Top Ad

header ads

ຂ່າວດ່ວນ! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ຈາກນະຄອນຫຼວງວຽງຈັນ ລວມທັງໝົດ 9 ຄົນ!


ວັນທີ 30 ມີນາ 2020 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ມາຮອດມື້ນີ້ ຄະນະສະເພາະພວກໄດ້ກວດພົວຜູ້ຕິດເຊື້ອເພີ່ມຂຶ້ນອີກ 1 ຄົນຄື: 

ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.

 ທັງນີ້, ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 9 ຄົນແລ້ວ.
Ad