Top Ad

header ads

ໂຈະການໃຫ້ບໍລິການຂົນສົ່ງຊົ່ວຄາວ ສະຖານີຂົນສົ່ງໂດຍສານ ສາຍໃຕ້-ສາຍຕ່າງປະເທດ ແຕ່ວັນທີ 1-19 ເມສາ 2020


ຂປລ. ໃນວັນທີ 31 ມີນາ ທີ່ສະຖານີບໍລິການຂົນສົ່ງໂດຍສານ ສາຍໃຕ້-ສາຍຕ່າງປະເທດ ປະຊາຊົນໄດ້ເດີນທາງກັບພູມລໍາເນົ່າເປັນປົກກະຕິ ແຕ່ບໍ່ເຖິງຂັ້ນແອອັດ ກ່ອນໂຈະການໃຫ້ບໍລິການຂົນສົ່ງຊົ່ວຄາວ 


ແຕ່ວັນທີ 1-19 ເມສາ 2020 ເພື່ອປະຕິບັດຕາມຄຳສັ່ງ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີປ້ອງ ການການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນທົ່ວປະເທດ. ຄະນະດຽວກັນ ສະຖານີບໍລິການຂົນສົ່ງ ໂດຍສານສາຍໃຕ້-ສາຍຕ່າງປະເທດ  ກໍໄດ້ມີການກວດຄັດກອງຄົນ ທີ່ຈະເດີນທາງຢ່າງເຂັ້ມງວດ.


ສໍາລັບການໂຈະບໍລິການແມ່ນເລີ່ມແຕ່ເວລາປະມານ 20:00 ໂມງເປັນຕົ້ນໄປ.
Ad