Top Ad

header ads

ລັດຖະບານຈີນ ນຳອຸປະກອນການແພດ ມາມອບ ໃຫ້ລັດຖະບານລາວ ຕ້ານການລະບາດໂຄວິດ-19




ຂປລ.ລັດຖະບານ ຈີນ ໄດ້ນຳເອົາອຸປະກອນການແພດ ປະກອບມີ ໜ້າກາກອະນາໄມທົ່ວໄປ ຈຳນວນ 4 ແສນອັນ, ໜ້າກາກອະນາໄມ N95 ຈຳນວນ 5 ພັນອັນ ແລະ ເສື້ອຊຸດປ້ອງກັນໂຕເອງ ຈຳນວນ 5 ພັນອັນ ລວມມູນຄ່າ 3 ແສນກວ່າໂດລາສະຫະລັດ ມາມອບໃຫ້ແກ່ລັດຖະບານລາວ ໃນວັນທີ 30 ມີນາ 2020 ທີ່ສາງພະລາທິການ ການແພດ ເຂດດົງໂພສີ ນະຄອນຫລວງວຽງຈັນ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ຫລຸດລົງໂດຍໄວ.



ພ້ອມດຽວກັນນັ້ນ ມູນນິທິ ແຈັກມາ ກໍໄດ້ນຳເອົານໍ້າຢາກວດຫາເຊື້ອໂຄວິດ-19 ຈຳນວນ 20ພັນກວ່າຊຸດ, ລວມມູນຄ່າ 129,011.52 ໂດລາສະຫະລັດ ມາມອບໃຫ້ລັດຖະບານລາວ ເຊັ່ນດຽວກັນຕາງໜ້າ ລັດຖະບານ ​ຈີນ ມອບໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈຳລາວ ແລະ ຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

​ໂອກາດ​ດັ່ງກ່າວ, ທ່ານ ບຸນແຝງ ພູມມະໄລສິດ ​ໄດ້​ສະ​ແດງ​ຄວາມ​ຄອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່​ລັດຖະບານ​ຈີນ ທີ່​ໄດ້​ນຳ​​ເອົາ​ອຸປະກອນ​ການ​ແພດ ມາ​ມອບ​ໃຫ້​ ລັດຖະບານ ລາວ ໃນ​ຄັ້ງ​ນີ້, ພ້ອມ​ທັງ ຢືນຢັນ ຈະ​ນຳ​ເອົາ​ອຸປະກອນ​ດັ່ງກ່າວ ​ໄປ​ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ​​ໂຫຍ​ດສູງ​ສຸດ ເຊິ່ງຈະ​ນຳ​​​ໄປ​ແຈກ​ຢາຍ​ ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ທີ່​ເຮັດ​ວຽກກ່ຽວ​ກັບ​ການ​ຕ້ານ ​ແລະ ຄອບ​ຄຸມ ການ​ແຜ່​ລະບາດ​ຂອງ​ໄວຣັດ​ໂຄ​ວິ​ດ-19 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແນ​ໃສ່ຄວບ​ຄຸມ ການ​ແຜ່​ລະບາດ​ຂອງ​ພະຍາດ​ນີ້ ຢູ່ ສປປ ລາວ ​ໃຫ້ຫລຸດ​ລົງ​ໂດຍ​ໄວ.

ຂ່າວ: ທະນູ​ທອງ ຮູບ: ຂັນໄຊ
Ad