Top Ad

header ads

ຈີນ ຊວນປະຊາຊົນໃຫ້ສະແດງຄວາມຄິດເຫັນ ຫລືຄຳແນະນຳຕໍ່ຜົນງານຂອງລັດຖະບານ


ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 11 ທັນວ່າ 2019 ວ່າ ເວັບໄຊທາງການຂອງລັດຖະບານກາງຈີນ (WWW.gov.cn )ແລະແຟລຕຟອມອື່ນໆ ໄດ້ເລີ່ມເຊີນຊວນສາທາລະນະຊົນສະແດງຄວາມຄິດເຫັນ ແລະຄຳແນະນຳກ່ຽວກັບການປະຕິບັດງານຂອງລັດຖະບານ ພາຍໃຕ້ໂຄງການ “ຂ້ອຍຢາກບອກນາຍົກລັດຖະມົນຕີ”
ສາທາລະນະຊົນສາມາດສົ່ງຄວາມຄິດເຫັນຫລືຄຳແນະນຳໃນ 20 ປະເດັນ ເຊັ່ນວ່າ ການຫລຸດຜ່ອນຄວາມທຸກຍາກ ສະພາບແວດລ້ອມທາງທຸລະກິດ ການຈ້າງງານ ການສຶກສາ ການເບິ່ງແຍງຜູ້ສູງອາຍຸ ແລະລາຍໄດ້ ຜ່ານເວັບໄຊ ແອັບພິເຄຊັ່ນຄະນະລັດຖະມົນຕີ ແລະເວັບໄຊອື່ນໆ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ
ໂຄງການ “ຂ້ອຍຢາກບອກນາຍົກ” ເລີ່ມຕັ້ງແຕ່ວັນອັງຄານ (10 ທັນວາ 2019) ຈົນເຖິງການປິດປະຊຸມຂອງສະພາປະຊາຊົນແຫ່ງຊາດຈີນ (NPC) ແລະສະພາທີ່ປຶກສາທາງການເມືອງແຫ່ງຊາດຈີນ (CPPCC) ຫລື ການປະຊຸມ 2 ສະພາ ຊື່ງຈະຈັດຂື້ນໃນປີ 2020
ຄວາມຄິດເຫັນ ແລະຄຳແນະນຳຈາກສາທາລະນະຊົນທີ່ມີປະໂຫຍດ ແລະຄຸນຄ່າສູງຈະຖືກສົ່ງຕໍ່ໄປຍັງອົງກອນຕ່າງໆທີ່ຮັບຜິດຊອບການຂຽນຮ່າງ ລາຍງານການປະຕິບັດງານຂອງລັດຖະບານ (Report on the Work of the Government)
ທັງນີ້ ນັບເປັນຄັ້ງທີ່ 6 ຂອງການດຳເນີນໂຄງການດັ່ງກ່າວ ຊື່ງເຊີນຊວນສາທາລະນະຊົນສະແດງຄວາມຄິດເຫັນ ແລະຄຳແນະນຳກ່ອນປິດປະຊຸມ 2 ສະພາ ປະຈຳປີ
Ad