Top Ad

header ads

ອາເມຣິກາ ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ແລ້ວກ່ວາ 1 ແສນຄົນ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ມີນາ 2020 ວ່າ ຈຳນວນຜູ້ຕິດເຊື້ອໄວຣັດໂຄວິດ-19 ໃນອາເມຣິກາ ເພີ່ມຂື້ນເປັນຢ່າງຫນ້ອຍ 104.200 ຄົນ ນັບຕັ້ງແຕ່ພົບຜູ້ຕິດເຊື້ອຄົນທຳອິດເມື່ອ 21 ມັງກອນທີ່ຜ່ານມາ ໂດຍມີຜູ້ຕິດເຊື້ອລາຍວັນເພີ່ມຂື້ນກ່ວາ 18.600 ຄົນ ໃນ 24 ຊົ່ວໂມງທີ່ຜ່ານມາ ແລະສົ່ງຜົນໃຫ້ອາເມຣິກາ ກາຍເປັນປະເທດທີ່ມີຜູ້ຕິດເຊື້ອ ໄວຣັດໂຄວິດ-19 ຫລາຍທີ່່ສຸດໃນໂລກ ຂະນະດຽວກັນມີຜູ້ເສຍຊີວິດແລ້ວຢ່າງຫນ້ອຍ 1.700 ຄົນ ເພີ່ມຂື້ນກ່ວາ 400 ຄົນ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ມີຜູ້ໄດ້ຮັບການປິ່ນປົວດີແລ້ວຢ່າງຫນ້ອຍ 2.500 ຄົນ ແລະມີຜູ້ທີ່ອາການຢູ່ໃນຂັ້ນວິກິດກ່ວາ 2.400 ຄົນ



ເບິ່ງຕົວເລກຜູ້ຕິດເຊື້ອ ແລະເສຍຊີວິດໄດ້ທີ່: https://www.worldometers.info/coronavirus/
Ad