Top Ad

header ads

ສະຫະລັດສະເໜີເງິນຊ່ວຍເຫລືອຈີນ ເພື່ອກຳຈັດເຊື້ອໄວຣັດ Corona ຈຳນວນ 100 ລ້ານໂດລາ


ສຳນັກຂ່າວຕ່າງປະເທດລາຍງານວ່າສະຫະລັດອາເມລິກາສະເໜີໃຫ້ການຊ່ວຍເຫລືອດ້ານການເງິນແກ່ສາທາລະນະລັດປະຊາຊົນຈີນ ແລະ ບັນດາປະເທດທີ່ຖືກກະທົບ. ໃນການຕໍ່ສູ້ກັບການລະບາດຂອງພະຍາດ Virus Corona ມູນຄ່າ 100 ລ້ານໂດລາ
ທ່ານ Mike Pompeo ລັດຖະມົນຕີຕ່າງປະເທດກ່າວວ່າ: ຄວາມມຸ່ງໝັ້ນນີ້ ຄວບຄູ່ກັບເງິນສົມທົບຫຼາຍຮ້ອຍລ້ານໂດລາທີ່ບໍລິຈາກໂດຍພາກເອກະຊົນຂອງອາເມລິກາ ສະແດງເຖິງຄວາມເປັນຜູ້ນຳທີ່ເຂັ້ມແຂງຂອງສະຫະລັດອາເມລິກາໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ. "ການຊ່ວຍເຫຼືອນີ້ ຈະເປັນທັງທາງກົງແລະທາງອ້ອມໂດຍຜ່ານອົງກອນຕ່າງໆ

ທຳນຽບຂາວໄດ້ອອກຖະແຫຼງການສະບັບໜຶ່ງ ໃນວັນຈັນ. ໄດ້ຮັບອະນຸຍາດຈາກລັດຖະບານປັກກິ່ງ ເພື່ອສົ່ງທີມງານພິເສດທີ່ເປັນສ່ວນໜຶ່ງ ຂອງພາລະກິດຊ່ຽວຊານຂອງອົງການອະນາໄມໂລກໃນການລົງພື້ນທີ່ຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໄວຣັດ Corona ຊະນິດ ໃໝ່. ເຊິ່ງມີສູນ ກຳ ເນີດ ແລະ ແຜ່ກະຈາຍ ຢູ່ເມືອງ Wuhan ເມືອງໃຫຍ່ຂອງແຂວງ Hubei.
ໃນຂະນະດຽວກັນ, ລັດຖະບານວໍຊິງຕັນໄດ້ມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ແກ່ຈີນ. ເຊິ່ງປະກອບມີ ໜ້າ ກາກ ເຄື່ອງນຸ່ງປ້ອງກັນ ແລະ ແວ່ນຕາ ສຳລັບພະນັກງານແພດ ແລະ ສິ່ງທີ່ ຈຳ ເປັນອື່ນໆ ຈຳນວນຫຼາຍ ການເຄື່ອນໄຫວຂອງສະຫະລັດໄດ້ເກີດຂື້ນຫລັງຈາກ ທ່ານນາງ Hua Chun Ying ໂຄສົກກະຊວງການຕ່າງປະເທດຈີນ ຕໍານິລັດຖະບານວໍຊິງຕັນ "ກະຈາຍຄວາມວຸ້ນວາຍ ແລະ ຄວາມຢ້ານກົວ" ໂດຍການຍົກຍ້າຍນັກການທູດອອກຈາກເມືອງ Wuhan ແຈ້ງການສະຖານະການສຸກເສີນແຫ່ງຊາດ ແລະ ຈຳກັດການເດີນທາງໄປເມືອງຕ່າງໆຂອງ "ຜູ້ຖືໜັງສືຜ່ານແດນຈີນ"
Ad