Top Ad

header ads

ປີ 2019 ຜ່ານມາຫຼວງນໍ້າທາ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 106 ຄົນ


ຫຼາຍປະເທດໃນໂລກ ແລະ ພາກພື້ນຖືບັນຫາການຄ້າມະນຸດເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດ,ເພາະລະເມີດສິດທິພື້ນຖານຂອງພົນລະເມືອງ ໄດ້ສ້າງຄວາມເສຍຫາຍໂດຍກົງຕໍ່ຊິວີດ, ສຸຂະພາບ, ຮ່າງກາຍ, ຈິດໃຈກຽດສັກສີຂອງມະນຸດ, ສປປ ລາວ ກໍ່ເປັນປະເທດໜື່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ, ເວົ້າລວມ, ເວົ້າສະເພາະແຂວງຫຼວງນໍ້າທາ ກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ. ໂດຍສະເພາະແມ່ນການຕົວະຍົວະຫຼອກລວງໂດຍມີນາຍໜ້າ ຫຼື ຫການນຳໃຊ້ສື່ສັງຄົມອ່ອນລາຍ ເພືອໂຄສະນາຂົນຂວາຍເອົາແມ່ຍິງລາວໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕ່ງດອງກັບຄົນຕ່າງປະເທດ ດ້ວຍຮູບການແຕ່ງດອງ, ໝັ້ນໝາຍວ່າງຄ່າດອງແລ້ວກໍ່ແລ່ນເອກະສານສັນຍາໄປຕ່າງປະເທດ.

ນອກນີ້, ການເປີດຮ້ານບໍລິການຕ່າງໆຈຳນວນໜື່ງເປັນສາກບັງໜ້າເພື່ອຄ້າໂສເພນີ ແລະ ອືນໆ ຍັງເກີດຂຶ້ນຢູ່ໃນບັນດາເມືອງໃນຂອບເຂດທົ່ວປະເທດ ສາເຫດຕົ້ນຕໍ່ແມ່ນຊິວີດການເປັນຢູ່ຂອງປະຊາຊົນຈຳນວນໜື່ງຍັງທຸກຍາກ, ແລ່ນນຳກະແສ່ສັງຄົມ, ລະດັບການສຶກສາຍັງຈຳກັດ, ສີມືແຮງງານບໍ່ສົມຄູ່ກັບຄວາມຕ້ອງການຂອງຕະຫຼາດແຮງງານ, ບັນຫາຄວາມຮຸນແຮງໃນຄອບຄົວ.
ທ່ານ ພັຕ ສີວຽງ ສົມສີພາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດວ່າ: ປີ 2019 ຜ່ານມາ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ສະຫະພັນແມ່ຍິງແຂວງ ໄດ້ສຸມໃສ່ເຮັດວຽກງານການປົກປ້ອງ ແແລະ ຊ່ວຍເຫຼື່ອຜູ່ຖືກເຄາະຮ້າຍ ແລະ ກຸ່ມສຽງຢ່າງຕັ້ງໜ້າ. ຜ່ານການເຄືອນໄຫວວຽກງານຕ້ານການຄ້າມະນຸດປີ 2019 ໄດ້ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສຽງມາພັກເຊົາຢູ່ສູນພັກເຊົາຊົ່ວຄາວຈໍານວນ 106 ຄົນ, ຍິງ 106 ຄົນ. ໃນນັ້ນ ອາຍຸຕໍ່າກ່ວາ 18 ປີ 06 ຄົນ, ຄົນຕ່າງປະເທດ 7 ຄົນ, ໃນນັ້ນ ( ແຕ່ງດອງແອບແຝງ 82 ຄົນ, ຖືກບັງຄັບໃຫ້ຂາຍບໍລິການທາງເພດ 03 ຄົນ, ເຂົ້າເມືອງຜິດກົດໝາຍ 11 ຄົນ, ຖືກຂູດຮີດແຮງງານ 6 ຄົນ, ຖືກຂູດຮີດທາງເພດ 04ຄົນ ), ປັດຈຸບັນໄດ້ສົ່ງຜູ້ຖືກເຄາະຮ້າຍກັບຄືນຖິ່ນກໍາເນີດ ແລະ ສົ່ງໃຫ້ຜູ້ປົກຄອງແລ້ວ 33 ຄົນ, ສົ່ງໃຫ້ສູນເພື່ອໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍສູນກາງສະຫະພັນແມ່ຍິງລາວຈໍານວນ 66 ຄົນ ແລະ ສົ່ງຄົນຕ່າງປະເທດກັບຄືນປະເທດ 7 ຄົນ.

ທ່ານ ພັຕ ສີວຽງ ສົມສີພາ ຍັງໄດ້ກ່າວຕືມວ່າ: ໃນນາມຕ່າງໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດຮຽກຮ້ອງມາຍັງອົງການຈັດຕັ້ງຕ່າງໆ ຕະຫຼອດຮອດ ປະຊົນບັນດາເຜົ່າຈົ່ງມີສະຕິລະວັງຕົວຕໍ່ກົນອຸບາຍດັ່ງກ່າວ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ເພື່ອຊ່ວຍການຈັດຕັ້ງຂັ້ນເທິງ ໃນການສະກັດກັ້ນບັນຫາການຄ້າມະນຸດທຸກໆລະດັບໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

ຂ່າວ: ຮທ ທະວີສັກ
Ad