Top Ad

header ads

ມີແຕ່ຜູ້ຕ້ອງສົງໄສຕິດໂຄວິດ-19 ຈຶ່ງຈະສາມາດມາຮັບບໍລິການກວດສຸຂະພາບໂດຍບໍ່ເສຍຄ່າຢູ່ໂຮງໝໍ


ຕາມຂ່າວວິທະຍຸກະຈາຍສຽງແຫ່ງຊາດໃຫ້ຮູ້ວ່າ ກ່ຽວກັບຂ່າວທີ່ສື່ສັງຄົມອອນລາຍນຳສະເໜີອອກຜ່ານທາງເຟກບຸກ ເມື່ອບໍ່ດົນມານີ້ ວ່າດ້ວຍກໍລະນີທີ່ມີຄົນໄປຂໍກວດສຸຂະພາບເພື່ອຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງ ໝໍ103 ແລະ ໂຮງໝໍມິດຕະພາບ 150 ຕຽງ ຢູ່ນະຄອນ​ຫຼວງວຽງຈັນ ແລ້ວບໍ່ໄດ້ຮັບການບໍລີການໃຫ້ແບບລ້າໆໂດຍບໍ່ຕ້ອງໄດ້ເສຍຄ່າ, ຕາມທີ່ເຄີຍອອກຂ່າວທາງສື່ອອນລາຍໄປກ່ອນຫນ້ານີ້ນັ້ນ ແມ່ນບໍ່ມີມູນຄວາມຈິງ, ເປັນພຽງການເຂົ້າໃຈຜິດຂອງຜູ້ທີ່ຈະເຂົ້າມາກວດເທົ່ານັ້ນ, ຈຶ່ງຂໍຮຽກ​ຮ້ອງໃຫ້ສັງຄົມ ຈົ່ງສຶກສາຂໍ້ມູນກ່ຽວກັບການເຂົ້າໄປກວດຫາເຊື້ອພະຍາດໂຄວິດ-19 ຢ່າງລະອຽດຖີ່ຖ້ວນດີສາກ່ອນ, ກ່ອນທີ່ຈະເດີນທາງເຂົ້າໄປກວດຢູ່ໂຮງໝໍທັງສອງແຫ່ງດັ່ງກ່າວ.
ໃນໂອກາດຖະແຫລງຂ່າວປະຈໍາວັນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດ ສາຍພັນໃຫມ່ ຫລື ໂຄວິດ-19 ຢູ່ຫ້ອງປະຊຸມກະຊວງສາທາລະນະສຸກໃນຕອນແລງມື້ນີ້ (2 ມີນາ​ 2020), ທ່ານໝໍ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂື້ນໃນຄັ້ງນີ້ ຖືວ່າ ເປັນພຽງການເຂົ້າໃຈຜິດຂອງບາງບຸກຄົນທີ່ເຂົ້າໃຈວ່າ ຖ້າເຂົ້າໄປກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແລ້ວ ຈະບໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍ ໂດຍທີ່ບໍ່ມີການສຶກສາຂໍ້ມູນຢ່າງລະອຽດຖີ່ຖ້ວນ, ເຊິ່ງຂັ້ນຕອນການກວດຫາເຊື້ອພະຍາດນີ້ ຈະກວດໃຫ້ສະເພາະບຸກຄົນທີ່ເຂົ້າກັບນິຍາມສົງໃສເທົ່ານັ້ນ, ໂດຍສະເພາະແມ່ນຜູ້ທີ່ເດີນທາງມາຈາກບັນດາປະເທດ ຫຼື ເຂດທີ່ມີການລະບາດ ເຊີ່ງບໍ່ສາມາດກວດໃຫ້ຫມົດທຸກຄົນໄດ້, ເພາະນໍ້າຢາທີ່ໃຊ້ເຂົ້າໃນການກວດມີຈໍານວນຈໍາກັດ; ຖ້າກວດໃຫ້ໝົດທຸກຄົນ ກໍ່ອາດບໍ່ພຽງພໍກັບຄວາມຕ້ອງການ; ແຕ່ຖ້າຫາກວ່າ ມີການພົບການລະບາດ ແລະ ຖ້າເກີດມີກໍລະນີກວດພົບເຫັນຜູ້ຕິດເຊື້ອພະຍາດ, ທາງລັດຖະບານກໍ່ຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການກວດຫາເຊື້ອພະຍາດ ແລະ ການປີ່ນປົວໃຫ້ລ່້າໆໂດຍບໍ່ເສຍຄ່າ, ຈົນກວ່າຈະຫາຍປ່ວຍ ແລະ ກັບຄືນສະພາບປົກກະຕິ; ດັ່ງນັ້ນ ຈຶ່ງຂໍ ຮຽກຮ້ອງມາຍັງທຸກຄົນ ຈົ່ງເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວເຮົາ, ເພາະທຸກໆຂັ້ນຕອນແມ່ນເຮັດຕາມຫລັກການສາກົນ, ກໍ່ຄື ຂອງອົງການອະນາໄມໂລກວາງອອກທຸກປະການຢ່າງເຄັ່ງຂັດ.
ຄຽງຄູ່ກັນນັ້ນ, ທາງກະຊວງສາທາລະນະສຸກ ໄດ້ສະເໜີຜ່ານຫາພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນ ຫ້ອງວ່າການລັດຖະບານ, ກະຊວງຕ່າງໆ, ອົງການປົກຄອງນະຄອນຫລວງວຽງຈັນ, ແລະ ບໍສິສັດຂົນສົ່ງ ກ່ຽວກັບການເລື່ອນການຈັດງານສັງສັນ, ການເດີນທາງໄປຕ່າງປະເທດ, ແລະ ການຂົນສົ່ງໂດຍສານໄປຍັງປະເທດໃກ້ຄຽງ ລວມເຖີງ ການເລື່ອນການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ຢູ່ແຂວງຊຽງຂວາງ ຕື່ມອີກ, ໂດຍໄດ້ຮັບການຕົກລົງເຫັນດີຈາກທາງຂັ້ນເທີງຢ່າງເປັນທາງການແລ້ວ, ທັງນີ້ ກໍ່ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວີດ-19 ນັ້ນເອງ.
ທ່ານໝໍ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມອີກວ່າ: ສໍາລັບອີກກໍລະນີໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈເຊັ່ນກັນ ກໍ່ຄືກ່ຽວກັບຂ່າວລືທີ່ວ່າ ຢູ່ແຂວງສະຫວັນນະເຂດ ໄດ້ມີກໍລະນີຕ້ອງສົງໃສຄົນຕິດເຊື້ອພະຍາດ ໂຄວິດ-19, ໂດຍໄດ້ມີການສົ່ງຄົນເຈັບໄປປີ່ນປົວຢູ່ແຂວງມຸກດາຫານ, ປະເທດໄທນັ້ນ ກໍ່ບໍ່ແມ່ນຄວາມຈິງແຕ່ຢ່າງໃດ, ເປັນພຽງການຝຶກຊ້ອມຂອງເຈົ້າຫນ້າທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານຂອງໄທເທົ່ານັ້ນ, ເພື່ອກຽມຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວນີ້.
ມາຮອດປັດຈຸບັນ, ຢູ່ສປປ ລາວເຮົາ ແມ່ນຍັງບໍ່ພົບການແຜ່ລະບາດຂອງເຊື້ອພະຍາດນີ້ເທື່ອ, ມີພຽງກໍລະນີສົງໃສ 46ກໍລະນີ ແລະ ໄດ້ຜ່ານການກວດກາຢືນຢັນຈາກອົງການອະນາໄມໂລກເປັນທີ່ຮຽບຮ້ອຍແລ້ວວ່າ ບຸກຄຸນທັງ 46 ຄົນເຫຼົ່ານີ້ ແມ່ນຍັງບໍ່ທັນພົບກໍລະນີຜູ້ທີ່ຕິດເຊື້ອພະຍາດໂຄວີດ-19 ເທື່ອ.
ຂ່າວ: ເດດອາລຸນ ແກ້ວວິໄລ
Ad