Top Ad

header ads

ເມືອງພູຄູນ ຢຶດເງິນປອມ ຫຼາຍກວ່າ 40 ລ້ານກວ່າກີບ


ໃນວັນທີ 21 ພະຈິກ 2019ນີ້ ກອງບັນຊາການປ້ອງກັນຄວາມສະຫງົບເມືອງພູຄູນ ໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ປທ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ມີຫົວໜ້າພ້ອມດ້ວຍຄະນະ ແລະ ຫ້ອງການທີກ່ຽວຂ້ອງຂອງເມືອງ ຕະຫຼອດຮອດເຈົ້າໜ້າທີພາຍໃນກອງບັນຊາການຂອງເມືອງເຂົ້າຮ່ວມ.




ທ່ານ ພັຕ ແກ້ວວິໄລ ວິທະຍາ ເຈົ້າໜ້າທີສັນຕິບານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ລາຍງານໃຫ້ຮູ້ວ່າ: ເງິນປອມທີເຈົ້າໜ້າທີຢຶດ ແລະ ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄືອນໄຫວຕິດຕາມກວດກາພົບເຫັນເງິນ ທີກຸ່ມຄົນບໍ່ດີນຳມາ ວານຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນວັນສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ ໃນປີຫຼາຍປີຜ່ານມາ ໃນນັ້ນມີເງິນປອມ ສະກຸນເງິນກີບ ປະເພດໃບ50,000 ຈຳນວນ 32ລ້ານກວ່າກີບ, ປະເພດໃບ 20,000 ຈຳນວນ 8 ລ້ານກວ່າກີບ, ປະເພດໃບ 10,000 ຈຳນວນ 1ລ້ານກວ່າກີບ ແລະ ສະກຸນເງີນໂດລາສະຫະລັດ ປະເພດ100ໂດລາ ຈຳນວນ 9,000ໂດລາ ລວມເປັນເງິນທີປອມແປງທັງໝົດ 42,090,000 ກີບ.

ໂອກາດທີທ່ານຮອງເຈົ້າເມືອງໄດ້ເຂົ້າຮ່ວມພິທີ ໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍຜົນງານຂອງເຈົ້າໜ້າທີໄດ້ເອົາໃຈໃສ່ປະຕິບັດໜ້າທີ ໃນການເຄືອນໄຫວຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ເຈົ້າໜ້າວິຊາສະເພາະ ສືບຕໍໃຊ້ພະຍາຍາມ ດ້ວຍຄວາມຮັບຜິດຊອບ, ຮັດກຸ່ມ ໃນການປະຕິບັດໜ້າທີ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍເຄືອນໄຫວສ້າງຄວາມບໍສະຫງົບດ້ວຍຫຼາຍຮູບແບບ ຈາກນັ້ນຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດທຳລາຍເງິນດັ່ງກ່າວ.

ພາບ-ຂ່າວ: ວັນທຽນ ຄຳທະສິດ (ຂ່າວສານເມືອງພູຄູນ)
Ad