Top Ad

header ads

ລັດຖະບານໄທ ຊ່ວຍເຫຼືອອຸປະກອນການແພດຕອບໂຕ້ໂຄວິດ-19 ແກ່ລາວ


ເພື່ອປະກອບສ່ວນປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID- 19) ໃນວັນທີ 2 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບເຄື່ອງອຸປະກອນປ້ອງກັນຕົວຈາກເຊື້ອພະຍາດ COVID- 19 ຂຶ້ນຢ່າງເປັນທາງການ ໂດຍການສະໜັບສະໜູນຈາກລັດຖະບານໄທ ຕາງໜ້າມອບຂອງ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ຕາງໜ້າຮັບຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີ ພະນັກງານທັງສອງຝ່າຍເຂົ້າຮ່ວມ.
ທ່ານ ດຳຣົງ ໄຄ່ຄວນ ໄດ້ກ່າວວ່າ: ສະພາບຂອງໂລກໃນປັດຈຸບັນ ແມ່ນມີການລະບາດຢ່າງວ່ອງໄວຂອງພະຍາດ ໄປຫາບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາປະເທດທີ່ມີຄວາມສ່ຽງໃນການເກີດລະບາດ ກໍມີມາດຕະການປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດດັ່ງກ່າວ ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່.
ທ່ານ ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ນຳອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຖິງແມ່ນວ່າປະເທດໄທກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແລະ ກໍມີຜູ້ຕິດເຊື້ອ ເຊິ່ງປະເທດໄທເອງກໍມີຄວາມຕ້ອງການອຸປະກອນດັ່ງກ່າວເຊັ່ນກັນ ແຕ່ກໍຍັງມາເອື້ອເຟື້ອມາໃຫ້ ສປປ ລາວ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ເປັນການເສຍສະຫຼະ ແລະ ມີນໍ້າໃຈຕໍ່ປະເທດເພື່ອນມິດໃກ້ຄຽງ ເພື່ອຕ້ານ ແລະ ຮັບມືກັບພະຍາດລະບາດທີ່ກຳລັງຄຸກຄາມຢູ່ປັດຈຸບັນ.
Ad