Top Ad

header ads

ແຈ້ງການດວ່ນ! ຜູ້ຕິດເຊື້ອໄວຣັສ Covid-19 ສັນເປັນຄົນໄທພ້ອມຄະນະ 5 ຄົນເດີນທາງເຂົ້າມາ ສປປ ລາວ


ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍສະແດງຄວາມນັບຖືຢ່າງສູງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ ແລະ ຂໍຖືເປັນກຽດແຈ້ງແຂວງຄຳມ່ວນດັ່ງນີ້:
ເມື່ອວັນທີ່ 12 ມີນາ 2020 ເວລາ 09:30 ໂມງ ຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເຊີ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ່ 3 ຈາກແຂວງນະຄອນພະນົມໄປແຂວງຄຳມ່ວນ ລະຫວ່າງທີ່ຢູ່ແຂວງຄຳມ່ວນ ຄະນະໄດ້ໄປຮັບປະທານອາຫານທີ່ຮ້ານຈັນສະຖິດ ແລະ ຮ້ານພອນເທບ ແຂວງຄຳມ່ວນ ກ່ອນພະນັກງານຂອງຮ້ານອາຫານທັງສອງດັ່ງກ່າວທີ່ໃຫ້ບໍລິການແກ່ຄະນະເປັນຜູ້ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໄວຣັດໂຄວິດ-19
ໃນໂອກາດນີ້ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍຄວາມອະນຸເຄາະພະແນກການຕ່າງປະເທດແຂວງຄຳມ່ວນ ກະລຸນາພິຈາລະນາ ແລະ ດຳເນີນການໃນສ່ວນທີ່ກ່ຽວຂ້ອງຕໍ່ໄປດ້ວຍ ຂໍຂອບໃຈຢ່າງຫລວງຫລາຍ
ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍສະແດງຄວາມນັບຖືຢ່າງສູງອີກຄັ້ງຫນື່ງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ

Ad