Top Ad

header ads

#ເລືອກຜົວ ບົດຄວາມດີໆທີ່ຜູ້ຍິງຄວນອ່ານ...!


ການທີ່ຍິງສາວຄົນໜຶ່ງຈະໄດ້ພົບກັບຜູ້ຊາຍດີໆຄົນໜຶ່ງນັ້ນ
ບໍ່ຈຳເປັນທີ່ລາວຈະຕ້ອງມີຄວາມເປັນຜູ້ໃຫຍ່ພຽງພໍ
ເພາະເມື່ອໃດລາວມີຄວາມເປັນຜູ້ໃຫຍ່ພຽງພໍ ສາມາດເພິ່ງພາຕົນເອງໄດ້ ນັ້ນກໍສະແດງວ່າ
ລາວບໍ່ເຄີຍພົບຜູ້ຊາຍດີໆແມ້ແຕ່ຄົນດຽວ

ຈື່ໄວ້ໃຫ້ດີ ການເລືອກຊີວິດຄູ່ນັ້ນບໍ່ມີເງື່ອນໄຂໃດໆ ນອກຈາກເລືອກ ຄົນທີ່ເຂົາຮັກເຮົາ
ບໍ່ວ່າເຂົາຈະມີເງິນຫຼາຍປານໃດ
ມັກຊ່ວຍເຫຼືອຄົນອື່ນຫຼາຍປານໃດ
 ຈະມີຄວາມສາມາດຫຼາຍພຽງໃດ
ຈະສະຫຼາດພຽງໃດ
ຈະຫຼໍ່ປານໃດ
ຈະເວົ້າເກັ່ງແນວໃດ
 ຖ້າເຂົາບໍ່ຮັກເຮົາກໍໄຮ້ປະໂຫຍດ

ຈິດຕະແພດກ່າວວ່າ ຕໍ່ໃຫ້ເຈົ້າຮັກຜູ້ຊາຍຄົນນັ້ນພຽງໃດ ຈຸດເລີ່ມຕົ້ນຂອງຄວາມຮັກເລີ່ມຈາກຜູ້ຊາຍ ຫາກຊາຍຄົນນັ້ນບໍ່ຮັກເຈົ້າ
ເສຍລາວໄປຄືຄວາມຄຸ້ມຄ່າທີ່ສຸດ
 

ບໍ່ມີຄູ່ອາດຈະງຽບເຫງົາໄປແດ່ ແຕ່ສາມາດມີຄວາມສຸກໄດ້
ເຈົ້າສາມາດທ່ອງທ່ຽວໄປທຸກແຫ່ງຫົນໄດ້ພຽງລຳພັງ
ສາມາດເລືອກເອງວ່າຢາກໄປໃສ

ຄວາມເຫງົາຕອນໂສດບໍ່ເປັນຕາຢ້ານດັ່ງທີ່ຄິດ
ສິ່ງທີ່ເປັນຕາຢ້ານກວ່າຄືເມື່ອມີຄູ່ຊີວິດແລ້ວເຫງົາຕ່າງຫາກ


ພໍ່ຄົນໜຶ່ງໄດ້ເຕືອນສະຕິລູກສາວວ່າ
ຄົນບາງຄົນເໝາະສົມກັບລູກແຕ່ລາວບໍ່ໄດ້ຮັກລູກ
ຄົນບາງຄົນຮັກລູກແຕ່ບໍ່ເໝາະສົມກັບລູກ
 ຫາກຢາກຮູ້ວ່າລາວຮັກລູກຫຼືບໍ່  ຢ່າໃຊ້ແຕ່ຫູຟັງແຕ່ຈົ່ງໃຊ້ຕາເບິ່ງ
ເບິ່ງວ່າເຂົາທຸ້ມເທກັບເຮົາພຽງໃດ
ຫາກຢາກຮູ້ວ່າເໝາະສົມກັນຫຼືບໍ່ ຢ່າຕັດສິນວ່າເຂົາມີຫຍັງແດ່
ແຕ່ຈົ່ງຕັດສິນທີ່ຮອຍຍິ້ມ ແລະນ້ຳຕາທີ່ເຈົ້າຫຼັ່ງໄປເພາະເຂົາ
 
ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີ 
ເຖິງພຽບພ້ອມປານໃດກໍຢ່າເລືອກຝາກຊີວິດໄວ້ກັບເຂົາ
ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດ ກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້
 
ຈົ່ງເລືອກເມື່ອຍແຕ່ໄດ້ຫົວຍິ້ມ ດີກວ່າສຸກສະບາຍແຕ່ນັ່ງໄຫ້ທຸກມື້


ຫາກການຄົບຫາເບິ່ງໃຈກັນ ລາວບໍ່ໄດ້ເຮັດໃຫ້ເຈົ້າດູດີຂຶ້ນໃນສາຍຕາຄົນອື່ນ 
ກໍຕ້ອງຂໍສະແດງຄວາມເສຍໃຈຫຼາຍໆ ເພາະເຈົ້າເລືອກຄົນຜິດແລ້ວ!

ຜູ້ຊາຍບາງຄົນທີ່ຮັກເຈົ້າ ລາວຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດໄປ
ແຕ່ບາງຄົນຫວັງຮ່ວມຊີວິດພຽງຊົ່ວຄາວ
 ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າທັງຊີວິດ ລາວອາດຈະບໍ່ໄດ້ຊື້ສິ່ງຂອງ ຫຼືບອກຮັກທຸກມື້
ແຕ່ລາວຈະພະຍາຍາມສ້າງເນື້ອສ້າງຕົວເພື່ອເຈົ້າ ແລະຄອບຄົວ
 

ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວ
ລາວຈະໃຫ້ເຈົ້າທຸກຢ່າງທີ່ຕ້ອງການ ປານກັບວ່າ ຂາດເຈົ້າແລ້ວລາວຂາດໃຈ 
(ແຕ່ຄວາມຈິງບໍ່ມີໃຜຕາຍຍ້ອນຄວາມຮັກ ແຕ່ຕາຍຍ້ອນຄວາມຫຼົງ ແລະງົມງວາຍ)

ດັ່ງນັ້ນ ຜູ້ຊາຍດີໆຈະຄິດເຖິງການຮ່ວມຊີວິດ
ແຕ່ຜູ້ຊາຍຊົ່ວໆຈະຄິດເຖິງແຕ່ການຮ່ວມຫຼັບນອນ

ສາວໆທັງຫຼາຍເອີ່ຍ!
ຍິ່ງເຈົ້າຮັກຕົນເອງຫຼາຍເທົ່າໃດ 
ເຈົ້າກໍຍິ່ງມີຄຸນຄ່າຕໍ່ຕົນເອງ ແລະຄົນອື່ນຫຼາຍຂຶ້ນເທົ່ານັ້ນ
ຢ່າເອົາອົກເອົາໃຈໃຜຈົນລືມຫ່ວງໄຍຕົນເອງ 
ຊີວິດບໍ່ໄດ້ຍືນຍາວ
ຈົ່ງຈື່ໄວ້ ວ່າຮັກຕົນເອງຫຼາຍໆແດ່!



ຂໍ້ມູນດີໆຈາກ- นุสนธิ์บุคส์ -
Ad