Top Ad

header ads

ສະຫວັນນະເຂດ ເກັບລາຍຮັບສ່ວຍສາອາກອນ ບໍ່ບັນລຸເປົ້າ


ທ່ານ ເພັດດາລາ ແກ້ວສາລີ ຫົວຫນ້າສ່ວຍສາອາກອນ ປະຈໍາແຂວງສະຫວັນນະເຂດ ຕໍ່ນັກຂ່າວໜັງສືພິມສະຫວັນ ພັດທະນາໃນວັນທີ 13 ທັນ ວາ 2019 ກ່ຽວກັບການ ຈັດຕັ້ງປະຕິບັດແຜນງົບປະ ມານໃນການ ຈັດເກັບ ລາຍຮັບ ຂອງສ່ວຍສາອາກອນປະຈຳ ແຂວງ ໄດ້ໃຫ້ຮູ້ວ່າ: ໃນ 11 ເດືອນປີ 2019 ສ່ວຍສາອາ ກອນປະຈໍາແຂວງ ເກັບລາຍ ຮັບໄດ້ 535,325 ຕື້ກີບ ໃນນັ້ນ:
ລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງ (ລາຍຮັບວີຊາ) ປະຕິບັດໄດ້ 3,329 ຕື້ກີບ, ເທົ່າກັບ 95,11% ຂອງແຜນການປີ ແລະລາຍຮັບພູດຂອງທ້ອງຖິ່ນ ປະຕິບັດໄດ້ 532,325 ຕື້ກີບ, ເທົ່າກັບ 78,80% ຂອງແຜນ ການປີ, ຖ້າສົມທຽບໃສ່ໄລຍະ ດຽວກັນ ເພີ່ມຂຶ້ນ 0,29% ຫຼື 1,563 ຕື້ກີບ.
ການຈັດຕັ້ງ ປະຕິບັດລາຍຮັບໃນ 11 ເດືອນ ປີ 2019 ໂດຍລວມແລ້ວສ່ວຍ ສາອາກອນປະຈໍາແຂວງພວກ ເຮົາເກັບລາຍຮັບໄດ້ເພີ່ມຂຶ້ນ ຖ້າສົມທຽບໃສ່ໄລຍະດຽວ ຂອງປີຜ່ານມາ, ແຕ່ຖ້າສົມ ທຽບໃສ່ຕົວເລກແຜນການປີ 2019 ແມ່ນປະຕິບັດໄດ້ພຽງ 78,80% ເຊິ່ງເຫັນວ່າຍັງຕໍ່າ ສາເຫດມີດັ່ງນີ້: ບັນດາຫົວໜ່ວຍ ທຸລະກິດຕາມຂົງເຂດຫຼັກໆ ທີ່ສົ່ງຜົນກະທົບຕໍ່ການປະ ຕິບັດແຜນລາຍຮັບໃນປີ 2019 ປະກອບມີ:


ການປະຕິ ບັດພັນທະອາກອນມອບເໝົາ ຂອງບໍລິສັດສະຫວັນຣີເຈັນ ຕາມແຜນແມ່ນ 10 ລ້ານໂດ ລາຕໍ່ປີ, ສໍາລັບປີ 2019 ປະ ຕິບັດພຽງແຕ່ 35% ຫຼື 3,5 ລ້ານໂດລາ ເທົ່ານັ້ນ, ເນື່ອງຈາກການເຈລະຈາມອບພັນທະດັ່ງກ່າວ ມີຄວາມຊັກຊ້າ ເຊິ່ງເຮັດໃຫ້ການປະຕິບັດ ພັນທະຫຼຸດລົງ 6,5 ລ້ານ ໂດລາ ຫຼື 57,850 ຕື້ກີບ, ໂຮງງານປະກອບລົດໂຄລາວ ຫຼຸດລົງ 22,53% ຫຼື 1,234 ຕື້ກີບ, ໂຮງງານຊີມັງສະຫວັນ ນະເຂດ ຫຼຸດລົງ 1,024 ຕື້ກີບ, ກຸ່ມທຸລະກິດກໍ່ສ້າງ ຫຼຸດລົງ 51,18% ຫຼື 11,128 ຕື້ກີບ (ຕິດພັນກັບງົບປະມານຂອງ ລັດ), ນອກນັ້ນ ຍັງມີຫົວຫນ່ວຍ ທຸລະກິດທຸລະກິດການຄ້າ ຈຳນວນໜຶ່ງຫຼຸດລົງເປັນຕົ້ນ:
ບໍລິສັດໂຊກໄຊຂາອອກ-ຂາເຂົ້າ 1,394 ຕື້ກີບ, ບໍລິ ສັດໂຕໂຍຕ້າລາວສະຫວັນ 147 ລ້ານ, ບໍລິສັດ ດີເຄເຮັດ ເອັດລາວ 1,185 ຕື້ກີບ ແລະ ອື່ນໆ
ທ່ານ ເພັດດາລາ ແກ້ວສາລີ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນການ ຈັດຕັ້ງປະຕິບັດການເສຍຄ່າ ທໍານຽມທາງໃນຈຳນວນ ພາຫະນະ 342.108 ຄັນ ໃນນີ້: ປະເພດລົດໃຫຍ່ 51.950 ຄັນ, ກວມ 15,18%, ປະເພດ ລົດຈັກ 290.158 ຄັນ, ກວມ 84,82%, 10 ເດືອນປະຕິ ບັດໄດ້ 7,015 ຕື້ກີບ, ໃນນີ້: ເສຍແລ້ວ 35.776 ຄັນ, ປະກອບມີ: ລົດໃຫຍ່ເສຍແລ້ວ 26.560 ຄັນ, ກວມ 51,13%, ລົດຈັກ 9.216 ຄັນ, ກວມ 3,18%.

ສາເຫດເນື່ອງມາ ຈາກ: ການສະໜອງເຄື່ອງບໍລິການເສຍຄ່າທຳນຽມທາງມີຄວາມຊັກຊ້າເຮັດໃຫ້ການບໍລິການເສຍຄ່າທຳນຽມທາງ ແລະການນຳໃຊ້ມາດຕະການ ຂອງເຈົ້າຫນ້າທີ່ກໍ່ມີຄວາມ ຊັກຊ້າ, ການບໍລິການຂອງທະ ນາຄານບໍ່ສາມາດເຂົ້າເຖິງ ຜູ້ຄຸ້ມຄອງ ແລະນໍາໃຊ້ພາຫານະ ໄດ້ທັນກວ້າງຂວາງເທື່ອ, ພ້ອມກັນນັ້ນຜູ້ຄຸ້ມຄອງ ແລະ ນຳໃຊ້ພາຫະນະສ່ວນໃຫຍ່ ສະຕິໃນການປະຕິບັດພັນທະ ກໍ່ຍັງບໍ່ທັນສູງເທົ່າທີ່ຄວນ
ການຈັດເກັບລາຍຮັບຈາກ ພາສີທີ່ດິນຕາມຖານລາຍຮັບ ພາສີທີ່ດິນທົ່ວແຂວງແມ່ນ 18,780 ຕື້ກີບມາຮອດເດືອນ 11/2019 ສາມາດເກັບໄດ້ ແລ້ວ 15,570 ຕື້ກີບ ເທົ່າກັບ 82,91% ທຽບໃສ່ປີກາຍຫຼຸດ ລົງ 3,97% ເນື່ອງມາຈາກ ການປັບປ່ຽນລະບົບການເກັບ, ແຂວງເຮົາປະສົບໄພທໍາມະ ຊາດ ພ້ອມກັນນັ້ນ ສະຕິໃນການປະຕິບັດພັນທະຂອງຜູ້ຄອບຄອງ ແລະນຳໃຊ້ທີ່ດິນ ກໍບໍ່ທັນສູງເທົ່າທີ່ຄວນ.
ຕົວເລກສູ້ຊົນປະຕິບັດ ລາຍ ຮັບທ້າຍປີ 2019ຈະສູ້ ຊົນເກັບລາຍຮັບໃຫ້ໄດ້ 628,088 ຕື້ກີບ (ສະເພາະ ພູດທ້ອງຖິ່ນ), ເທົ່າກັບ 92, 46% ຂອງແຜນການປີ, ຖ້າ ສົມທຽບໃສ່ປະຕິບັດໝົດປີ 2018 (620,315 ຕື້ກີບ) ເພີ່ມຂຶ້ນ 1,77% ຫຼື 7,773 ຕື້ກີບ, ຖ້າບໍ່ນັບລາຍຮັບຄ່າບໍ ລິການ-ວີຊາການຈະປະຕິບັດ ໄດ້ 581,940 ຕື້ກີບເພີ່ມຂຶ້ນ 7,92% ຫຼື 35,786 ຕື້ກີບ.

Ad