວຊົມ, ພັກຜ່ອນ ຫຼື ພາກັນມາອາບນ້ຳ ໂດຍມີ ຄວາມເຊື່ອວ່າ ເມື່ອອາບແລ້ວຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ ສະສາງຊໍາລະລ້າງສິ່ງທີ່ບໍ່ດີອອກໄປ ເຊິ່ງໃນສະໄໝກ່ອນ ແຕ່ລະປີພໍຮອດບຸນປີໃໝ່ລາວ ເຈົ້າຊີວິດຫຼວງພະບາງ ຈະໃຫ້ຄົນມານຳເອົານ້ຳຢູ່ແຫ່ງນີ້ໄປຫົດສົງພະບາງ ຢູ່ທີ່ຫຼວງພະບາງ. ນໍ້າຕົກ ຕາດແຫ່ງນີ້ມີ ຄວາມສູງ ປະມານ 12 ແມັດ, ກວ້າງປະມານ 2 ແມັດ, ອ້ອມແອ້ມຕາດປົກຄຸມໄປດ້ວຍຕົ້ນໄມ້ໃຫຍ່, ຢູ່ຈຸດທີ່ນ້ຳອອກ ມີພະພຸດທະຮູບປະດິດສະຖານຢູ່ ເພື່ອໃຫ້ແຂກຄົນທີ່ໄປທ່ຽວຊົມໄດ້ຂາບ     ໄຫວ້ບູຊາ, ມີສາລາໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ ແລະ ສາມາດຫຼຽວເຫັນທິວທັດທຳມະຊາດທີ່ສວຍງາມຂອງແມ່ນ້ຳຂອງ.

ການເຮັດບຸນຊ້າງປີນີ້ຖືວ່າເປັນ ຄັ້ງທີ 13 ຈະເລີ່ມຂຶ້ນໃນວັນທີ 23 – 28 ກຸມພາ 2019 ນີ້ ຈະມີຊ້າງເຂົ້າຮ່ວມໃນງານເທດສະການ ທັງໝົດ 70 ໂຕ ທີ່ມາຈາກ 11 ເມືອງທົ່ວແຂວງ, ຊ້າງ 70 ໂຕ ມີອີກຄວາມໝາຍໜຶ່ງ ເຊິ່ງສະແດງເຖິງການສະເຫຼີມສະຫຼອງ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ງານເທດສະການບຸນຊ້າງ ຍັງເປັນການສົ່ງເສີມການທ່ອງທ່ຽວ ໄປພ້ອມກັບການສົ່ງເສີມອະນຸຮັກຊ້າງໃຫ້ຍືນຍົງຄົງຄູ່ກັບປະຊາຊົນຕະຫຼອດໄປ ໂດຍໃຫ້ຊ້າງ ຈຳນວນ 70 ໂຕ ນັ້ນພົບປະກັນ ແລະ ປະສົມພັນກັນ ເພື່ອເປັນການສືບພັນຕໍ່ໄປໃນອະນາຄົດ, ມີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງຕໍ່ມວນຊົນ ແລະ ແລກປ່ຽນບົດຮຽນໃນການລ້ຽງຊ້າງຂອງຄວານຊ້າງ ເພື່ອສືບທອດອາຊີບການລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບແຂວງໄຊຍະບູລີ ຕະຫຼອດໄປ.

ການມາທ່ຽວບຸນຊ້າງໃນປີນີ້ ທ່ານຈະຮູ້ສຶກພາກພູມໃຈ ແລະ ຈະບໍ່ຜິດຫວັງເລີຍ, ໄດ້ທ່ອງທ່ຽວຮຽນຮູ້ກ່ຽວກັບຫຼາກຫຼາຍວັດທະ ນະທໍາ ເປັນເອກະລັກສະເພາະຂອງແຂວງທີ່ບໍ່ມີທີ່ໃດມີ. ນອກຈາກນັ້ນ, ການມາທ່ຽວໃນງານເທດສະການບຸນຊ້າງຍັງເປັນການ ປະຢັດເວລາ, ທຶນຮອນ ແລະ ເວລາໃນການເດີນທາງໄປຫຼາຍບ່ອນ ເນື່ອງຈາກບຸນຊ້າງຈະມີການສະແດງວັດທະນະທຳຕ່າງໆ ຂອງປະຊາຊົນບັນດາເຜົ່າ ທີ່ມາຈາກທົ່ວແຂວງໃນບ່ອນດຽວ ຖືວ່າສາມາດຮັບຮູ້, ຮຽນຮູ້, ສຶກສາຄົ້ນຄວ້າ ໃນທີ່ດຽວເລີຍ.

ສຳລັບທີ່ພັກເຊົາທີ່ເມືອງໄຊຍະບູລີ ມີໂຮງແຮມ 5 ແຫ່ງ, ເຮືອນພັກ 58 ແຫ່ງ ແລະ ຣີສອດ 2 ແຫ່ງ ພຽງພໍສຳລັບແຂກທີ່ມາຮ່ວມ ງານບຸນຊ້າງ ເຊິ່ງລາຄາເລີ່ມຕົ້ນ 1 ແສນກີບ ຫາ 2,5 ແສນກີບຕໍ່ຄືນ ອີງຕາມຄວາມມັກ, ຕ້ອງການ ແລະ ພໍໃຈຂອງນັກທ່ອງ.
Ad