Top Ad

header ads

ເຜີຍແລ້ວ!​ ຊຸດປະຈຳຊາດລາວ​ ໃນ​ການປະກວດ​ MISS UNIVERSE 2019.


ຊຸດປະຈຳຊາດ​ ຂອງ ເມ ວິຈິດຕາ ພອນວິໄລ – MISS UNIVERSE LAOS 2019.
ໄດ້ຈັບເອົາຊ້າງ ທີ່ຖືເປັນສັດປະຈຳຊາດຂອງລາວ ແຕ່ໃດມາ ທີ່ນຳເອົາລວດລາຍຂອງການເຄື່ອງສານ ທີ່ເຮົາພົບເຫັນໃນຮູບແບບ ຂອງແອບເຂົ້າ (ຕິບເຂົ້າ) ມາເປັນລວດລາຍຂອງຊ້າງພ້ອມທັງຕົບແຕ່ງດ້ວຍສັນຍາລັກຂອງຊາດ ກໍ່ຄືພະທາດຫລວງ ແລະ ທຸງຊາດລາວ ປະດັບດ້ວຍກິ່ນອາຍຂອງດອກຈຳປາ.

ຄວາມໂດດເດັ່ນຂອງການອອກແບບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ ການນຳເອົາເອກະລັກຂອງຊາດ ຂຶ້ນສູ່ເວທີສາກົນພຽງຢ່າງດຽວ ແຕ່ຍັງໄດ້ສອດແຊກເນື້ອຫາ ເພື່ອເປັນການຮຽກຮ້ອງ ການໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາ ປ່າໄມ້ ກໍ່ຄື ທຳມະຊາດ ໂດຍການນຳເອົາ ປ່າອາເມໂຊນ ທີ່ປຽບເຫມືອນ “ປອດຂອງໂລກ” ທີ່ຖືກໄຟໄຫມ້ໄປສ່ວນຫນຶ່ງໃນບໍ່ດົນນີ້ ທີ່ເປັນການສູນເສຍທີ່ຂ້ອນຂ້າງສ້າງຜົນກະທົບຫລາຍສົມຄວນຕໍ່ກັບລະບົບນິເວດ ແລະ ສະພາບແວດລ້ອມບໍລິເວນນັ້ນ ເຊິ່ງຈະຕ້ອງໃຊ້ເວລາຍາວນານ ສຳລັບການຟື້ນຟູຜືນປ່າ.


ເພື່ອໃຫ້ທຸກຄົນເຫັນເຖິງຄວາມສຳຄັນຂອງປ່າໄມ້ ໃນໂລກ ກໍ່ຄື ຢູ່ໃນລາວ ທີ່ນັບມື້ນັບລຸດຫນ້ອຍຖອຍລົງ.

ເຖິງແມ່ນວ່າ ປ່າອາເມຊອນ ອາດຈະຟັງຄືໄກເກີນໄປ ສຳລັບຄົນລາວ ແຕ່ຜືນປ່າຂະຫນາດໃຫຍ່ ກວມເອົາພຶ້ນ 5,501,134.746 km2 ຂອງ ທະວີບ ອາເມຣິກາ ໃນສ່ວນຂອງ ອາເມຣິາກາລາຕິນ (ອາເມຣິກາໃຕ້)
ແຫລ່ງທຳມະຊາດທີ່ໃຫຍ່ທີ່ສຸດຂອງໂລກໃນຕອນນີ້ ກຳລັງນັບມື້ນັບຖືກທຳລາຍລົງ ຊຶ່ງຜົນກະທົບນັ້ນ ບໍ່ໄດ້ເປັນພຽງແຕ່ການສູນສັດພັນ ແລະ ລະບົບນິເວດພຽງຢ່າງດຽວ, ແຕ່ຫມາຍເຖິງ ໄພທຳມະຊາດ ແລະ ພາວະການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນກະທົບກັບເຮົາທຸກໆຄົນທີ່ອາໄສຢູ່ໃນໂລກ.

ດັ່ງນັ້ນ, ການປົກປັກຮັກສາທຳມະຊາດ ຄືຄວາມຮັບພິດຊອບຂອງເຮົາທຸກຄົນ.
ຂໍ້ມູນ​ ແລະ​ ຮູບພາບ: May Vichitta Phonevilay
Ad