Top Ad

header ads

ນະຄອນຫຼວງປັບໃໝ 10 ເທົ່າຂອງອັດຕາປົກກະຕິ ຫາກກວດພົບ “ບໍ່ມີໃບຂັບຂີ່-ໃບກວດກາເຕັກນິກ”

ນອກຈາກທີ່ຈະປັບໃໝຜູ້ທີ່ເມົາແລ້ວຂັບເປັນອາຈິນສູງສຸດ 20 ເທົ່າພ້ອມກັກ-ຢຶດໃບຂັບຂີ່ແລ້ວ, ນະຄອນຫຼວງວຽງຈັນຍັງມີມາດຕະການເພື່ອຫຼຸດຜ່ອນອຸບັດເຫດ ແລະ ຮັກສາຄວາມປອດໄພຕາມຖະໜົນອື່ນໆອີກຫຼາຍຂໍ້ທີ່ໜ້າສົນໃຈ ເຊິ່ງໜຶ່ງໃນນັ້ນມີຜູ້ອ່ານ Muan ຫຼາຍທ່ານສອບຖາມມາຫຼາຍ ເລື່ອງຂອງການທີ່ຂັບຂີ່ໂດຍບໍ່ມີເອກະສານຄົບຖ້ວນໂດຍສະເພາະແມ່ນໃບຂັບຂີ່ ຈະມີມາດຕະການແນວໃດຕໍ່ກັບຄົນກຸ່ມນີ້? ຕໍ່ກັບບັນຫານີ້ໃນຂໍ້ຕົກລົງເລກທີ 1323/ຈນວ ຂອງນະຄອນຫຼວງວຽງຈັນ ກໍໄດ້ມີການກຳນົດມາດຕະການທີ່ຂ້ອນຂ້າງໜັກສຳລັບຜູ້ທີ່ລະເມີດກົດດັ່ງກ່າວ.
ໃນມາດຕາທີ 15 ຂອງ ມາດຕະການຫຼຸດຜ່ອນອຸບັດເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນທົ່ວນະຄອນຫຼວງວຽງຈັນ ໄດ້ກຳນົດອັດຕາປັບໃໝສຳລັບຜູ້ທີ່ບໍ່ມີ ໃບຂັບຂີ່ຍານພາຫະນະ ແລະ ໃບກວດກາເຕັກນິກຍານພາຫະນະໄວ້ ແລະ ສຶກສາອົບຮົມກ່າວເຕືອນ, ແນະນຳໃຫ້ໄປເສັງເອົາໃບຂັບຂີ່ ແລະ ປັບໃໝ 10 ເທົ່າ ຕາມມາດຕາ 29 ຂອງດຳລັດເລກທີ 188/ນຍ ນັ້ນໝາຍຄວາມວ່າຜູ້ຂັບຂີ່ບານພາຫະນະແຕ່ລະປະເພດຈະຖືກປັບໃໝດັ່ງນີ້:
ລົດຈັກ : 200,000 ກີບ, ລົດ 3 ລໍ້ຕິດເຄື່ອງຈັກ : 250,000 ກີບ, ລົດເບົາ (ເກ໋ງ, ກະບະ, ຈິບ, ຕູ້ນ້ອຍ) : 400,000 ກີບ, ລົດໂດຍສານ 4 ລໍ້ : 1,000,000 ກີບ, ລົດບັນທຸກ 6 ລໍ້ : 600,000 ກີບ, ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດໂດຍສານ (ລົດເມ) : 1,500,000 ກີບ
ໃນຂໍ້ຕົກລົງດັ່ງກ່າວນີ້ ບໍ່ໄດ້ກ່າວວ່າກວດພົບຄັ້ງທີເທົ່າໃດຈຶ່ງຈະປັບໃໝໃນອັດຕາຂ້າງເທິງ ນັ້ນສະແດງວ່າຖ້າກວດພົບກໍຈະມີການໃຊ້ມາດຕະການດັ່ງກ່າວທັນທີ.


ການກວດກາຂອງເຈົ້າໜ້າທີ່ຈະເຮັດແນວໃດ?
ເມື່ອພົບຜູ້ຂັບຂີ່ຫາກລະເມີດກົດລະບຽບຈະລາຈອນອື່ນໆ, ເຈົ້າໜ້າທີ່ຈະກວດກາໃບຂັບຂີ່ຍານພາຫະນະ, ກວດກາໃບກວດກາເຕັກນິກຍານພາຫະນະ ແລະ ເມື່ອກວດພົບຜູ້ຂັບຂີ່ຍານພາຫະນະລືມໃບຂັບຂີ່ ຫຼື ໃບກວດກາເຕັກນິກ ແມ່ນຈະມີການສຶກສາອົບຮົມກ່າວເຕືອນ. ແຕ່ຖ້າພົບວ່າບໍ່ມີ (ບໍ່ແມ່ນລືມ) ແມ່ນຈະຖືກມາດຕະການຕ່າງໆ ແລະ ປັບໃໝຕາມອັດຕາຂ້າງເທິງໃນທັນທີ.

ແລ້ວແຂວງອື່ນໆເດ?
ການກວດກາຈະເປັນໄປໃນຮູບແບບດຽວກັນ ແຕ່ສຳລັບມາດຕະການປັບໃໝ ອັດຕາຈະອີງຕາມດຳລັດເລກທີ 188/ນຍ ໃນມາດຕາທີ 29 ເຊິ່ງຈະມີການປັບໃໝສູງກວ່ານີ້ ຫຼື ບໍ່ຕ້ອງສອບຖາມກັບໜ່ວຍງານທີ່ກ່ຽວຂ້ອງຂອງແຕ່ລະແຂວງ.
Ad