Top Ad

header ads

ປະກາດ! ເສຍຄ່າທໍານຽມທາງປີ 2019 ບໍ່ໃຫ້ກາຍເດືອນມີນານີ້ ຖ້າກາຍຈະຖືກປັບໃຫມ 40%-60%

ການເສຍຄ່າທາງແມ່ນກໍານົດເປັນສົກປີ ແຕ່ ວັນທີ 1 ມັງກອນ 2019 ຫາ ທ້າຍປີ ວັນທີ 31 ທັນວາ 2019. ໃນການເສຍຄ່າທາງປີ 2018 ຜ່ານມາ ບໍ່ວ່າຈະເສຍໃນເດືອນໃດ, ການເສຍຄ່າທາງໃນປີ 2019 ຕ້ອງໄດ້ເສຍຕາມສົກປີ. ຫາກທ່ານໃດ ບໍ່ເສຍພາຍໃນເດືອນ ມີນາ ກໍ່ຈະຖືກ ປັບໃໝ ເລີ່ມແຕ່ເດືອນ ເມສາ ເປັນຕົ້ນໄປ.
ສ່ວນກໍລະນີຄົນຊື້ລົດໃໝ່ ກໍ່ແມ່ນໃຫ້ອ່ານກໍລະນີຍົກເວັ້ນ ສະເພາະ 3 ເດືອນ ສຸດທ້າຍຂອງປີ ນັ້ນໝາຍຄວາມວ່າ ທ່ານໃດຈະຊື້ລົດ ລະຫວ່າງເດືອນ 10-11 ແລະ 12 ປີ 2019 ແມ່ນຈະບໍ່ໄດ້ເສຍຄ່າທາງປີ 2019, ແຕ່ຕ້ອງໄປເລີ່ມຈ່າຍປີ 2020 ພຸ້ນເດີ
Ad