Top Ad

header ads

ດ່ານພາສີສາກົນບໍ່ເຕັນ ເກັບລາຍຮັບລື່ນແຜນ


ປີ 2019 ຜ່ານມາດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 264 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດວັນທີ 25 ທັນວາ 2019 ສາມາດເກັບໄດ້ 271 ຕື້ກວ່າກີບ. ລາຍຮັບສ່ວນໃຫຍ່ແມ່ນປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງກໍ່ສ້າງ ແລະ ອື່ນໆ.
ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນ້ຳທາໄດ້ຜ່ານບົດປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ແລະ ທິດທາງແຜນການ 2020 ວ່າ: ພາຍໃຕ້ການຊີ້ນຳ – ນຳພາຂອງຄະນະພັກໂດຍພື້ນຖານພະນັກງານທຸກຄົນໄດ້ຮ່ວມໃຈຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດສິດຂອງຕົນທີ່ໄດ້ຮັບມອບໝາຍ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານ ເຊິ່ງໃນປີ 2019 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 264 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດວັນທີ 25 ທັນວາ 2019 ສາມາດເກັບໄດ້ 271 ຕື້ກວ່າກີບ ທຽບໃສ່ແຜນປີເພີ່ມຂຶ້ນ 27% ເຊິ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ ແລະ ການເສຍພາສີ – ອາກອນຂາເຂົ້າ ປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ, ຄ່າທຳນຽມຄົນເຂົ້າ – ອອກເມືອງ, ຄ່າທຳນຽມພາຫະນະເຂົ້າ – ອອກເມືອງ, ຄ່າທຳນຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບໃໝ ແລະ ອື່ນໆຜ່ານດ່ານສາກົນບໍ່ເຕັນ ຄຶກຄື້ນກວ່າປີຜ່ານມາສະເລ່ຍຫຼາຍຮ້ອຍຄັນຕໍ່ວັນ.
ນອກນັ້ນ, ຍັງມີລາຍຮັບອື່ນໆທີ່ປິ່ນອ້ອມ ເປັນຕົ້ນແມ່ນ: ວຽກງານຄະດີໃນສົກ 2019 ມີຄະດີເກີດຂຶ້ນ 48 ຄະດີ ປະກອບມີ: ຄະດີລົດ 13 ກໍລະນີ ຄິດເປັນມູນຄ່າ 2 ຕື້ກວ່າກີບ, ຄະດີໄມ້ 4 ກໍລະນີ ມູນຄ່າ 200 ລ້ານກວ່າກີບ, ຄະດີເງິນສົດ 2 ກໍລະນີ ມູນຄ່າ 2 ຕື້ກວ່າກີບ, ການອອກປຶ້ມຜ່ານແດນໃຫ້ຄົນລາວ ທີ່ມີຈຸດປະສົງເດີນທາງອອກໄປ ສປ ຈີນ ແລະ ຍັງເຮັດໜ້າທີ່ການເກັບຄ່າທຳນຽມ – ຄ່າບໍລິການໄດ້ 3 ຕື້ກວ່າກີບ.
ສ່ວນອອກວີຊາກັບດ່ານໃຫ້ຄົນຕ່າງປະເທດ 2 ແສນກວ່າເທື່ອຄົນ ສາມາດເກັບລາຍຮັບໄດ້ 43 ຕື້ກວ່າກີບ, ອອກໃບຂັບຂີ່ຊົ່ວຄາວໃຫ້ໂຊເຟີຄົນຈີນເຂົ້າມາ ສປປ ລາວ ແລະ ໃບລົດຜ່ານແດນໃຫ້ຄົນລາວອອກໄປ ສປ ຈີນ ລວມໃບຂັບຂີ່ 47.630 ໃບ, ໃບແລ່ນລົດຜ່ານແດນ 38.110 ໃບ ສາມາດເກັບລາຍຮັບໄດ້ 2 ຕື້ກວ່າກີບ, ສະໜອງຂໍ້ມູນ – ຂ່າວສານການທ່ອງທ່ຽວໄດ້ 69.544 ເທື່ອຄົນ
ສາມາດເກັບເງິນເຂົ້າກອງທຶນການທ່ອງທ່ຽວໄດ້ 500 ລ້ານກວ່າກີບ, ການກວດອາຫານ ແລະ ຢາທີ່ນໍາເຂົ້າຜ່ານແດນ, ຕິດຕາມເຄື່ອງຈັບອຸນຫະພູມຈາກຄົນຕ່າງປະເທດເຂົ້າມາລາວ ທີ່ອາດມີ ຄວາມສ່ຽງມີພະຍາດ ພ້ອມທັງເກັບຄ່າທຳນຽມ – ຄ່າບໍລິການໄດ້ 53 ລ້ານກວ່າກີບ ແລະ ວຽກງານທີ່ພົ້ນເດັ່ນອີກຫຼາຍດ້ານ.

( ຂ່າວ: ສົມສະຫວິນ )

Ad