Top Ad

header ads

ຜູ້ຊາຍຄວນອ່ານ! ເຄັດລັບເລືອກແມ່ຂອງລູກ



 ຫຼາຍຄົນອາດຄິດວ່າ ສຳລັບຜູ້ຊາຍການເລືອກຄູ່ໜ້າຈະເປັນເລື່ອງຍາກເລື່ອງຊາ ເພາະເປັນຝ່າຍເລີ່ມຕົ້ນ, ເປັນຝ່າຍເລືອກ ແລະເປັນຝ່າຍຂໍແຕ່ງງານ. ຜູ້ຊາຍບໍ່ມີຄຳວ່າ “ຂຶ້ນຄານ” ອາຍຸ 40ປີຖ້າຍັງບໍ່ມີຄອບຄົວ ຫຼາຍສຸດກໍຖືກກ່າວຫາວ່າເປັນພວກຮັກຮ່ວມເພດ ແຕ່ເລື່ອງແບບນີ້ມັນກໍພິສູດກັນໄດ້ (ແມ່ນບໍ່!!!!) ເຖິງວ່າຜູ້ຊາຍຈະເປັນຝ່າຍໄດ້ປຽບໃນເລື່ອງນີ້ ແຕ່ຄວາມຈິງການເລືອກຄູ່ສຳລັບຜູ້ຊາຍກໍມີໂອກາດຜິດພາດບໍ່ຕ່າງຈາກຜູ້ຍິງເລີຍ. ແຕ່ກໍມີວິທີການສັງເກດທີ່ຫຼຸດຜ່ອນຄວາມສ່ຽງຕໍ່ການຜິດພາດດັ່ງກ່າວໄດ້ແກ່:
      ເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກເມຍໄດ້: ຈຸດອ່ອນຂອງຜູ້ຊາຍສ່ວນຫຼວງຫຼາຍຄືເລືອກບໍ່ເປັນ, ເລືອກໂດຍໃຊ້ອາລົມເປັນຫຼັກ, ໃຈຮ້ອນ, ດື້, ຫຼົງສະເໜ່ຄວາມງາມ, ເບິ່ງຄວາມໜ້າຮັກຢ່າງຜິວເຜີນ ໂດຍບໍ່ພິຈາລະນານິໄສໃຈຄໍຝ່າຍຍິງຢ່າງເລິກເຊິ່ງ. ຜູ້ໍາຍບໍ່ວ່າຈະຢູ່ໃນສະຖານະໃດ ຈະຮັ່ງ ຫຼືທຸກ, ຈະຫຼໍ່ ຫຼືຂີ້ຮ້າຍ ລ້ວນແຕ່ມີສິດເລືອກຄົນທີ່ເໝາະສົມກັບຕົນເອງ ຄວາມເໝາະທີ່ວ່ານີ້ບໍ່ແມ່ນເວົ້າເລື່ອງຖານະ ຫຼືໜ້າຕາພາຍນອກ ແຕ່ໝາຍເຖິງແນວຄິດນິໄສທີ່ເຈົ້າກັນໄດ້ຫຼືບໍ່?
      ພູມຫຼັງຂອງຜູ້ຍິງຄືສິ່ງສຳຄັນ: ລາວເຕີບໃຫຍ່ມາແຕ່ໃສ? ມີຄອບຄົວທີ່ປົກກະຕິສຸກຫຼືບໍ່ ເຊັ່ນ: ຖ້າຖືກລ້ຽງດູມາແບບຕາມໃຈ ເປັນລູກສາວດຽວ, ບໍ່ຖືກກັບອ້າຍເອື້ອຍນ້ອງ, ພໍ່ແມ່ປະຮ້າງ, ບຸກຄະລິກຄະພາບຂອງແມ່ບໍ່ຈົບງາມ ແລະອື່ນໆ ສິ່ງເຫຼົ່ານີ້ລ້ວນແຕ່ສົ່ງຜົນສະທ້ອນຕໍ່ນິໄສໃຈຄໍໄດ້ທັງໝົດ ເລື່ອງນີ້ຕ້ອງສັງເກດດີໆຈະໄດ້ເຫັນໄດ້ແຈ້ງ ເລື່ອງແບບນີ້ປົກປິດບໍ່ໄດ້ ຕ່າງຈາກການສັງເກດຜູ້ຍິງ ໃນຍາມຮັກກໍຈະສະແດງແຕ່ສິ່ງດີໆອອກມາ, ຜູ້ຍິງສາມາດປົກປິດຄວາມຮູ້ສຶກໄດ້ເລິກແລບເປັນສິບໆປີໂດຍທີ່ເຮົາບໍ່ອາດຮູ້.
      ຜູ້ຍິງທີ່ເຕີບໂຕມາໃນຄອບຄົວທີ່ມາບັນຫາ ເຊັ່ນ: ພໍ່ມີເມຍນ້ອຍ ລາວຈະເກັບຄວາມທຸກໃຈໄວ້ໃນຈິດໃຕ້ສຳນຶກ ແລະຈະສະແດງອອກເມື່ອຕົນມີຄອບຄົວ ດັ່ງນນັ້ນ ຖ້າຕັດສິນໃຈເລືອກລາວມາເປັນເມຍ ທ່ານກໍຕ້ອງພ້ອມຮັບມີກັບຄວາມກົດດັນຕ່າງໆ, ຄວາມຫວາດລະແວງ, ຄວາມຫຶງຫວງ ອັນເກີດຈາກເລື່ອງລາວໃນອາດີດຂອງຄອບຄົວ. ການວິິໄຈຄູ່ສົມລົດທີ່ພໍ່ແມ່ມີບັນຫາ ໂອກາດທີ່ຈະປະຮ້າງຂອງພວກເຂົາແມ່ນມີຫຼາຍກວ່າຄົນປົກກະຕິ.
      ຜູ້ຍິງສ່ວນຫຼາຍມັກຈະມີການໃຫ້ຄວາມສຳຄັນ ແລະພົວພັນກັບຍາດຕິພີ່ນ້ອງ ສະນັ້ນ, ຫຼັງຈາກແຕ່ງງານທ່ານຕ້ອງຮັບຮູ້ເລື່ອງລາວກ່ຽວກັບຄອບຄົວລາວທຸກຢ່າງທັງສິ່ງທີ່ດີ ແລະບໍ່ດີ ສະນັ້ນຄວນສຶກສາຈຸດນີ້ໄວ້ພ້ອມ.
      ສ່ວນເລື່ອງຂີ້ໆທັງຫຼາຍບໍ່ວ່າ ຂີ້ຫຶງ, ຂີ້ງອນ, ຂີ້ໜຽວ, ຂີ້ນິນທາ, ຂີ້ອິດສາ, ຂີ້ໂມໂຫ ແລະອື່ນໆເລື່ອງພວກນີ້ສາມາດຮັບຮູ້ໄດ້ກ່ອນແຕ່ງງານ ຕາມຫຼັກຈິດຕະວິທະຍາແລ້ວ ໃຫ້ເບິ່ງກັນບໍ່ຕໍ່າກວ່າໜຶ່ງປີ ຖ້າແຕ່ງງານກັນໄວກວ່ານີ້ ຊີວິດຄູ່ມີໂອກາດລົ້ມເຫຼວສູງ.
      ຜູ້ຊາຍທຸກຄົນລ້ວນແຕ່ມັກຜູ້ຍິງງາມ ຄວາມງາມບໍ່ແມ່ນເລື່ອງທີ່ຜິດ ຄົນທີ່ຈະມາເປັນເມຍກໍຕ້ອງມີຄວາມງາມຖືກຕາຕ້ອງໃຈເຮົາແດ່ ເຊິ່ງຄວາມງາມໃນຄວາມຮູ້ສຶກຂອງແຕ່ລະຄົນບໍ່ຄືກັນ ແຕ່ທີ່ສຳຄັນຄວາມງາມໃນຮູບແບບທີ່ທ່ານປະທັບໃຈຈະເຮັດໃຫ້ທ່ານຮູ້ສຶກວ່າ ຊີວິດຄູ່ມີຄຸນຄ່າ ແຄ່ຂໍບອກວ່າ ຜູ້ຊາຍທຸກຄົນກ່ອນແຕ່ງຈະເຫັນວ່າແຟນເຮົາງາມທີ່ສຸດໃນໂລກ ແຕ່ຫຼັງຈາກແຕ່ງໄປໄລຍະໜຶ່ງ ພັດຮູ້ສຶກວ່າ ຜູ້ຍິງໃນໂລກເລີ່ມງາມແຊງໜ້າເມຍເຮົາ (ເອ່ະ! ມັນແມ່ນຈັ່ງໃດຫວະ)
ຢ່າມອງຂ້າມຄວາມສະຫຼາດ ຜູ້ຊາຍສ່ວນຫຼາຍບໍ່ມັກຜູ້ຍິງທີສະຫຼາດ (ກວ່າ) ແຕ່ຄວາມຈິງເມຍທີ່ສະຫຼາດຈະຊ່ວຍໃຫ້ຊີວິດກ້າວໜ້າ ແລະຈະມີຜົນໄປຮອດລູກນຳອີກ ໂດຍສະເພາະລູກຊາຍ ຄວາມສະຫຼາດຈະຖ່າຍທອດຜ່ານ ໂຄຣໂມໂຊມ X ຂອງແມ່ເທົ່ານັ້ນ ມັນຈະບໍ່ຢູ່ໃນໂຄຣໂມໂຊມ Y (ເຊື້ອອະສຸຈິ).
ເລື່ອງອາຍຸ ຜູ້ຊາຍຈະຄິດວ່າຄວນເລືອກເມຍອາຍຸນ້ອຍກວ່າ ເຊິ່ງເປັນຄວາມເຂົ້າໃຈຜິດ ຈາກສະຖິຕິປະຮ້າງ ອາຍຸບໍ່ແມ່ນປັດໄຈສຳຄັນ ຖ້າໃຈຕໍ່ເຖິງໃຈກັນໄດ້ ຈະກໍ່ໃຫ້ເກີດຄວາມຮັກທີ່ຍືນຍາວ.
      ອີກປະການໜຶ່ງທີ່ຄວນເອົາໃຈໃສ່ ຄວາມຄາດຫວັງຈາກຝ່າຍຍິງ ຕ້ອງເບິ່ງໃຫ້ດີໆ ຜູ້ຍິງບາງຄົນຄາດຫວັງສູງຫຼາຍ ຕ້ອງມີເຮືອນ, ມີລົດລາຄາແພງ, ຕ້ອງໂຣແມນຕິກ, ຕ້ອງໃຫ້ຂອງຂວັນລາຄາແພງໆ ແລະອື່ນໆຄວາມຄາດຫວັງເຫຼົ່ານີ້ ຖ້າທ່ານເຮັດບໍ່ໄດ້ ຊີວິດຄູ່ກໍຈົບ.
      ເລື່ອງສຸດທ້າຍທີ່ຢາກເຕືອນໃຫ້ລະມັດລະວັງ ລະຫວ່າງທີ່ຄົບຫາກັນ ໃຫ້ຫັກຫ້າມໃຈໂຕເອງບໍ່ໃຫ້ມີສຳພັນເລິກເຊິ່ງກັນກ່ອນເດັດຂາດ ເພາະມີຜູ້ຊາຍຈຳນວນບໍ່ໜ້ອຍທີ່ຖືກຈັບຂຶ້ນຂຽງ ຫຼືຖືກບັງຄັບໃຫ້ແຕ່ງງານເພື່ອຮັບຜິດຊອບຝ່າຍຍິງ ແລ້ວຄິດກິນແໜງໃຈພາຍຫຼັງ.
Ad