Top Ad

header ads

ທະນາຄານລາວກໍ່ສ້າງ ຂາດສະພາບຄ່ອງຫຼາຍ, ຂາດຄວາມໝັ້ນຄົງ ແຈ້ງໃຫ້ບັນດາລູກຄ້າເງິນຝາກ ແລະ ເຈົ້າໜີ້ ມາສະໜອງຂໍ້ມູນ

ແຈ້ງການ ຈາກທະນາຄານແຫ່ງ ສປປ ລາວ ເຖິງລູກຄ້າ ແລະ ເຈົ້າໜີ້ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ກ່ຽວກັບການຂາດສະພາບຄ່ອງຫຼາຍ ແລະ ຂາດຄວາມໝັ້ນຄົງ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ແລະ ແຈ້ງໃຫ້ບັນດາລູກຄ້າເງິນຝາກ ແລະ ເຈົ້າໜີ້ ມາສະໜອງຂໍ້ມູນ ໃຫ້ຄະນະຄວບຄຸມທະນະຄານທຸລະກິດຂອງທະນາຄານແຫ່ງ ສປປ ລາວ
ແຈ້ງການ, ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ.ລາວ, ເລກທີ 1320/ກຄທ, ລົງວັນທີ 24​ ທັນວາ 2019
ເຖິງ: ລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈຳກັດ
ເລື່ອງ: ໃຫ້ເຂົ້າມາແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນ ຢູ່ທີ່ທະນາຄານ ລາວກໍ່ສ້າງ ຈຳກັດ
ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ.ລາວ ຂໍແຈ້ງມາຍັງລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈຳກັດ ຊາບວ່າ: ເພື່ອແກ້ໄຂບັນຫາທະນາຄານລາວກໍ່ສ້າງ ຈຳກັດ ຕົກຢູ່ໃນພາວະຂາດສະພາບຄ່ອງຫຼາຍ, ຂາດຄວາມໝັ້ນຄົງ, ທະນາຄານແຫ່ງ ສປປ.ລາວ ມີຄວາມຈຳເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍໄດ້ກຳນົດໄວ້.
ດັ່ງນັ້ນ, ທະນາຄານແຫ່ງ ສປປ.ລາວ ຈຶ່ງແຈ້ງມາຍັງລູກຄ້າເງິນຝາກ ແລະ ເຈົ້າໜ້າທີ່ຂອງທະນາຄານ ລາວກໍ່ສ້າງ ຈຳກັດ ໃຫ້ມາສະໜອງຂໍ້ມູນເງິນຝາກ ແລະ ໜີ້ສິນໃຫ້ຄະນະຄວບຄຸມລະອຽດດັ່ງນີ້:
ລູກຄ້າເງິນຝາກ:
1. ບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສື່ຜ່ານແດນ ພ້ອມສຳເນົາເອກະສານດັ່ງກ່າວ
2. ໃບທະບຽນວິສາຫະກິດ ສຳລັບລູກຄ້າທີ່ເປັນນິຕິບຸກຄົນ ພ້ອມສຳເນົາເອກະສານດັ່ງກ່າວ
3. ປຶ້ມບັນຊີເປັນຝາກ ພ້ອມສຳເນົາເອກະສານດັ່ງກ່າວ
• ເຈົ້າໜີ້ອື່ນ:
1. ເອກະສານຫຼັກຖານຢັ້ງຢືນຄວາມເປັນເຈົ້າໜີ້ທະນາຄານ ພ້ອມສຳເນົາເອກະສານດັ່ງກ່າວ
2. ເອກະສານຢັ້ງຢືນຕົວຕົນຂອງເຈົ້າໜີ້ ພ້ອມສຳເນົາເອກະສານດັ່ງກ່າວ ເປັນຕົ້ນແມ່ນບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືຜ່ານແດນ ແລະ ໃບທະບຽນວິສາຫະກິດສຳລັບລູກຄ້າທີ່ເປັນນິຕິບຸກຄົນ.
ຂໍ້ມູນດັ່ງກ່າວສາມາດສະໜອງໃຫ້ແກ່ຄະນະຄວບຄຸມນັບແຕ່ ວັນທີ 25 ທັນວາ 2019 – 25 ມັງກອນ 2020 ໃນວັນລັດຖະບານ ເວລາ 9:00-15:00 ໂມງ ຢູ່ທີ່ ສຳນັກງານຂອງທະນາຄານ ລາວກໍ່ສ້າງ ຈຳກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
• ກໍລະນີທີ່ບໍ່ສາມາດມາສະໜອງຂໍ້ມູນດ້ວຍຕົນເອງ ໃຫ້ມີໃບມອບສິດໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ.
• ກໍລະນີ ບໍ່ສາມາດສະໜອງຂໍ້ມູນຕາມການກຳນົດຂ້າງເທິງ ຄະນະຮັບຜິດຊອບຈະບໍ່ພິຈາລະນາໜີ້ສິນດັ່ງກ່າວ.
ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕຳຫຼວດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈຳກັດ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືປະຕິບັດດ້ວຍ.


Ad