Top Ad

header ads

ອິນໂດເນເຊຍ ກຽມອອກກົດຫມາຍຕ້ານການສໍ້ລາດບັງຫລວງ


ສຳນັກຂ່າວຊິນຫົວລາຍງານ ເມື່ອວັນຈັນທີ່ 9 ທັນວາ 2019 ວ່າ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເນັ້ນຢ້ຳວ່າອາດມີການກຳນົດບົດລົງໂທດ ປະຫານຊີວິດ ພະນັກງານລັດຖະກອນ ຜູ້ກະທຳຜິດຖານສໍ້ລາດບັງຫລວງ ເພື່ອເພີ່ມຄວາມພະຍາຍາມຢັບຢັ້ງການສໍ້ລາດບັງຫລວງ ຊື່ງເປັນໄປຕາມຄວາມຕ້ອງການອັນແຮງກ້າຂອງປະຊາຊົນ.



ຄຳຖະແຫຼງຂອງຜູ້ນຳອິນໂດເນເຊຍ ລະບຸວ່າການຕໍ່ສູ້ກັບກໍລະນີການສໍ້ລາດບັງຫລວງພາຍໃນປະເທດບໍ່ເກີດຜົນສຳເລັດເທົ່າທີ່ຄວນ ແມ່ນວ່າທີມປາບປາມການສໍ້ລາດບັງຫລວງຈະສົ່ງເຈົ້າຫນ້າທີ່ລັດລະດັບສູງເຂົ້າຄຸກຫລາຍສິບຄົນແລ້ວກໍ່ຕາມ ແຕ່ຍັງຄົງມີການຈັບກຸມຜູ້ກະທຳຜິດຖານສໍ້ລາດບັງຫລວງໄດ້ອີກ



ທ່ານໂຈໂກວີ (Jokowi) ຊື່ງເປັນອີກຫນື່ງຊື່ຮຽກປະທານາທິບໍດີອິນໂດເນເຊຍ ກ່າວວ່າອາດມີການກຳນົດບົດລົງໂທດປະຫານຊີວິດ ເປັນຫນື່ງໃນມາດຕະການປາບປາມການສໍ້ລາດບັງຫລວງ ເມື່ອມີການແກ້ໄຂກົດຫມາຍຕໍ່ຕ້ານການສໍ້ລາດບັງຫລວງຂອງປະເທດ.
Ad