Top Ad

header ads

ສານຕັດສິນ ຈຳຄຸກນາງຫມວຍ ເປັນເວລາ 5 ປີ ສະຖານໂຄສະນາຕ້ານ ສປປ ລາວ


ໃນວັນທີ 22 ພະຈິກ 2019 ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຈໍາປາສັກ ໄດ້ຕັດສິນ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ອາຍຸ 30 ປີ ອາຊີບຄ້າຂາຍ ບ້ານສະເຫຼົ້າ ເມື ອງໂພນທອງ ແຂວງຈໍາປາສັກ ຈໍາຄຸກ 5 ປີ ພ້ອມທັງປັບໃໝ 20.000.000 ກີບ ສະຖານ ໂຄສະນາຕ້ານ ສປປ ລາວ. ເຈົ້າໜ້າທີ່ ໄດ້ກັກຕົ ວ ນາງ ໝວຍ ໃນວັ ນທີ 12 ກັນຍາ 2019 ເຊິ່ງການກັກຕົວດັ່ງກ່າວ ໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍທຸກປະການ.
ຜ່ານການສອບສວນຕົວຈິ ງ, ຜູ້ກ່ຽວຮັບສາລະພາບວ່າ:
ໄດ້ເປັນຜູ້ລົງມື ໂຄສະນາທາງເຟສບຸກແທ້ ເຊິ່ງໃນວິດີ ໂອໜຶ່ງ ນາງ ໝວຍ ໄດ້ເວົ້າອອກປາກເຖິງການກະທໍາ ແລະ ເຈຕະນາອັນແທ້ຈິງຂອງຜູ້ກ່ຽວ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ ປະກອບໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັ ກແໜ້ນ ແລະ ພຽງພໍ ຢັ້ງຢືນ ວ່າ ການກະທໍາຂອງ ນາງ ໝວຍ ເປັນການກະທໍາຜິດທາງອາຍາແທ້. ດັ່ງນັ້ ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຈໍາປາສັກ ໄດ້ພິຈາລະນາຕັ ດສິນລົງໂທດ ນາງ ໝວຍ ໃນສະຖານໂຄສະນາຕ້ານ ສປປ ລາວ ຕາມປະມວນກົດໝາຍອາຍາ ມາດຕາ 117 ໂດຍລົງໂທດຕັດອິ ດສະຫຼະພາບ 5 ປີ ແລະ ປັບໃໝ 20.000.000 ກີບ.
ເຊິ່ງກົດໝາຍອາຍາ ມາດຕາ 117 ການໂຄສະນາຕໍ່ ຕ້ານ ສປປ ລາວ ລະບຸໄວ້ວ່າ:
“ ບຸກຄົນໃດຫາກໄດ້ໂຄສະນາ ໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ປ່າວຂ່າວອະກຸສົນ ເຮັດໃຫ້ມີ ຄວາມວຸ້ນວາຍດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວິ ດີ ໂອ, ຮູບພາບ, ເອກະສານ, ສື່ ທາງເອເລັກໂຕຣນິກ ຫຼື ດ້ວຍຮູບການອື່ນ ທີ່ ມີເນື້ອໃນຕ້ານ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ອໍານາດລັດອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ”.

ຂ່າວຈາກ: ນສພ ຄວາມສະຫງົບ
Ad